蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣັກ​ໄດ້​ຈັບ​ສະ​ມາ​ຊິກ “ລັດ​ອິ​ສ​ລາມ” 24 ຄົນທີ່​​ລັກ​ລອບ​ເຂົ້າ​ປະ​ເທດ​ຕົນ​ຈາກ​ຊີ​ຣີ

2019-02-21 16:38:18 CRI

ເຈົ້າ​ໜ້​າ​ທີ່​ຮັກ​ສາຄວາມ​ໝັ້ນ​ຄົງ​ອີ​ຣັກ​ກ່າວ​ໃນ​ວັນ​ທີ 20 ກຸມ​ພາ​ນີ້​ວ່າ, ມື້​ດຽວ​ກັນ, ກອງ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ອີ​ຣັກ​ໄດ້​ຈັບ​ຜູ້​ປະ​ກອບ​ອາ​ວຸດ​ຫົວ​ຮຸນ​ແຮງ “ລັດ​ອິ​ສ​ລາມ” ຫຼື IS 24 ຄົນ​ທີ່​​ລັກ​ລອບ​ເຂົ້າ​ພາກ​ເໜືອ​ປະ​ເທດ​ຕົນ​ຈາກ​ຊີ​ຣີ.

ທ່ານ​ໂອ​ດ​ມານ ອານ-ການ​ມີ ​ຫົວ​ໜ້າ​ກົມ​ໃຫຍ່ເສ​ນາ​ທິ​ການກອງ​ທັບ​ອີ​ຣັກ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ, ​ກຸ່ມ​ປະ​ກອບ​ອາ​ວຸດ​ດັ່ງ​ກ່າວ​ໄດ້​ລັກ​ລອບ​ເຂົ້າ​ແຂວງ​ນີ​ເນ​ວາ ທາງ​ພາກ​ເໜືອ​ອີ​ຣັກ​ຈາກ​ຊີ​ຣີ, ໃນ​ນັ້ນ ລວມ​ມີ​ດັ​ບຫົວ​ໜ້າ​ກຸ່ມ IS 4 ຄົນ.

ທ່ານ​ການ​ມີໄດ້​ອອກ​ຄຳ​ສັ່ງ​ໃຫ້​ກອງ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ອີ​ຣັກ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ຢ່າງ​ເຂັ້ມ​ງວດ, ປ້ອງ​ກັນ​ບໍ່​ໃຫ້​​ກຸ່ມ​ປະ​ກອບ​ອາ​ວຸດ​ຂອງ IS ​ສດ​ມາດ​ລັກ​ລອບ​ເຂົ້າ​ແຂວງ​ໂມ​ຊຸນ ແລະ​ແຂວງ​ອື່ນ​ຂອງ​ອີ​ຣັກ​ໄດ້.

ນອກ​ນີ້, ວັນ​ທີ 20 ກຸມ​ພາ​ນີ້, ທ່ານ​ຢາ​ຮ​ຢາ ຣາ​ຊູນ ໂຄ​ສົກ​ກອງ​ບັນ​ຊາ​ການ​ເຄື່ອນ​ໄຫວ​ປະ​ສົມ​ອີ​ຣັກ​ຖະ​ແຫຼງວ່າ, ມື້​ດຽວ​ກັນ, ໂດຍ​ອີງ​ຕາມ​ຂ່າວ​ລັບ​​ທີ່​ແນ່ນອນ, ກອງ​​ກຳ​ລັງ​ການ​ເຄື່ອນ​ໄຫວ​ປະ​ສົມ​ອີ​ຣັກ​ໄດ້​ລັດ​ຍິງ​ລົດ​ຄັນ​ໜຶ່ງ​ທີ່​ຂົນ​ສົ່ງ​ກຸ່ມ​ປະ​ກອບ​ອາ​ວຸດ IS ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ໂມ​ຊູນ ແລະ ໄດ້​ຍິງ​ກຸ່ມ​ປະ​ກ​ອ​ບ​ອາ​ວຸດເສຍ​ຊີ​ວິດ 5 ຄົນ.

ຄຳ​ເຫັນ

0