吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ທຶນ​ຂ້າມ​ຊາດ​ຈີນ​ຮັກສາຄວາມ​ໝັ້ນ​ທ່ຽງ​ໃນ​ໄຕ​ມາດ​ທີ 1

2019-04-18 17:45:10 cri

ວັນ​ທີ 18 ​ເມສາ​ນີ້, ຫ້ອງ​ການ​ຖະ​ແຫຼ​ງຂ່າວ​ລັດຖະບານ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ເພື່ອ​ແຈ້ງຂໍ້​ມູນ​ລາຍ​ຮັບ​ລາຍ​ຈ່າຍທີ່​ເປັນ​ສະກຸນ​ເງິນຕາ​ຕ່າງປະ​ເທດ​ໃນ​ໄຕ​ມາດ​ທີ 1 ປີ 2019. ທ່ານນາງຫວາງ​ຊຸ່ນຢີງ ​ໂຄສົກອົງການ​ຄຸ້ມຄອງ​ເງິນ​ຕາ​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ, ຫົວໜ້ານັກ​ເສດຖະສາດ, ຫົວໜ້າກົມລາຍ​ຮັບ​ລາຍ​​ຈ່າຍ​ສາກົນ​ກ່າວ​ວ່າ: ທຶນໝູນວຽນ​ຂ້າມ​ຊາດຂອງ​ຈີນ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ໃນ​ໄຕ​ມາດ​ທີ 1, ການ​ສະໜອງ ​ແລະ​ຄວາມ​​ຕ້ອງການ​ຂອງ​ຕະຫຼາດ​ເງິນຕາ​ຕ່າງປະ​ເທດ​ມີຄວາມ​ດຸນ​ດ່ຽງ.

ທ່ານ​ກ່າວ​ຕື່ມ​ວ່າ: ປັດຈຸບັນ​ນີ້, ​​ເສດຖະກິດ​ພາຍ​ໃນ​ປະ​ເທດ​ຈີນ​ມີພື້ນຖານທີ່​ດີ, ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງຮອບດ້ານ​ໄດ້​ສະ​ໜອງນະ​ໂຍບາຍ​ພື້ນຖານ​ທີ່​ດີ​ໃຫ້​ແກ່ການ​ໄຫຼ​ວຽນຂອງ​ທຶນ​ຂ້າມ​ຊາດ ​ແລະ​ການພັດທະນາການ​ລົງທຶນ​ຂ້າມ​ຊາດ​ໄດ້​ຢ່າງ​ດຸນ​ດ່ຽງ​. ນອກຈາກ​ນີ້, ການ​ເຈລະຈາ​ດ້ານ​ເສດຖະກິດ-ການ​ຄ້າ​ລະຫວ່າງ​ຈີນ ​ແລະ​ອາ​ເມຣິກາ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕົວ​ຈິງ, ​ໃນ​​ເດືອນ​ມີນາ​ຜ່ານ​ມາ, ທະນາຄານ​ກາງ​ອາ​ເມຣິກາ​ໄດ້​ສົ່ງ​ສັນຍານ​ບໍ່​ຂຶ້ນ​ອັດຕາດອກ​ເບ້ຍ​ໃນ​ປີ 2019 ​ເຊິ່ງ​​ຈະ​​ເປັນ​ການ​ສ້າງເງື່ອນ​ໄຂ​ເອື້ອ​ອຳນວຍຫຼາຍ​ກວ່າ​ເກົ່າ​ໃຫ້ຕະຫຼາດ​ເງິນຕາ​ຕ່າງປະ​ເທດຂອງຈີນ​​ເຄື່ອນ​ໄຫວ​ຢ່າງ​ໝັ້ນ​ທ່ຽງ.

 

ຄຳ​ເຫັນ

0