黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ເວີ້ຍ​ເຟີ້ງ​ເຮີ​ພົບ​ປະ​ກັບ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ

2019-02-20 16:14:36 cri

ວັນ​ທີ 19 ກຸມ​ພາ​ນີ້, ທ່ານ​ເວີ້ຍ​ເຟີ້ງ​ເຮີ ທີ່​ປຶກ​ສາ​ຫາ​ແຫ່​ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຫງວຽນ​​ຈິ​ວິນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ.

ທ່ານ​ເວີ້ຍ​ເຟີ້ງ​ເຮີ ກ່າວ​ວ່າ, ຈີນ​ແລະ​ຫວຽດ​ນາມ​ມີ​ພື້ນ​ຖານ​ມິດ​ຕະ​ພາບ​ອັນ​ໜັກ​ແໜ້ນ, ມີ​ອຸ​ດົມ​ການ​ແລະຄວາມ​ເຊື່ອ​ຖື​ຄ້າຍ​ຄື​ກັນ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແມ່ນ​ສຳ​ຄັນ​ແລະ​ພິ​ເສດ, ​ທັງແມ່ນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ. ກອງ​ທັບ​ຈີນ​ຍິ​ນ​ດີ​​ສຸມຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ​ກອງ​ທັບ​ຫວຽດ​ນາມ, ປະ​ຕິ​ບັດ​ຕາມ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​​ທີ່ສຳ​ຄັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ​ສອງ​ລັດ​ຂອງສອງ​ປະ​ເທດ, ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ແລະ​ແລກ​ປ່ຽນ​​ຄວາມ​ຄິດ​ເຫັນ​ທາງ​ຍຸດ​ທະ​ສາດ, ​ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ເໝາະ​ສົມ, ຊຸກ​ຍູ້ໃຫ້​ການ​ພົວ​ພັນ​ລະ​ຫວ່າງກອງ​ທັບ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່, ເພື່ອ​ເປັນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​​ຕົ້ນ​ຕໍ​ຂອງ​ສອງ​ປະ​ເທດແລະ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ທ່ານ​ຫງວຽນ​ຈິວິນ ກ່າວ​ວ່າ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ແລະ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​​ໄດ້​​ທະ​ນຸ​ທ​ຖ​ໜອມ​ມິດ​ຕະ​ພາບ​ທີ່​ມີ​ມູນ​ເຊື້ອ​ລະ​ຫວ່າງ​ຫວຽດ​ນາມ​ແລະ​ຈີນ, ມີ​ຄວາມ​ປາດ​ຖະ​ໜາ​ແລະ​ໝັ້ນ​ໃຈ​ທີ່​ຈະຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ກອງ​ທັບ​ສອງ​ປະ​ເທດ​​ໃຫ້ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ, ​ເພື່ອສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ.

ຄຳ​ເຫັນ

0