黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ສະ​ພາ​ມຽນ​ມາ​ອະ​ນຸ​ມັດ​ແຕ່ງ​ຕັ້ງ​ຄະ​ນະ​ກຳ​ມະ​ການດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ

2019-02-20 16:15:14 cri

ວັນ​ທີ 19 ກຸມ​ພາ​ນີ້, ​ລັດ​ຖະ​ສະ​ພາ​ມຽນ​ມາ​ໄດ້​ອະ​ນຸ​ມັດ​ແຕ່ງ​ຕັ້ງ​ຄະ​ນະ​ກຳ​ມະ​ການດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ, ເພື່ອ​​ພິ​ຈາ​ລະ​ນາຄົ້ນ​ຄວ້າ​ແລະ​ວາງ​ແຜນດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ.

ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ຈະ​ປະ​ກອບ​ດ້ວຍ 45 ຄົນ, ຕົ້ນ​ຕໍ​ຈະ​ມາ​ຈາກ​ພັກສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ຫຼື NLD ເຊິ່ງ​ເປັນ​ພັກ​ກຳ​ອຳ​ນາດ, ​ເຈົ້າ​ໜ້າ​ທີ່​ທະ​ຫານ, ພັກ​ສາ​ມັກ​ຄີແລະ​ກາ​ນ​ພັດ​ທະ​ນາ​ສະ​ຫະ​ພັນ​ມຽນ​ມາ​ຫຼື USDP ແລະ​ພັກ​ການ​ເມືອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ທ່ານ​ທຸນ​ທຸນ​ເຮັນ ຮອງ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ຂອງ​ລັດ​ຖະ​ສະ​ພາ​ມຽນ​ມາ​ດຳ​ລົງ​ຕຳ​ແໜ່ງ​ເປັນປະ​ທານ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ.

ຂ່າວ​ແຈ້ງວ່າ, ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ຈະ​​ຍຶດ​ຖື​ຄວາມ​ຄິດ​ເຫັນດັດ​ແກ້​ແລະ​ຜົນ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ລັດ​ຖະ​ທຳ​ມະ​ນູນ​​ທີ່​ນຳ​ໃຊ້​ໃນປັດ​ຈຸ​ບັນ​ແລ້ວ​ນຳ​ມາ​ຮຽບ​ຮຽງ​ເປັນ​ຮ່າງດັດ​ແກ້​ສະ​ບັບ​ໜຶ່ງ, ແລະ​ສົ່ງ​ໃຫ້​ລັດ​ຖະ​ສະ​ພາ​ລົງ​ຄະ​ແນນ​ສຽງ​ໃນ​ສຸດ​ທ້າຍ.

ລັດ​ຖະ​ສະ​ພາ​ມຽນ​ມາ​ທີ່​ມີ​ສະ​ມາ​ຊິກ​ພັກ NLD ​ກວມ​ທີ່​ນັ່ງ​​ສ່ວນ​ຫຼາຍ​ນັ້ນ​ໄດ້​ຜ່ານ​ການ​ຮັບ​ຮອງ​ການ​ອະ​ນຸ​ມັດ​ແຕ່ງ​ຕັ້ງ​​ຄະ​ນະ​ກຳ​ມະ​ການດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ​ທີ່​ສະ​ເໜີ​ໂດຍ​ສະ​ມາ​ຊິກພັກ NLD. ການ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ໜຶ່ງ​ຂອງພັກ NLD ໃນ​ໄລ​ຍະ​ການ​​ຫາ​ສຽງເລືອກ​ຕັ້ງ​ທົ່ວ​ໄປ​ເມື່ອ​ປີ 2015.

ຄຳ​ເຫັນ

0