黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

6 ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຈັດ​​ກອງ​ປະ​ຊຸມສຳ​ມະ​ນາ​ການຄຸ້ມ​ຄອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ

2019-02-21 15:30:55 cri

ຕາມ​ຂ່າວ CRI: ກອງ​ປະ​ຊຸມ​ສຳ​ມະ​ນາ​ການຄຸ້ມ​ຄອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳຂອງ​ປະ​ເທດ​ລຽບ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ຈັດ​ຂຶ້ນ​ຢູ່ເມືອງ​ບາ​ກັນ​ປະ​ເທດ​ມຽນ​ມາ. ຜູ້​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ​ຂອງ​ພາກ​ສ່ວນ​ອະ​ລຸ​ລັກ​ແລະຄຸ້ມ​ຄອງ​ວັດ​ຖຸ​ບູ​ຮານ​ຂອງ 6 ປະ​ເທດ​ຄື: ຈີນ, ມຽນ​ມາ, ລາວ, ໄທ, ກຳ​ປູ​ເຈຍ​ແລະ​ຫວຽດ​ນາມ​​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ເພື່ອ​ຖອດ​ຖອນ​ບົດ​ຮຽນ​ດ້ານ​ການ​ປົກ​ປັກ​ຮັກ​ສາ​ແລະຄຸ້ມ​ຄອງ​ມໍ​ລະ​ດົກ​ລັດ​ທະ​ນະ​ທຳ.

ໃນ​ກອງ​ປະ​ຊຸມສຳ​ມະ​ນາ​ຄັ້ງ​ນີ້, ຜູ້​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ 30 ກວ່າ​ທ່ານ​ຂອງ 6 ປະ​ເທດ​ໃນ​ຂົງ​ເຂດ​​ຄຸ້ມ​ຄອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ແລະ​ຂົງ​ເຂດ​ບູ​ລະ​ນະວັດ​ຖຸ​ບູ​ຮານ​ລ້ວນ​ແຕ່​ໄດ້​ກ່າວ​ຄຳ​ປາ​ໄສ, ແບ່ງ​ປັນ​ບົດ​ຮຽນ​ຂອງ​ປະ​ເທດ​ຕົນ​ໃນ​ດ້ານ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ແລະ​​ບູ​ລະ​ນະ​ວັດ​ຖຸ​ບູ​ຮານ. ທ່ານ​ຫວາງ​ສ້ຽວ​​ຟ່ານ ຫົວ​ໜ້າ​ພະ​ແນກ​ມໍ​ລະ​ດົກ​ໂລກ​ຂອງ​ກົມຄຸ້ມ​ຄອງ​ມໍ​ລະ​ດົກ​ອົງ​ການ​ວັດ​ຖຸ​ບູ​ຮານ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຫວັງ​ວ່າ​​ຜ່ານ​ການແບ່ງ​ປັນ​ບົດ​ຮຽນ​ຂອງ​ຈີນ​ໃນ​ດ້ານ​ການ​ຮ້ອງ​ຂໍແລະ​ຄຸ້ມ​ຄອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ໂລກ​​ຈະ​ເປັນ​ປະ​ໂຫຍດ​ຕໍ່ເພື່ອນ​ມິດ​​ໃນ​ບັນ​ດາ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.

ຄຳ​ເຫັນ

0