吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຊ່ຽວຊານຈາກ 6 ປະ​ເທດ​​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ປຶກສາ​ຫາລື​ການ​ຮ່ວມ​ມືຄຸ້ມ​ຄອງ​ມໍ​ລະ​ດົກ​ວັດທະນະທຳ​

2019-02-21 16:51:21 cri

ການ​ຝຶກ​ອົບຮົມ​ດ້ານ​ການ​ຄຸ້ມ​ຄອງ​ມໍລະດົກ​ວັດທະນະທຳ​ແຫ່ງ​ຊາດຂອງ​ບັນດາ​ປະ​ເທດ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ບາກັນ​ປະ​ເທດ​ມຽນມາ​​ແຕ່​ວັນ​ທີ 19 ຫາວັນທີ 21 ກຸມພາ​ນີ້. ຜູ້​ຊ່ຽວຊານ​ດ້ານ​ການ​ຄຸ້ມ​ຄອງ​ມໍ​ລະ​ດົກວັດທະນະທຳ​ຈາກ​ຈີນ, ມຽນມາ, ລາວ, ​ໄທ, ກຳປູ​ເຈຍ ​ແລະ​ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ເພື່ອ​ປຶກສາ​ຫາລື​ແລກປ່ຽນປະສົບ​ການ​ໃນ​ການ​ບູລະນະ ​ແລະ​ວິທີ​ຄຸ້ມ​ຄອງມໍລະດົກ​ວັດທະນະ​ທຳ.

ທ່ານ​ຮົງ​ລ້ຽງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມຽນມາ​ກ່າວ​ວ່າ: ການ​ຝຶກ​ອົບຮົມຄັ້ງ​ນີ້​ແມ່ນ​ໂຄງການ​ຮ່ວມ​ມື​ທີ່​ສຳຄັນ​ພາຍ​ໃຕ້​ການ​ສະໜັບສະໜູນຂອງ​ກອງ​ທຶນ​ສະ​ເພາະ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ​ເພື່ອ​ສະ​ໜອງ​ເວທີ​ປຶກສາ​ຫາລື​ໃຫ້​ຜູ້​ຊ່ຽງ​ຊານ 6 ປະ​ເທດ​ໄດ້​ແບ່ງປັນ​ປະສົບ​ການ​ຄຸ້ມ​ຄອງ​ມໍລະດົກ​ວັດທະນະທຳ, ຍົກ​ສູງ​ລະດັບ​ການ​ຄຸ້ມ​ຄອງມໍລະດົກ​ວັດທະນະທຳ​ຮ່ວມ​ກັນ ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ເຮັດ​ໃຫ້ບັນດາ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງສາມາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄຸ້ມ​ຄອງ​ມໍລະດົກ​ວັດທະນະທຳ​ກໍຄື​ການ​ສືບ​ທອດວັດ​ທະ​ນະ​ທຳ​ຮ່ວມ​ກັນ, ລົງ​ເລິກ​ສາຍ​ພົວພັນ​ທີ່​ດີ​ຂອງ​ບັນດາ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ​ແລະສົ່ງ​ເສີມ​​ໄມຕີ​ຈິດ​ມິດຕະພາບ​ທີ່​ມີມາ​ແຕ່​ບູຮານ​ນະ​ການ.

ການ​ຮ່ວມ​ມື​ດ້ານ​ການຄຸ້ມ​ຄອງ​ມໍລະດົກ​ວັດທະນະທຳ​​ແມ່ນການ​ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ແລະ​ແລວທາງ​ເສດຖະກິດ​​ຈີນ-ມຽນມາ. ປັດຈຸບັນ​ນີ້, ຈີນ​ພວມ​ອອກ​​ແຮງຊ່ວຍ​ເຫຼືອ​ມຽນມາບູລະນະ​ພະທາດ​ວັດ​ບາກັນ, ສຳ​ຫຼວດ ​ແລະ​ວາງ​ແຜນການ​ຮ້ອງ​ຂໍ​ເປັນ​ມໍລະດົກ​ໂລກ​ຂອງ​ເມືອງ​ບາ​ກັນ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການບູລະນະ, ພັດທະນາ ​ແລະ​ຮ້ອງ​ຂໍ​ໃຫ້​ຮ່ອງຮອຍ​ເມືອງ​ມະຣຸກຍູ​ລັດ​ຍະ​ໄຂ່​ເປັນ​ມໍ​ລະ​ດົກ​ໂລກ.

ຄຳ​ເຫັນ

0