李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ທ​ຣຳ​ກ່າວ​ວ່າ​ບໍ່​ຟ້າວ​ປານ​ໃດ​ທີ່​ຈະ​ຊຸກ​ຍູ້​ການ​ປອດ​ນິວ​ເຄ​ລຍ​ຢູ່​ແຫຼມ​ເກົາຫຼີ

2019-02-20 16:31:43 cri

    ວັນ​ທີ 19 ກຸມ​ພານີ້, ທ່ານ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ມື້​ດຽວ​ກັນ, ທ່ານ​ໄດ້​ລົມ​ກັບ​ທ່ານ ມູນ​ເຈ​ອິນ ປະ​ທານ​າ​ທິ​ບໍ​ດີ​ສ.ເກົາຫຼີ​ຜ່ານ​ທາງ​ໂທ​ລະ​ສັບ​ກ່ຽວ​ກັບ​ການ​ພົບ​ປະ​ຄັ້ງ​ທີ 2 ລະ​ຫວ່າງ​ຜູ້​ນຳ​ອາ​ເມ​ຣິ​ກາ​ແລະ​ສ​ປ​ປ​ເກົາຫຼີ​ທີ່​ໃກ້​ຈະ​ຈັດ​ຂຶ້ນ, ​ໃນ​ບັນ​ຫາການ​ປອດ​ນິວ​ເຄ​ລຍ​ຢູ່​ແຫຼມ​ເກົາຫຼີ ແລະ​ບັນ​ຫາ​ອື່ນໆ, ສ່ວນ​ທ່ານ​ເອງ “ບໍ່​ຟ້າວ​ປານ​ໃດ” ທີ່​ຈະ​ຊຸກ​ຍູ້​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ປອດ​ນິວ​ເຄ​ລຍ​ຢູ່​ແຫຼມ​ເກົາຫຼີ.

    ທ່ານ ທ​ຣຳ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຢູ່​ທຳ​ນຽບ​ຂາວ​ວ່າ: ທ່ານ​ຄອງ​ຄອຍຫຼາຍ​ທີ່​ຈະ​ພົບ​ປະ​ກັບ​ທ່ານ ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ​​ຂອງສ​ປ​ປ​ເກົາຫຼີ ແລະ​ໄດ້​ປຶກ​ສາ​ຫາ​ລື​ກັບ​ທ່ານ ມູນ​ເຈ​ອິນ ກ່ຽວ​ກັບ​ເລື່ອງນີ້. ທ່ານ​ກ່າວ​ຕື່ມ​ວ່າ, ການ​ບັນ​ລຸ​ການ​ປອດ​ນິວ​ເຄ​ລຍ​ຢູ່​ແຫຼມ​ເກົາ​ຫຼີ ແມ່ນ​ເປົ້າ​ໝາຍ​ສຸດ​ທ້າຍ​ຂອງ​ອາ​ເມ​ຣິ​ກາ, ແຕ່​ທ່ານ​ເອງ​ “ບໍ່ຟ້າວ​ປານ​ໃດ” ທີ່​ຈະ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ໃນ​ທັນ​ທີ​, ຂະ​ນະ​ດຽວ​ກັນ, ອາ​ເມ​ຣິ​ກາ​ຍັງ​ຈະ​ສືບ​ຕໍ່​ຂວ້ຳ​ບາດ​ສ​ປ​ປ​ເກົາຫຼີ​ອີກ​ຕໍ່​ໄປ.

    ຕອນ​ຄ່ຳ​ມື້​ດຽວ​ກັນ, ທ່ານ ໂຣ​ເບີດ ພາ​ລາ​ດີ​ໂນ ຮອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ມື້​ດຽວ​ກັນ, ຜູ້​ຕາງ​ໜ້າ​ພິ​ເສດ​ດ້ານ​ນະ​ໂຍ​ບາຍ​ສ​ປ​ປ​ເກົາຫຼີ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເດີນ​ທາງ​ໄປ​ຮ່າ​ໂນ້ຍ​ເພື່ອ​ກະ​ກຽມ​ໃຫ້​ແກ່​ການ​ພົບ​ປະ​ລະ​ຫວ່າງ​ທ່ານ ທ​ຣຳ ແລະ ທ່ານ ກິມ​ເຈິງ​ອຸນ.

ຄຳ​ເຫັນ

0