蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິນ​ໂດ​ເນ​ເຊຍ​ຮ້ອງ​ຂໍ​ເປັນ​ເຈົ້າ​ພາບ​ຈັດ​ງານ​ໂອ​ລິມ​ປິກ​ປີ 2032 ຢ່າງ​ເປັນ​ທາງ​ການ

2019-02-20 15:04:16 CRI

ວັນ​ທີ 19 ກຸມ​ພາ​ນີ້, ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ອິນ​ໂດ​ເນ​ເຊຍ​ປະ​ກາດ​ວ່າ, ພາຍຫຼັງ​ເປັນ​ເຈົ້າ​ພາບ​ຈັດ​ງານ​ເອ​ຊຽນ​ເກມ​ປີ 2018 ຢ່າງ​ສຳ​ເລັດ​ຜົນ​ແລ້ວ, ອິນ​ໂດ​ເນ​ເຊຍ​ໄດ້​ຍື່ນ​ເອ​ກະ​ສານ​ຮ້ອງ​ຂໍ​ເປັນ​ເຈົ້າ​ພາບ​ຈັດ​ງານ​ໂອ​ລິມ​ປິກ​ປີ 2032 ຢ່າງ​ເປັນ​ທາງ​ການ​ແລ້ວ.

ເຈົ້າ​ໜ້າ​ທີ່​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິນ​ໂດ​ເນ​ເຊຍ​ປະ​ຈຳ​ສວິ​ສ​ໄດ້​ຍື່ນ​ຈົດ​ໝາຍ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ໂກ ວິ​ໂດ​ໂດ ແລະ ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ອິນ​ໂດ​ເນ​ເຊຍ​ໃຫ້​ທ່ານ​ໂທ​ມາ​ສ ບາ​ສ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ໃນ​ອາ​ທິດ​ຜ່ານ​ມາ. ເຈົ້າ​ໜ້າ​ທີ່​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ປະ​ເທດ​ຕົນ​ໄດ້​ກຽມ​ພ້ອມ​ແລ້ວ​​ທີ່ຈະ​ເປັນ​ເຈົ້າ​ພາບ​ຈັດ​ງານ​ໂອ​ລິມ​ປິກ. ປັດ​ຈຸ​ບັນ, ຕ້ອງ​ການ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ​ປະ​ເທດ​ຕົນ ແລະ ຈາກ​ປະ​ຊາ​ຄົມ​ໂລກ.

ປີ 2014, ນະ​ຄອນຫຼວງ​ຮ່າ​ໂນ້ຍ​ປະ​ເທດ​ຫວຽດ​ນາມ​ທີ່​ເປັນ​ເຈົ້າ​ພາບ​ຈັດ​ງານ​ເອ​ຊຽນ​ເກມ​ຄັ້ງ​ທີ 18 ໄດ້​ປະ​ກາດ​ສະຫຼະ​ສິດ​ເປັນ​ເຈົ້າ​ພາບ​ຈັດ​ງານ​ຢ່າງ​ກະ​ທັນ​ຫັນ ຍ້ອນ​​ແຮງກົດ​ດັນ​ທາງ​ເສດ​ຖະ​ກິດ ແລະ ອິນ​ໂດ​ເນ​ເຊຍ​ກໍ​ປະ​ກາດ​ວ່າ​ຍິນ​ດີ​ເປັນ​ເຈົ້າ​ພາບ​ຈັດ​ງານ​ດັ່ງ​ກ່າວ. ເຄີຍ​ມີ​ຫາງ​ສຽງ​ສົງ​ໄສວ່າ, ອິນ​ໂດ​ເນ​ເຊຍ​ຈະ​ມີ​ຄວາມ​ສາ​ມາດຫຼື​ບໍ່ ໃນ​ການ​ເປັນ​ເຈົ້າ​ພາບ​ຈັດ​ງານ​​ເອ​ຊຽນ​ເກມທີ່​ມີ​ນັກ​ກິ​ລາ​ຫຼາຍກວ່າ​ໝື່ນ​ຄົນ​ເຂົ້າ​ຮ່ວມ, ແຕ່​ງານ​ເອ​ຊຽນ​ເກມ​ປີ 2018 ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ ຈິ່ງ​ໄດ້​ຮັບ​ການຍອມ​ຮັບຈາກ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ.

ຄຳ​ເຫັນ

0