蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້​​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​​ຫົວ​ໜ້າ​ກອງ​ເລ​ຂາກະ​ຊວງ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ

2019-04-17 15:46:02 CRI

ວັນ​ທີ 16 ເມ​ສາ​ນີ້, ຢູ່ນ​ະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ຊາ​ຣູນ ອິກ​ຣາມ ຢາ​ກົບ ​ຫົວ​ໜ້າ​ກອງ​ເລ​ຂາ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ​ໂອ​ກາດ​ເດີນ​ທາງ​ມາ​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ຍຸດ​ທະ​ສາດ​ຈີນ-ມາ​ເລ​ເຊຍ​ຮອບ​ທີ 4.

ທ່ານ​ວາງ​ຢີ້​ກ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ຮາ​ເ​ທຍ​ທີ່​ໄດ້​ສົ່ງ​ເສີມ​ຄ່າ​ນິ​ຍົມ​ອາ​ຊີ, ຊົມ​ເຊີຍ​ມາ​ເລ​ເຊຍ​ສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ຍິນ​ດີ​ຕ້ອນ​ຮັບ​ທ່ານ​ມາ​ຮາ​ເທຍ​ເດີນ​ທາງ​ມາ​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ວ່າ​ດ້ວຍ​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ທີ່​ປະ​ເທດ​ຈີນ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ມາ​ເລ​ເຊຍ​ມີ​ເນື້ອ​ໃນ​ທີ່​ອຸ​ດົມ​ສົມ​ບູນ ແລະ ຈີນ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ​ຕໍ່​ອະ​ນາ​ຄົດ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ຊາ​ຣູນ​ກ່າວ​ວ່າ, ມາ​ເລ​ເຊຍ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ກັບ​ຈີນ, ລົງ​ເລິກ​ການ​ຮ່ວມ​ມື​ມິ​ດ​ຕະ​ພາບ​ໃນ​ທຸກ​ຂົງ​ເຂດ ແລະ ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​​ໃຫ້ຂະ​ຫຍາຍ​ຕົວ​ຕື່ມ​ອີກ.

ຄຳ​ເຫັນ

0