吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ນຳ​ພາ​ການ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ

2019-04-03 16:24:40 cri

ໃນ​ຊຸມ​ປີ​ຜ່ານ​ມາ, ເສດ​ຖະ​ກິດ​ຈີນ​ໄດ້​ຂະ​ຫຍາຍ​ຕົວ​ຈາກ​ໄລ​ຍະ​ຂະ​ຫຍາຍ​ຕົວ​ດ້ວຍ​ຄວາມ​ໄວ​ສູງ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ ເຊິ່ງ​ມີ​ຈຸດ​ພິ​ເສດ​ຄື ຄຸນ​ນະ​ພາບ​​ຕ້ອງ​ນຳ​ໜ້າ​ການ​ເຕີບ​ໂຕ​ດ້ານ​ປະ​ລິ​ມານ, ຫັນ​ຈາກ​ລະ​ບົບທີ່​ຖື​ຜະ​ລິດ​ຕະ​ພັນ​ທີ່​ມີ​ເຕັກ​ນິກ​ຕ່ຳ,ແລະ​ມູນ​ຄ່າ​ເພີ່ມ​ໜ້ອຍ​ເປັນຫຼັກ​ນັ້ນ ​ໄປ​ສູ່ ​ຜະ​ລິດ​ຕະ​ພັນ​ທີ່​ມີ​ເຕັກ​ນິກ​ສູງ​ແລະ​ມີ​ມູນ​ຄ່າ​ເພີ່ມ​ສູງ​ເປັນ​ຕົ້ນ​ຕໍ, ຈາກ​ການ​ພັດ​ທະ​ນາ​​ທີ່​ອາ​ໄສ​ຈຳ​ນວນ​ປັດ​ໄຈ​ການ​ຜະ​ລິດຫັນ​ໄປ​ສູ່​ການ​ພັດ​ທະ​ນາ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ການ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ​ນັບ​ມື້​ນັບ​ໄດ້​ກາຍ​ເປັນ​ຈຸດ​ພິ​ເສດ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ຂອງ​ຕົວ​ເມືອງ​ທັນ​ສະ​ໄໝ​ແຫ່ງ​ນີ້, ໃນ​ນີ້ ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກຳ​ລັງ​ກາຍ​ເປັນ​ພື້ນ​ຖານ​ສຳ​ຄັນ​ອັນ​ໜຶ່ງ​ໃນ​ການ​ຄ້ຳ​ຊູ​ການ​ພັດ​ທະ​ນາ​​ປັກ​ກິ່ງຢ່າງ​ມີ​ຄຸນ​ນະ​ພາບ​ສູງ.​

ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ນິກ megvii ​ປັກ​ກິ່ງ​ຈຳ​ກັດທີ່​ສ້າງ​ຕັ້ງ​ຂຶ້ນ​ຢູ່​ເຂດ​ຈົ່ງ​ກ່ວນ​ຊຸ່ນ​ເມື່ອ​ປີ 2011  ​ເປັນ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສູງ​ແຫ່ງ​ໜຶ່ງ, ປີ 2018 , ບໍ​ລິ​ສັດ​ນີ້​ໄດ້​ຖືກ​ຄັດ​ເລືອກ​ໃຫ້​ເປັນ​ໜຶ່ງ​ໃນ 10 ບໍ​ລິ​ສັດ​ຄອມ​ພິວ​ເຕີປັນ​ຍາ​ປະ​ດິດ​ດ້ານ​ຈັກ​ຂຸ​ວິນ​ຍານ​ຄວາມ​ພິວ​ເຕີຂອງ​ໂລກ. ເຕັກ​ນິກ​ຕົ້ນ​ຕໍ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ​ແມ່ນ​ວິ​ທີ​ຄິດ​ໄລ່​ຂອງ​ປັນ​ຍາ​ປະ​ດິດ​ກ່ຽວ​ກັບ​​ຈັກ​ຂຸ​ວິນ​ຍານ​ຄວາມ​ພິວ​ເຕີແລະ​ເຕັກ​ນິກແຊນ​ເຊີ   ເຊິ່ງ​ລວມ​ທັງ​ການ​ຈຳ​ແນກໜ້າ​ຕາ​ຄົນ, ຈຳ​ແນກ​ຮ່າງ​ກາຍ​ຄົນ, ຈຳ​ແນກ​ການ​​ທ່າມື, ຈຳ​ແນກ​ໃບ​ຢັ້ງ​ຢືນ, ຈຳ​ແນກ​ຮູບ​ພາບ​ແລະ​ອື່ນໆ. ທ່ານ​ເຊ້​ຢີ້​ນານ ຮອງ​ປະ​ທານ​ບໍ​ລິ​ສັດ megvii ໃຫ້​ຮູ້​ວ່າ: ໃນ​ເບື້ອງ​ຕົ້ນ​ທີ່​ບໍ​ລິ​ສັດ​ຫາ​ກໍ່​ສ້າງ​ຕັ້ງ​ຂຶ້ນ, ເພື່ອ​ໃຫ້​ມີ​ຄວາມ​ແຕ​ກ​ຕ່າງ​ກັບ​ບໍ​ລິ​ສັດ​ອື່ນ, ບໍ​ລິ​ສັດ​ເຮົາ​ໄດ້​ຜະ​ລິດ​ຜະ​ລິດ​ຕະ​ພັນ​ຜ່ານ​ປະ​ຕູ​ດ້ວຍ​ລະ​ບົບ​ຈຳ​ແນກ​ໃບ​ໜ້າ, ປັດ​ຈຸ​ບັນ, ຜະ​ລິດ​ຕະ​ພັນ​ນີ້​ໄດ້​ຮັບ​ການ​ເຜີຍ​ແຜ່​ນຳ​ໃຊ້​ໂດຍ​ທົ່ວ​ໄປ​ໃນ​ອາ​ຄານ​ເຮັດ​ວຽກ, ໂຮງ​ຮູບ​ເງົາ​​ທີ່​ມີ​ຊື່​ສຽງ​ແລະ​ທະ​ນາ​ຄານຫຼາຍ​ແຫ່ງ​ໃນ​ນະ​ຄອນຫຼວງ​ປັກ​ກິ່ງ​ກໍ​ໄດ້​ນຳ​ໃຊ້ເຕັກ​ນິກ​ນີ້​ເຊັ່ນ​ກັນ.

ນອກຈາກ​ສະໜອງ​ການ​ອອກ​ແບບ​ອັດ​ສະ​ລິ​ຍະ​ໃຫ້​ແກ່​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ຕ່າງໆ​ແລ້ວ, ບໍລິສັດ​ວິທະຍາສາດ​ເຕັກນິກ Megvii ຍັງ​ໄດ້​ຄົ້ນຄວ້າ​ຜະລິດ​ຕະພັນ​ຮາດ​ແວ​ອັດ​ສະ​ລິ​ຍະ​ຕ່າງໆ​ອີກ​ດ້ວຍ ​ໂດຍ​ໄດ້​ຜະສົມ​ຜະສານ​ກັນ​ກັບ​ອຸດສາຫະກຳ​ດັ້ງ​ເດີມ​ຢ່າງ​ແນບ​ນຽມ ​ແລະ ສະໜອງ​ແຜນການ​ແກ້​ໄຂ​ບັນຫາດ້ວຍ​ປັນຍາ​ປະດິດ. ທ່ານ ​ເຊ້​ຢີ້ນານ ​ໄດ້​ຍົກ​ເອົາ​ຮ້ານ​ຄ້າ​ຂະ​ໜາດ​ນ້ອຍ​ແຫ່ງ​ໜຶ່ງ​ມາ​ເປັນ​ຕົວຢ່າງ ​ໂດຍ​ໄດ້​ນຳ​ໃຊ້ກ້ອງ​ວົງ​ຈອນ​ປິດອັດ​ສະ​ລິ​ຍະ​ເຄື່ອງ​ໜຶ່ງ ​​ເຊື່ອມ​ເຂົ້າກັບ​ເຄື່ອງ​ໃຊ້​ອັດ​ສະ​ລິ​ຍະ​ຂອງ​ບໍລິສັດ​ຕົນ ກໍ​ສາມາດຊ່ວຍ​​ເກັບ​ກຳຂໍ້​ມູນທີ່​ຮ້ານ​ຄ້າ​ດັ້ງ​ເດີມ​ຕ່າງໆ​ບໍ່​ສາມາດເກັບ​ກຳ​ໄດ້​ ທັງ​ຊ່ວຍ​ວິ​ເຄາະ​ດ້ວຍ​ອັດ​ສະ​ລິ​ຍະ ຈຶ່ງ​ສາມາດ​ຊ່ວຍ​ຮ້ານ​ຄ້າ​ນ້ອຍ​​ແຫ່ງ​ນີ້​ປະຢັດ​ຕົ້ນທຶນ​ແຮງ​ງານ​ໄດ້ ​ແລະ ​ເພີ່ມ​ຜົນ​ກຳ​ໄລ​ທຸລະ​ກິດ. ທ່ານ​ກ່າວ​ຕື່ມ​ວ່າ: ຮ້ານ​ຄ້າ​ທີ່​ມີ​ເນື້ອ​ທີ່ 300-400 ຕາ​ແມັດ​ແຫ່ງ​ໜຶ່ງ ​ເມື່ອ​​ນຳ​ໃຊ້​ອຸປະກອນ​ດັ່ງກ່າວກໍ​ສາມາດ​ກາຍ​ເປັນ​ຮ້ານ​ຄ້າ​ດີ​ຈີ​ຕອນ​ໄດ້ ​ໂດຍສາມາດ​ຮູ້​ໄດ້​ວ່າ ​ແຕ່​ລະ​ມື້​ສິນຄ້າຕ່າງໆທີ່​ວາງຢູ່​ເທິງ​ຖ້ານຂາຍ​ເປັນຄື​ແນວ​ໃດ, ກຳ​ໄລ​ຂອງ​ສິນຄ້າ​ແຕ່ລະ​ຢ່າງ​ເປັນ​ຄື​ແນວ​ໃດ, ປະສິດທິພາບ​ຂອງ​ພະນັກງານ​ແຕ່ລະ​ຄົນ​ເປັນ​ແນວ​ໃດ ​ແລະ​ອື່ນໆ ກໍ​ສາມາດ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ໃນ​ລະບົບ​ອຸປະກອນ​ດັ່ງກ່າວ.

​ໃນ​ສາຍຕາ​ຂອງ​ບໍລິສັດ​ວິທະຍາສາດ​ເຕັກນິກ​ Megvii ອັດ​ສະ​ລິ​ຍະ​ບໍ່​ແມ່ນ​​ເພື່ອ​ເຂົ້າມາແທນ​ມະນຸດ, ​ແຕ່​ແມ່ນ​ການ​ຫັນປ່ຽນ​ແລະ​ຍົກ​ລະດັບ​ທັງ​ນັ້ນ ​ແລະ ​ໃນ​ທີ່​ສຸດ ມັນ​ຈະ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ວຽກ​ງານ ​ແລະ ຊີວິດ​ການ​ເປັນ​ຢູ່, ທັງຍົກ​ປະສິດທິພາບ​ໃຫ້​ສູງ​ຂຶ້ນ ​ແລະ ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ສັງຄົມ​ມະນຸດ ​ໂດຍ​ຄື​ກັນ​ກັບ​ການ​ປະຕິວັດ​ເຕັກ​ໂນ​ໂລ​ຊີ​ອື່ນໆ.

ຢູ່​ເຂດ​ຈົ່ງ​ກ່ວນຊຸ່ນ ນະຄອນຫຼວງປັກ​ກິ່ງ ຍັງ​ມີ​ວິ​ສາ​ຫະກິດ​ວິທະຍາສາດ​ເຕັກນິກ​ສູງ​ຄື​ກັບບໍລິສັດ​ວິທະຍາ​ດ​ເຕັກນິກ​ Megvii ​ຢ່າງຫຼວງຫຼາຍ. ​ໃນ​ເຂດ​ນິຄົມ​ວິທະຍາສາດ​ເຕັກນິກ​ຕົ່ງ​ເຊິ່ງ ​ເຂດ​ຈົ່ງ​ກ່ວນຊຸ່ນ, ມີ​ວິ​ສາ​ຫະກິດ​ແຫ່ງ​ໜຶ່ງ​ຊື່ວ່າ ກຸ່ມບໍລິສັດບິ​ກດາ​ຕາ​ຈູ​ສຟັນ​ຈຳກັດ ​ໄດ້​ສຸມ​ໃສ່​ “​ທຸລະ​ກິດ​​ຊັບ​ສິນຂໍ້​ມູນ” ມາ​ເປັນ​​ເວລາ​ດົນ​ນານ. ປັດຈຸບັນ, ​ເວົ້າ​ໃນ​ດ້ານ​ການ​ອອກ​ແບບ​ແລະ​ນຳ​ໃຊ້​ຖານ​ຂໍ້​ມູນ​ໃຫຍ່​ແລ້ວ, ບໍລິສັດຈູ​ສຟັນ​ຈຳກັດ​ໄດ້ສົມທົບ​ທຶນ​ຮ່ວມ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ 80 ​ແຫ່ງ​ຂອງ​ຈີນ​​ເພື່ອ​ສ້າງຕັ້ງບໍລິສັດ​ນຳ​ໃຊ້​ຖານ​ຂໍ້​ມູນ​ໃຫຍ່​​ແລະ​ຄຸ້ມ​ຄອງ​ທຸລະ​ກິດ​ຊັບ​ສິນຂໍ້​ມູນ​ໃນ​ຕົວ​ເມືອງ ​ແລະ ​ໄດ້​ຄົ້ນຄວ້າ-ອອກ​ແບບກໍລະນີ​ການນຳ​ໃຊ້ຂໍ້​ມູນ​ຂອງ​ອຳນາດ​ການ​ປົກຄອງ​ຕ່າງໆ 4.000 ກວ່າ​ກໍ​ລະ​ນີ.

ຕາມ​ຄວາມ​ເຫັນ​ຂອງ​ບໍລິສັດ JUSFOUN, ອົງການ​ປົກຄອງ​ໄດ້​ເຕົ້າ​​ໂຮມ​ຂໍ້​ມູນ​ຢ່າງ​ຫຼວງ​ຫຼາຍ, ​ເມື່ອ​ນຳ​ໃຊ້​ຂໍ້​ມູນ​ເຫຼົ່າ​ນີ້​ໃຫ້​ດີ​ແລ້ວ, ຈະ​ຊຸກຍູ້​ການ​ຍົກ​ລະດັບ​ການ​ຄຸ້ມ​ຄອງ​ສັງຄົມ​ຂອງ​ຈີນ, ຫັນປ່ຽນ​ຮູບ​​ແບບ​ການ​ພັດທະນາ​ຂອງ​ເສດຖະກິດ ​ແລະ​ຊ່ວຍພັດທະນາເສດ​ຖະກິດ​ຈີນ​ດ້ວຍ​ຄຸນ​ນະພາ​ບສູງ.

​ປີ 2018, ວິ​ສາ​ຫະກິດ​ເຕັກນິກ​ສູງ​ໃໝ່​ແຫ່ງ​ຊາດ​ໃນນະຄອນຫຼວງ​ປັກ​ກິ່ງມີ​ເຖິງ 25000 ​ແຫ່ງ, ​ເພີ່ມ​ຂຶ້ນ 25%, ວິ​ສາ​ຫະກິດ​ຢູ່​ນີຄອນ​ບັນລຸ 80 ​ແຫ່ງ, ​ໂດຍ​ສະ​ເລ່ຍ​ແລ້ວມີ​ວິ​ສາ​ຫະກິດ​​ປະດິດ​ສ້າງ​ໃໝ່​ 199 ​ແຫ່ງ​ເກີດ​ຂຶ້ນ​ໃນ​ແຕ່​ລະ​ມື້, ມູນ​ຄ່າ​ການ​ຊື້​ຂາຍ​ໃນ​ສັນຍາເຕັກນິກ​ເພີ່ມ​ຂຶ້ນ 10,5%. ມາຮອດ​ທ້າຍ​ປີ 2018, ​ໃນ​ນະຄອນຫຼວງ​ປັກ​ກິ່ງ ສະ​ເລ່ຍ​ແລ້ວ​ແຕ່ລະ 1 ໝື່ນ​ຄົນ​ມີ​ສິດທິ​ບັດຈຳນວນ 111,2 ສະບັບ, ປະລິມານ​ຮ້ອງ​ຂໍ​ສິດທິ​ບັດ​ເພີ່ມ​ຂຶ້ນ 13,6% ​ແລະ​ປະລິ​ມານ​ໄດ້​ຮັບ​ສິດ​ທິບັດ​​ເພີ່ມ​ຂຶ້ນ 15,47% ​ເມື່ອ​ທຽບ​ໃສ່​ປີ 2017.

ຄຳ​ເຫັນ

0