尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງຜູ້ບັນ​ຊາ​ການ​ສູງ​ສຸດ​ຂອງ​ກອງ​ທັບປ້ອງ​ກັນ​ປະ​ເທດ​ມຽນ​ມາ

2019-04-11 11:23:02 cri

圖片默認標題_fororder_111

ຕາມ​ຂ່າວCRI: ວັນ​ທີ 10 ເມ​ສາ​ນີ້ ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງທ່ານ ມິນ​ອອງ​ລາຍ ​ຜູ້ບັນ​ຊາ​ການ​ສູງ​ສຸດ​ຂອງ​ກອງ​ທັບ​ປ້ອງ​ກັນ​ປະ​ເທດ​ມຽນ​ມາ. ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ: ຈີນ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ມຽນ​ມາ, ບໍ່​ວ່າ​ສະ​ຖາ​ນະ​ການ​ສາ​ກົນ​ຈະ​ມີ​ການ​ປ່ຽນ​ແປງ​ແນວ​ໃດ​ກໍ​ຕາມ,ຈີນ​ຍິນ​ດີ​ສືບ​ຕໍ່​ຮ່ວມ​ກັບ​ມຽນ​ມາ​ເພີ່​ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ທາງ​ຍຸດ​ທະ​ສາດ​ຄື​ທີ່​ໄດ້​ປະ​ຕິ​ບັດ​ຜ່ານ​ມາ,ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,ເພີ່ມ​ເນື້ອ​ໃນ​ຈິດ​ໃຈ​ໃໝ່​ເຂົ້າ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ມຽນ​ມາ​ໃຫ້​ສົມ​ບູນ​ຂຶ້ນ​ຕື່ມ​ຢ່າງ​ບໍ່​ຢຸດ​ຢັ້ງ,ສ້າງ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ​ຫຼາຍກວ່າ​ເກົ່າ,ຮ່ວມ​ກັນ​ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.
 

ທ່ານ ມິນ​ອອງ​ລາຍ ກ່າວ​ວ່າ: ​ມຽນ​ມາ​ແລະ​ຈີນ​ໄດ້​ມີ​ໄມ​ຕີ​ຈິດມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ທີ່​ມີ​ປະ​ຫວັດ​ສາດ​ຍາວ​ນານ,ການ​ພົວ​ພັນ​ລະ​ຫວ່າງ​ສອງ​ລັດ,ສອງກອງ​ທັບໄ​ດ້​ຮັກ​ສາ​ການ​ພັດ​ທະ​ນາ​ທີ່​ດີ​ມາ​ໂດຍ​ຕະ​ຫຼອດ. ມຽນ​ມາ​​ຂໍ​ສະ​ແດງ​ຄວາມຂອບ​ໃຈ​ຕໍ່​ຈີນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທີ່​ລ້ຳ​ຄ່າ​ແກ່​ມຽນ​ມາ​ໃນ​ການ​ສ້າງ​ສາ​ພັດ​ທະ​ນາ​​ປະ​ເທດ​ແລະ​ກອ​ງ​ທັບ​ມຽນ​ມາ​ໃນ​ໄລ​ຍະ​ຍາວ​ນານ​ມາ​ນີ້,ຂອບ​ໃຈ​ຕໍ່​ຈີນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຕໍ່​ຂະ​ບວນ​ການ​ສັນ​ຕິ​ພາບ​ພາຍ​ໃນ​ປະ​ເທດ​ຕົນ,ມຽນ​ມາ​ຊົມ​ເຊີຍ​ແລະ​ສະ​ໜັບ​ສະ​ໜູນ​ຢ່າງ​ຈິງ​ໃຈ​ພ້ອມ​ທັງ​ຍິນ​ດີ​ເຂົ້າ​ຮ່ວມ​ກາ​ນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢ່າງ​ຕັ້ງ​ໜ້າ,ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕົວ​ຈິງ​ກັບ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ,​ແລະ​ຈະໃຊ້​ມາດ​ຕະ​ການ​ທີ່​ແທ້​ຈິງ​ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ.

ຄຳ​ເຫັນ

0