覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຈີນ​ແລະ​ກຳ​ປູ​ເຈຍ​ ​ແລກ​ປ່ຽນ​ບົດ​ຮຽນ​ເກັບ​ກູ້​ລະ​ເບີດ

2019-02-21 15:22:14 cri

ກອງກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ກຳ​ປູ​ເຈຍ​ປະ​ຈຳ​ລີ​ບັງ​ໄດ້​ຢ້ຽມ​ຢາມ​ຄ້າຍ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຈີນ​ໃນ​ວັນ​ທີ 19 ກຸມ​ພາ​ນີ້​ເພື່ອ​ແລກ​ປ່ຽນ​ບົດ​ຮຽນ​ດ້ານ​ການ​ເກັບ​ກູ້​ລະ​ເບີດ.
 

ມື້​ດຽວ​ກັນ, ກອງກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ກຳ​ປູ​ເຈຍ​ປະ​ຈຳ​ລີ​ບັງລວມ​ທັງ ຜູ້​ບັນ​ຊາ​ການ ທັງ​ໝົດ 10 ຄົນ​ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ຄ້າຍ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຈີນ​ເພື່ອ​ດຳ​ເນີນ​ການ​ແລກ​ປ່ຽນ​ບົດ​ຮຽນ​ດ້ານ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ,ການ​ກໍ່​ສ້າງ​ກຳ​ລັງ​ທະ​ຫານ, ການ​ປ້ອງ​ກັນ​ຕົວ​ໃນ​ສະ​ພາບສຸກ​ເສີນ, ການ​ເກັບ​ກູ້​ລະ​ເບີດ​ຢ່າງ​ປອດ​ໄພ​ແລະ​ມີ​ປະ​ສິດ​ທິ​ພາບ​ສູງ​ແລະ​​ວຽກ​ງານອື່ນໆ. ຫຼັງ​ຈາກ​ນັ້ນ, ສອງ​ຝ່າຍ​ໄດ້​​ພັດ​ສະ​ນາ​ຈອນ​ໃນ​ເຂດ​ທີ່​ມີ​ລະ​ເບີດ​​ຝັງ​ຢູ່ໃຕ້​ດິນ​ແຫ່ງ​ໜຶ່ງ​ທີ່ໃກ້​ເສັ້ນ​ສີ​ຟ້າ​​ຕາມ​ແນວຊາຍ​ແດນ​ລີ​ບັງ-ອິດ​ສະ​ຣາ​ແອນ​.
 

 ວັນ​ດຽວ​ກັນ, ​ໜ່ວຍ​ເກັບ​ກູ້​ລະ​ເບີດ​ຂອງ​ທະ​ຫານ​ຈີນ​ໄດ້​ເກັບ​ກູ້​ແລະ​ທຳ​ລາຍ​ໝາກ​ມິນ 10 ລູກ​ ໃນຂອບ​ເຂດ​ເນື້ອ​ທີ່ 27 ຕາ​ແມັດ, ກວດ​ຄົ້ນ​ແລະ​ເກັບ​ກູ້​ລະ​ເບີດ​ຕາມ​ເສັ້ນ​ທາງ​ຕ່າງໆ​ເພື່ອ​ຮັກ​ສາ​ຄວາມ​ປອດ​ໄພ ໃນ​ຂອບ​ເຂດ​ເນື້ອ​ທີ່ 40 ຕາ​ແມັດ. ປັດ​ຈຸ​ບັນ, ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຈີນ​ປະ​ຈຳ​ລີ​ບັງ​ຊຸດ​ທີ 17 ໄດ້​ເກັບ​ກູ້​ລະ​ເບີດ​ໃນ​ຂອບ​ເຂດ​ເທື່ອ​ທີ່ 6078 ຕາ​ແມັດ, ຄົ້ນ​ພົບ​ແລະ​ທຳ​ລາຍ​ໝາກ​ມິນ​ໄດ້ 1.213 ລູກ.

ຄຳ​ເຫັນ

0