ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ອິນໂດເນເຊຍເລີ່ມດຳເນີນການເລືອກຕັ້ງປະທານາທິບໍດີໃນວັນທີ 17 ເມສານີ້, ໂດຍຜູ້ມີສິດເລືອກຕັ້ງທີ່ໄດ້ລົງທະບຽນຈຳນວນ 190 ລ້ານຄົນຂອງອິນໂດເນເຊຍຈະໄປປ່ອນບັດຢູ່ສະຖານທີ່ປ່ອນບັດ 8 ແສນກວ່າແຫ່ງໃນທົ່ວປະເທດ,ເພື່ອເລືອກຕັ້ງປະທານາທິບໍດີແລະຮອງປະທານາທິບໍດີຊຸດໃໝ່.ການປ່ອນບັດເລືອກຕັ້ງຄັ້ງນີ້ຈະເລີ່ມຕົ້ນໃນເວລາ 7 ໂມງເຊົ້າຂອງວັນທີ 17 ເມສານີ້ຕາມເວລາທ້ອງຖິ່ນ.ກ່ອນໜ້ານີ້,ຜູ້ມີສິດເລືອກຕັ້ງຢູ່ຕ່າງປະເທດປະມານ 2 ລ້ານຄົນໄດ້ພາກັນໄປປ່ອນບັດຢູ່ສະຖານທີ່ປ່ອນບັດທີ່ຕັ້ງຢູ່ສະຖານທູດແລະສະຖານກົງສຸນຂອງອິນໂດເນເຊຍປະຈຳຢູ່ຕ່າງປະເທດ.
ຄຳເຫັນ
0