覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສດ​ຖ​ະ​ກິດ​ອິນ​ໂດ​ເນ​ເຊຍ​ຄາດ​ວ່າ​ຈະ​ຂະ​ຫຍາຍ​ຕົວ​ອ່າວ​ໄວ​ໃນຫຼາຍ​ປີ​ຕໍ່​ໜ້າ

2019-04-17 14:39:20 cri

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນຫຼື IMF ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ວິ​ໄສ​ທັດເສດ​ຖະ​ກິດ​ໂລກ​ສະ​ບັບຫຼ້າ​ສຸດ​ໂດຍ​ປັບ​ຍົກ​ການ​ຄາດ​ຄະ​ເນ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ອິນ​ໂດ​ເນ​ເຊຍ​ໃນ​ປີ 2019 ແລະ​ປີ 2020 ຂຶ້ນ​ເຖິງ 5,2%. ກ່ອນ​ໜ້າ​ນີ້, ອົງ​ການ​ສະ​ຖິ​ຕິ​ສູນ​ກາງ​ອິນ​ໂດ​ເນ​ເຊຍ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ສະ​ຖິ​ຕິ​ວ່າ:  ປີ 2018 ຜ່ານ​ມາ, ເສດ​ຖະ​ກິດ​ອິນ​ໂດ​ເນ​ເຊຍ​ໄດ້​ຂະ​ຫຍາຍ​ຕົວ 5,17%, ເຊິ່ງ​ສູງກວ່າ​ການ​ຄາດ​ຄະ​ເນ​ຂອງ​ທາງ​ຕະຫຼາດ  ທັງ​ສູງກວ່າ​ລະ​ດັບ​ຂອງ​ປີ 2017.
 

 ​ໃນຫຼາຍ​ປີ​ຜ່ານ​ມາ, ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ໄດ້​ກຳ​ນົດ​ເອົາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເປັນ​ໜຶ່ງ​ໃນ​ເປົ້າ​ໝາຍ​ສຳ​ຄັນ ທັງ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ປະ​ຕິ​ຮູບ​ຕ່າງໆ ເຊິ່ງ​ລວມ​ທັງ​ການຫຼຸດ​​ຜ່ອນ​ການ​ອຸດ​ໜູນ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ເພື່ອຫຼຸດ​ພາ​ລະ​ທາງ​ດ້ານ​ການ​ເງິນ​ຂອງ​ລັດ, ຊຸກ​ຍູ້​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ສຸມ​ກຳ​ລັງ​ເຂົ້າ​ໃນ​ການຫຼຸດ​ຕົ້ນ​ທຶນ​ການ​ຂົນ​ສົ່ງ​ສິນ​ຄ້າ​ທັງ​ຍົກ​ສູງ​ປະ​ສິດ​ທິ​ພາບ​ການ​ຜະ​ລິດ. ເພື່ອ​ດຶງ​ດູດ​ການ​ລົງ​ທຶນ, ລັດ​ຖະ​ບານ​ ​ໂຈ​ໂຄ ວິ​ໂດ​ໂດ​ຍັງ​ໄດ້​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອຫຼຸດ​​ຂັ້ນ​ຕອນ​ລະ​ບຽບ​ການ​ລົງ​ທຶນ​ໃຫ້​ກະ​ທັດ​ຮັດ, ທັງ​​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສົ່ງ​ເສີມ​ການ​ລົງ​ທຶນ​ຈາກ​ດ້ານ​ສ່ວຍ​ສາ​ອາ​ກອນ​ອີກ​ດ້ວຍ.
 

 ນອກ​ນີ້, ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດແລະ​ການ​ພັດ​ທະ​ນາ​ຄາດ​ຄະ​ເນ​ວ່າ: ການ​ຂາດ​ດຸນ​ງົບ​ປະ​ມານ​ຂອ​ງ​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ຈະຫຼຸດ​ໜ້ອຍ​​ຖອຍລົງ​ຢ່າງ​ຕໍ່​ເນື່ອງ ເຊິ່ງ​ເປັນ​ປະ​ໂຫຍດ​ຕໍ່​ການຫຼຸດ​ຜ່ອນ​ຄວາມ​ກົດ​ດັນ​ທາງ​ດ້ານ​ໜີ້​ສິນ​ແລະຫຼຸດ​ປະ​ລິ​ມານ​ໜີ້​ສິນ​ໃຫ້​ໜ້ອຍ​ລົງ.

ຄຳ​ເຫັນ

0