蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​​ກັບ​ສົມ​ເດັດ​​ອາ​ນເບີດ ​ລັດ​ຊະ​ການທີ​ສອງ

2019-03-25 15:16:42 CRI

圖片默認標題_fororder_8ae2073f30524cc49f3b0eef84d96019

 

圖片默認標題_fororder_249f72b279414c8b8e4dd781b2e51ead

 

圖片默認標題_fororder_3b14957295a8435f86b7450b92c2c0fb

ວັນ​ທີ 24 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​​​ສົມ​ເດັດອາ​ນເບີດ ​ລັດ​ຊະ​ການທີ​ສອງ ປະ​ມຸກ​ລັດ​ນະ​ຄອນ​ລັດ​ໂມ​ນາ​ໂກ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປິຕິ​ຊົມ​ຊື່ນ​ທີ່​ໄດ້​ເດີນ​ທາງ​ມາຢ້ຽມ​ຢາມນະ​ຄອນ​ລັດ​ໂມ​ນາ​ໂກ​ທາງ​ລັດ​ຖະ​ກິດ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ສົມ​ເດັດ. ສອງ​ປະ​ເທດ​ຈີນ-ໂມ​ນາ​ໂກ​ມີ​ນິດ​ໄສ​​ໃຈ​ຄໍ​ຂອງຊົນ​ຊາດ​ແລະ​ຄວາມ​ສະ​ແຫວງ​ຫາ​ທາງ​ດ້ານ​ຈິດ​ໃຈ​ທີ່​ຄ້າຍ​ຄື​ກັນ ເຊິ່ງ​ເຮັດ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ກັນ​ແລະ​ຮັກ​ແພງ​ກັນ. ປັດ​ຈຸ​ບັນ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ໜັກ​ແໜ້ນ ແລະ ໄດ້​ນຳ​ໜ້າ​ການ​ຮ່ວມ​ມື​ຈີນ-ເອີ​ຣົບ ໃນ​ຂົງ​ເຂດ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ໂທ​ລະ​ຄົມ, ການ​​ຊຳ​ລະ​ເງິນ​ແບບ​ເຄື່ອນ​ທີ່ ແລະ ອື່ນໆ. ການ​ພົວ​ພັນ​ຈີນ-ໂມ​ນາ​ໂກ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ໃນ​ການ​ໄປ​ມາ​ຫາ​ສູ່​​ກັນ​ບົນ​ຈິດ​ໃຈ​ມິດ​ຕະ​ພາ​ບ​ລະ​ຫວ່າງ​ປະ​ເທດ​ທີ່​ມີ​ເນື້ອ​ທີ່​ແຕກ​ຕ່າງ​ກັນຫຼາຍ, ປະ​ຫວັດ​ສາດ​ແລະ​ວັດ​ທະ​ນະ​ທຳ​ແຕກ​ຕ່າງ​ກັນ ແລະ ມີ​ລະ​ບອບ​ສັງ​ຄົມ​ທີ່​ແຕກ​ຕ່າງ​ກັນ. ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ໂມ​ນາ​ໂກ​ທີ່​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາ​ກົນ​ພາຍ​ໃຕ້​ຂອບຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ສອງ​ຝ່າຍ​ຄວນ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ດ້ານ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ສູງ​ຂຶ້ນ. ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ມູນ​ນິ​ທິ​ສົມ​ເດັດ​​ໃນ​ການດຳ​ເນີນ​ກິດ​ຈະ​ກຳ​ສາ​ທາ​ລະ​ນະ​ປະ​ໂຫຍດ​ດ້ານ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຢູ່​ຈີນ.

ສົມ​ເດັດ​ອາ​ນເບີດ ​ລັດ​ຊະ​ການທີ​ສອງ​ກ່າວ​ວ່າ, ເນື່ອງ​ໃນ​ໂອ​ກາດ​ວັນ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນຄົບ​ຮອບ 70 ປີ​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ຂ້າ​ພະ​ເຈົ້າ​​ຂໍສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຈີນ​​ທີ່ປະ​ສົບ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​. ການ​ພົວ​ພັນ​ໂມ​ນາ​ໂກ-ຈີນ​​ໄດ້ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ. ໂມ​ນາ​ໂກ​ຍິນ​ດີ​ເປີດກວ້າງ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ​ການປະ​ດິດ​ສ້າງ​ໃໝ່, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ, ການ​ອະ​ນຸ​ລັກ​ສັດ​ປ່າ, ພະ​ລັງ​ງານ​ໝູນວ​ຽນ ແລະ ອື່ນໆ. ໂມ​ນາ​ໂກ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສູງ​ຕໍ່​ຈີນ​ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ວຽກ​ງານ​ສາ​ກົນ​ອື່ນໆ, ຍິນ​ດີ​ສະ​ໜັບ​ສະ​ໜູນ​ຈີນ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ພາ​ຄີ​ຄັ້ງ​ທີ 15 ຂອງ “ສົນ​ທິ​ສັນ​ຍາ​ຊີ​ວະ​ນາ​ນາ​ພັນ” ໃນ​ປີ​ໜ້າ, ຍິນ​ດີ​ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ໂມ​ນາ​ໂກ-ຈີນ ແລະ ເພີ່ມ​ທະ​ວີ​ສາຍ​ພົວ​ພັນມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ.

ຄຳ​ເຫັນ

0