覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງ​ປະ​ທານ​ຄະ​ນະ​ກຳ​ມະການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ​ຢ້ຽມ​ຢາມ​ລາວ

2019-02-21 15:20:12 cri

ທ່ານ​ນິ້ງ​ຈີ​ເຈີ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນໄດ້​ເດີນ​ທາງ​ຢ້ຽມ​ຢາມ​ລາວ​ແຕ່​ວັນ​ທີ 18-21 ກຸມ​ພາ​ນີ້​ ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຄວາ​ມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ຜູ້​ນຳ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ລາວ, ສຸມ​ໃສ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ຄວາມ​ສາ​ມາດ​ການ​ຜະ​ລິດ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ໜັກ​ແໜ້ນ.
 

 ໃນ​ໄລ​ຍະ​ຢ້ຽມ​ຢາມ​ລາວ, ທ່ານ​ນິ້ງ​ຈີ​ເຈີ​ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ​ ທອງ​ລຸນ​ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ, ທ່ານ​ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ແລະ​ໄດ້​ປຶກ​ສາ​ຫາ​ລື​ກັບ​ທ່ານ​ສຸ​ພັນ ແກ້ວ​ມີ​ໄຊ ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ​ແລະ​ການ​ລົງ​ທຶນລາວກໍ​ຄື ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງຝ່າຍ​ລາວ​ໃນ​ການສ້າງ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ລາວ​ເຊັ່ນ ກະ​ຊວງ​ພະ​ລັງ​ງານ​ແລະ​ບໍ່​ແຮ່, ກະ​ຊວງ​ກະ​ສິ​ກຳ-​ປ່າ​ໄມ້, ສະ​ຖາ​ບັນ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ແຫ່ງ​ຊາດ​ລາວ​ແລະ​ອື່ນໆ.ນອກ​ນີ້, ​ທ່ານຍັງ​ໄດ້​ພົບ​ປະ​ກັບ​ທ່ານ​ເຂັມ​ມະ​ນີ ​ພົນ​ເສ​ນາ ປະ​ທານ​ຄະ​ນະ​ກຳ​ມ​ະ​ການການ​ຮ່ວມ​ມື​ລາວ-ຈີນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​​ແລະການ​ຄ້າ ແລະ​ທ່ານ​ສັນ​ຕິ​ສຸກ ສິມ​ມ​າລາ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງໂຍ​ທາ​ທິ​ການ​ແລະ​ຂົນ​ສົ່ງ. ​ນອກ​ນີ້, ທ່ານ​ນິ້ງ​ຈີ​ເຈີ ຍັງ​ໄດ້​ເດີນ​ທາງ​​ຢ້ຽມ​ຢາມ​ແລະ​ສຳຫຼວດ​ສະ​ຖານ​ທີ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ ກໍ​ຄື​ຫ້ອງ​ການ​ຊີ້​ນຳ​ການ​ປະ​ຕິ​ບັດ​ໂຄງ​ການ​ກໍ່​ສ້າງ​ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ.
 

ທ່ານ​ຈ່ຽງ​ຈ້າຍ​ຕຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ, ຜູ້​ຮັບ​ຜິດ​ຊອບ​ກ່ຽວ​ຂ້ອງ​ຂອງ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ,ທະ​ນາ​ຄານຂາ​ເຂົ້າ​ຂາ​ອອກ​ຈີນ, ສູນ​ແລກ​ປ່ຽນ​ເສດ​ຖະ​ກິດ​ສາ​ກົນ,ຄະ​ນະ​ກຳ​ມະການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຂວງ​ຢູນ​ນານ​ໄດ້​​ຮ່ວມ​ເດີນ​ທາງ​ຢ້ຽມ​ຢາມ​ລາວ​ໃນ​ຄັ້ງ​ນີ້.

ຄຳ​ເຫັນ

0