李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະ​ຍາດ​​ໝູ​ອາ​ຟ​ຣິ​ກາລະ​ບາດ​ຢູ່ພາກ​ເໜືອ​ຫວຽດ​ນາມ​

2019-02-20 16:53:27 cri

    ວັນ​ທີ 19 ກຸມ​ພານີ້, ເຈົ້າ​ໜ້າ​ທີ່​ກະ​ຊວງ​ກະ​ສິ​ກຳ​ແລະ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ​ກ່າວ​ວ່າ: ຢູ່​ແຂວງ​ຮຶງ​ອຽນ​ແລະ​ແຂວງ​ໄທ​ບິງ ທາງ​ພາກ​ເໜືອ​ປະ​ເທດ​ຕົນ​ໄດ້​ເກີດ​​ການ​ລະ​ບາດ​ຂອງພ​ະ​ຍາດ​ໝູ​ອາ​ຟ​ຣິ​ກາ.

    ກະ​ຊວງ​ດັ່ງ​ກ່າວ​ໄດ້​ຮຽກ​ຮ້ອງ​ໃຫ້​ຂ້າ​ໝູ​ທີ່​ຕິດ​ເຊື້ອພະ​ຍາດ​ດັ່ງ​ກ່າວ​ທັງ​ໝົດ, ພາກ​ສ່ວນ​ຄຸ້ມ​ຄອງ​ກໍ​ໄດ້​ຕິດ​ຕາມກວດ​ກາ​ສະ​ພາບ​ການ​ຂ້າ​ສັດ, ຂົນ​ສົ່ງ​ແລະ​ຈຳ​ໜ່າຍ​ໝູ​ແລະ​ຜະ​ລິດ​ຕະ​ພັນ​ໝູ​ທີ່​ເກີດ​ພະ​ຍາດ​ຢ່າງ​ໃກ້​ຊິດ ແລະ​ຈະ​ກວດ​ກາ​ຄອບ​ຄົວ​ທີ່​ລ້ຽງ​ໝູ​ຢູ່​ທ້ອງ​ຖິ່ນ​ຢ່າງ​​ກວ້າງ​ຂວາງ.

​    ການ​ລະ​ບາດ​ຂອງ​ພະ​ຍາດ​ໝູ​ອາ​ຟ​ຣິ​ກາ ເປັນ​ພະ​ຍາດ​ຕິດ​ແປດ​ແບບ​ກະ​ທັນ​ຫັນ, ​ເລືອດອອກ​ແລະ​ຮຸນ​ແຮງ​ຍ້ອນ​ຕິດ​ເຊື້ອ​ພະ​ຍາດ​​ໝູ​ອາ​ຟ​ຣິ​ກາ, ໝູ​ທີ່​ຕິດເຊື້ອ​ພະ​ຍາດ​ມີ​ອາ​ການ​ເປັນ​ໄຂ້​​ມີ​ອຸນ​ຫະ​ພູມ​ສູງ, ອະ​ໄວ​ຍະ​ວະ​ພາຍ​ໃນ​​ເລືອດອອກ​ຢ່າງ​ຮຸ​ນ​ແຮງ ແລະ​ມີ​ອັດ​ຕາ​ການ​ຕາຍ​ສູງ. ​ເຖິງແນວ​ໃດ​ກໍ​ດີ, ​ການ​ລະ​ບາດ​ຂອງພະ​ຍາດ​ໝູ​ອາ​ຟ​ຣິ​ກາ​ບໍ່​ສາ​ມາດ​ຕິດ​ແປດ​ໄປ​ໃສ່​ຄົນ​ໄດ້.

ຄຳ​ເຫັນ

0