李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຢືນ​ຢັນ​ວ່າ​ເຄີຍ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ເວ​ເນ​ຊູ​ເອ​ລາ​ແທ້

2019-02-20 16:32:52 cri

    ວັນ​ທີ 19 ກຸມ​ພານີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ຢືນ​ຢັນ​ວ່າ: ປະ​ເທດ​ຕົນ​ເຄີຍ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ມາ​ດູ​ໂຣ​ຂອງ​ເວ​ເນ​ຊູ​ເອ​ລາ ໂດຍ​ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ບັນ​ຫາ​ຄວາມ​ປອດ​ໄພ​ຂອງ​ພົນ​ລະ​ເມືອງອາ​ເມ​ຣິ​ກາ​ຢູ່​ເວ​ເນ​ຊູ​ເອ​ລາ​, ກອງ​ທັບ​ເວ​ເນ​ຊູ​ເອ​ລາ ແລະ​ບັນ​ຫາ​ອື່ນໆ.

    ທ່ານ ໂຣ​ເບີດ ພາ​ລາ​ດີ​ໂນ ຮອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວໃນ​ມື້​ດຽວ​ກັນ​ວ່າ: ປະ​ເທດ​ຕົນ​ໄດ້​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ຂອງ​ລັດ​ຖະ​ບານ​ມາ​ດູ​ໂຣແທ້ໜຶ່ງ​ຄັ້ງ​, ໂອ​ກາດ​ດັ່ງ​ກ່າວ, ອາ​ເມ​ຣິ​ກາ​ໄດ້​ສຸມ​ໃສ່​ການ​ປົກ​ປ້ອງ​ຄວາມ​ປອດ​ໄພ​ຂອງ​ອົງ​ການ​ແລະພົນ​ລະ​ເມືອງ​ອາ​ເມ​ຣິກ​າ​ຢູ່​ເວ​ເນ​ຊູ​ເອ​ລາ ແລະ​ກ່າວ​ວ່າ​ຈະ​ເອົາ​ໃຈ​ໃສ່​​ຕິດ​ຕາມ​ສະ​ຖາ​ນະ​ການ​ຢູ່​ເວ​ເນ​ຊູ​ເອ​ລາ​ຢ່າງ​ບໍ່​ຂາດ​ສາຍ. ສອງ​ຝ່າຍ​ຍັງ​ໄດ້​ປຶກ​ສາ​ຫາ​ລື​ຢ່າງ “ກົງ​ໄປ​ກົງ​ມາ” ກ່ຽວ​ກັບ​ກອງ​ທັບ​ເວ​ເນ​ຊູ​ເອ​ລາ.

ຄຳ​ເຫັນ

0