黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຊົມ​ເຊີຍ​ຟີ​ລິບ​ປີນຮັບ​ຮອງ “ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງເຂດ​ປົກ​ຄອງ​ຕົນ​ເອງບັງ​ຊະ​ໂມ​ໂຣ​ມຸ​ສ​ລິມ​ມິນ​ດາ​ນາວ”

2019-02-21 15:30:31 cri

ຕາມ​ຂ່າວ​ສານ​ຈີນ: ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ກຸມ​ພາ​ນີ້, ທ່ານ​ເກີງ​​ສວງ ໂຄ​ສົກ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຟີ​ລິບ​ປີນ​ທີ່​ສາ​ມາດຜ່ານ​​ການຮັບ​ຮອງ “ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​​ເຂດ​ປົກ​ຄອງ​ຕົນ​ເອງບັງ​ຊະ​ໂມ​ໂຣ​ມຸ​ສ​ລິມມິນ​ດາ​ນາວ”.

ມີ​ນັກ​ຂ່າວ​ຖາມ​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ການ​ລົງ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ “ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ເຂດ​ປົກ​ຄອງ​ຕົນ​ເອງບັງ​ຊະ​ໂມ​ໂຣ​ມຸ​ສ​ລິມ​ມິນ​ດາ​ນາວ” ຫຼື BOL ຂອງ​ຟີ​ລິບ​ປີນ​ໄດ້​ຮັບ​ຜົນ​ສຳ​ເລັດ, ແລະ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຢ່າງກວ້າງ​ຂວ​າງ​ຈາກ​ພາຍ​ໃນ​ປະ​ເທດ​ຟີ​ລິບ​ປີນ. ຈີນ​ມີ​ຄວາມ​ເຫັນ​ຫຍັງ​ຕໍ່​ເລື່ອງ​ນີ້?

ທ່ານ​ເກີງ​​ສວງ​ກ່າວ​ວ່າ, ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຜ່ານ​ການ​ຮັບ​ຮອງ, ສະ​ແດງ​ໃຫ້​ເຫັນ​ວ່າ​ພາຍ​ໃຕ້​ການ​ນຳ​ຂອງ​ທ່ານໂຣດຣີ​ໂກ ດູເຕີ​ເຕ ປະ​ທານ​າ​ທິ​ບໍ​ດີ​ຟິ​ບ​ປີນ, ຂະ​ບວນ​ການ​ສັນ​ຕິ​ພາບແລະ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ຊົນ​ເຜົ່າ​ໃນ​ປະ​ເທດ​ຟີ​ລິບ​ປີນ​ມີ​ຄວາມ​ຄືບ​ໜ້າ​ສຳ​ຄັນ​ອີກ​ກ້າວ​ໜຶ່ງ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ​ຕໍ່​ເລື່ອງ​ນີ້.

ຄຳ​ເຫັນ

0