黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້​ນ​ຜິງ​ສົ່ງ​ສານ​ສະ​ແດງ​ຄວາມຊົມ​ເຊີຍ​ການ​ສ້າງ​ຕັ້ງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ອາ​ຟ​ຣິ​ກາ​ຂອງ​ຈີນ​

2019-04-09 16:09:22 cri

ວັນ​ທີ 9 ເມ​ສາ​ນີ້, ພິ​ທີ​ສ້າງ​ຕັ້ງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​​ອາ​ຟ​ຣິ​ກາ​ຂອງ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​ສະ​ຖາ​ບັນ​ດັ່ງ​ກ່າວ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ໂລກ​ປັດ​ຈຸ​ບັນ​ພວມ​ຜະ​ເຊີນ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ໃຫຍ່​ທີ່​ບໍ່​ເຄີຍ​ພົບ​ໃນ​ຮອບ​ຮ້ອຍ​ປີ, ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ອາ​ຟ​ຣິ​ກາ​ໃນ​ຖາ​ນະ​ເປັນ​ທະ​ວີບ​ທີ່​ມີ​ປະ​ເທດ​ພວມ​ພັດ​ທະ​ນາ​ຫຼາຍ​ທີ່​ສຸດ​ໃນ​ໂລກ, ປະ​ຊາ​ຊົນ​ສອງ​ຝ່າຍ​ມີ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ​ມາແຕ່​ບູຮານ​ນະ​ການ, ​ພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່, ຈີນ​ແລະ​ອາ​ຟ​ຣິ​ກາ​ໄດ້​ລົງ​ເລິກ​ມິດ​ຕະ​ພາບ​ທີ່​ມີ​ມູນ​ເຊື້ອ, ເຮັດ​ໃຫ້​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ແໜ້ນ​ແຟ້ນກວ່າ​ເກົ່າ, ຊຸກ​ຍູ້​ການ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ອາ​ລະ​ຍະ​ທຳ, ບໍ່​ພຽງ​ແຕ່​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ທັງ​ສອງ​ຝ່າຍ​ເທົ່າ​ນັ້ນ, ຍັງ​ຈະ​ເປັນ​ການ​ປະ​ກອບ​ສ່ວນ​ໃຫຍ່ກວ່າ​ເກົ່າ​ໃຫ້​ແກ່​ພາ​ລະ​ກິດ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ໃນ​ກອງ​ປະ​ຊຸມ​ສຸດຍອດ​​ປັກ​ກິ່ງ​ຂອງເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​ແລະ​ອາ​ຟຣິ​ກາ​ທີ່​ຈັດ​ຂຶ້ນ​ໃນ​ປີ 2018, ຈີນ​ແລະ​ອາ​ຟ​ຣິ​ກາ​ເປັນ​ເອ​ກະ​ພາບ​ກັນຕົກ​ລົງ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ​ອາ​ຟ​ຣິ​ກາ​ທີ່​​ແໜ້ນ​ແຟ້ນກວ່າ​ເກົ່າ, ແລະ​ປະ​ຕິ​ບັດ “8 ​ຂໍ້​ລິ​ເລີ່ມ​ສຳ​ຄັນ” ດ້ານ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຟ​ຣິ​ກາ. ການ​ທີ່​ສ້າງ​ຕັ້ງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ອາ​ຟ​ຣິ​ກາ​ຂອງ​ຈີນ​ແມ່ນມ​າດ​ຕະ​ການ​ສຳ​ຄັນ​ໃນ​​ຂໍ້​ລິ​ເລີ່ມ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ.

ຄຳ​ເຫັນ

0