覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ມີ​ວິ​ທະ​ຍາ​ໄລຫຼື​ໂຮງ​ຮຽນ​ວິ​ຊາ​ຊີບ​ທັງ​ໝົດ 11.700 ແຫ່ງ

2019-02-20 14:40:36 cri

ວັນ​ທີ 19 ກຸມ​ພາ​ນີ້, ກະ​ຊວງ​ສຶກ​ສາ​ທິ​ການ​ຈີນ​ເປີດ​ເຜີຍ​ວ່າ: ປີ 2018 ຜ່ານ​ມາ, ທົ່ວ​ປະ​ເທດ​ມີ​ວິ​ທະ​ຍາ​ໄລຫຼື​ໂຮງ​ຮຽນ​ວິ​ຊາ​ຊີບ ທັງ​ໝົດ 11.700 ແຫ່ງ, ແຕ່​ລະ​ປີໄດ້​ຮັບ​ເອົາ​ນັກ​ຮຽນ​ນັກ​ສຶກ​ສາ 9.282.400 ຄົນ​, ປັດ​ຈຸ​ບັນ ມີ​ນັກ​ຮຽນ​ນັກ​ສຶກ​ສາ​ທັງ​ໝົດ  26.855.400 ຄົນ. ອາ​ຊີ​ວະ​ສຶກ​ສາ​ຂອງ​ຈີນ​ມີ​ເງື່ອນ​ໄຂ​ພຽງ​ພໍ​ທີ່​ສາ​ມາດ​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາ​ດ້ານ​ເຕັກ​ນິກວິ​ຊາ​ການ​ຢ່າງ​ຂະ​ໜາດ​ໃຫຍ່, ເຊິ່ງ​ເປັນ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ຂາດ​ບໍ່​ໄດ້​ເພື່ອ​ຄ້ຳ​ປະ​ກັນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຈີນ.
 

 ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ: ລະ​ບົບ​ອາ​ຊີ​ວະ​ສຶກ​ສາ​ຊັ້ນ​ກາງ​ໃນ​ທົ່ວ​ປະ​ເທດ​ຈີນ​ມີ​ໂຮງ​ຮຽນ​ທັງ​ໝົດ 10.300 ແຫ່ງ, ວິ​ທະ​ຍາ​ໄລ​ວິ​ຊາ​ຊີບ 1418 ແຫ່ງ. ນັກ​ຮຽນ​ຈົບ​ອາ​ຊີ​ວະ​ສຶກ​ສາ​ຊັ້ນ​ກາງ​ສາ​ມາດ​ປະ​ກອບ​ອາ​ຊີບ​ໄດ້​ຫຼາຍກວ່າ 95% ເປັນ​ເວ​ລາ 10 ປີ​ລຽນ​ຕິດ​ແລ້ວ, ນັກ​ສຶກ​ສາອາ​ຊີ​ວະ​ສຶກ​ສາ​ຊັ້ນ​ສູງ​ສາ​ມາດ​ປະ​ກອບ​ອາ​ຊີບຫຼັງ​ຈົບ​ການ​ສຶກ​ສາເຄິ່ງ​ປີ​ນັ້ນຫຼາຍກວ່າ 90%. ຜູ້​ປະ​ກອບ​ອາ​ຊີບ​ໃນ​ຂະ​ແໜງ​ການ​ຜະ​ລິດຍຸກ​ປັດ​ຈຸ​ບັນ,ຂະ​ແໜງ​ການ​ທີ່​ພັດ​ທະ​ນ​າ​ໃໝ່​ທີ່​ເພີ່ມ​​ຂຶ້ນໃໝ່​ນັ້ນ​ມີ ຫຼາຍກວ່າ 70% ແມ່ນ​ມາ​ຈາກ​ໂຮງ​ຮຽນຫຼື​ວິ​ທະ​ຍາ​ໄລ​ວິ​ຊາ​ຊີບ.

 

 

ຄຳ​ເຫັນ

0