蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຫະ​ພາ​ບ​ເອີ​ຣົບ​ຈະ​​ຂຶ້ນ​ອັດ​ຕາ​ພາ​ສີ​ຕໍ່​ສິນ​ຄ້າ​ອາ​ເມ​ຣິ​ກາ​ທີ່​ມີ​ມູນ​ຄ່າ 20 ຕື້​ໂດ​ລາ​ສະ​ຫະ​ລັດ

2019-04-18 16:56:00 CRI

ຫຼັງ​ຈາກ​ອາ​ເມ​ຣິ​ກາ​ຂູ່​ວ່າ​ຈະ​ຂຶ້ນ​ອັດ​ຕາ​ພາ​ສີຕໍ່​ສິ​ນ​ຄ້າ​ສະ​ຫະ​ພາບ​ເອີ​ຣົບ​ທີ່​ມີ​ມູນ​ຄ່າປະ​ມານ 11 ຕື້​ໂດ​ລາ​ສະ​ຫະ​ລັດ​ໃນ​ວັນ​ທີ 8 ເມ​ສາ​ນີ້​, ວັນ​ທີ 17​ເດືອນ​ດຽວ​ກັນ, ສະ​ຫະ​ພາບ​ເອີ​ຣົບ​ກໍ​ໄດ້​ຂູ່​ວ່າ​ຈະ​ຂຶ້ນ​ອັດ​ຕາ​ພາ​ສີ​ຕໍ່​ສິນ​ຄ້າ​ອາ​ເມ​ຣິ​ກາ​ທີ່​ມີ​ມູນ​ຄ່າ​ປະ​ມານ 20 ຕື້​ໂດ​ລາ​ສະ​ຫະ​ລັດ.

ວັນ​ທີ 17 ເມ​ສາ​ນີ້, ທ່ານ​ເຊ​ຊີ​ເລຍ ມານ​ສ​ໂຕ​ຣມ ກຳ​ມະ​ການ​ໃນ​ຄະ​ນະ​ກຳ​ມາ​ທິການ​ສະ​ຫະ​ພາບ​ເອີ​ຣົບ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ການ​ຄ້າ​ໄດ້​ຖະ​ແຫຼງ​ໃນ​ວັນ​ທີ 17 ເມ​ສາ​ນີ້​ວ່າ, ສະ​ຫະ​ພາບ​ເອີ​ຣົບ​ຕ້ອງ​ປົກ​ປ້ອງ​ສະ​ພາບ​ແວດ​ລ້ອມ​ການ​ແຂ່ງ​ຂັນ​ທີ່ຍຸດ​ຕິ​ທຳ​ໃຫ້​ແກ່​ຂະ​ແໜງ​ການ​ຜະ​ລິດ​ເຮືອ​ບິນ​ຂອງ​ສະ​ຫະ​ພາບ​ເອີ​ຣົບ, ແຕ່​ສະ​ຫະ​ພາບ​ເອີ​ຣົບ​ບໍ່​ຢາກ​ເປັນ​ປໍ​ລະ​ປັກ​ກັບ​ອາ​ເມ​ຣິ​ກາ. ຖະ​ແຫຼງ​ການ​ຍັງ​ໄດ້​ສະ​ແດງ​ຄວາມ​ມຸ່ງ​ຫວັງ​ທີ່​ຢາກແກ້​ໄຂ​ບັນ​ຫາ​ໂດຍ​ຜ່ານ​​ການ​ເຈ​ລະ​ຈາ​. ເຈົ້າ​ໜ້າ​ທີ່​ສະ​ຫະ​ພາບ​ເອີ​ຣົບ​ກ່າວ​ວ່າ, ຈະ​ຂຶ້ນ​ອັດ​ຕາ​ພາ​ສີ​ຕໍ່​ສິນ​ຄ້າ​ອາ​ເມ​ຣິ​ກາຫຼາຍ​ເທົ່າ​ໃດ​​ນັ້ນ​ແມ່ນ​ຂຶ້ນ​ກັບ​​ອົງ​ການ​ການ​ຄ້າ​ໂລກ​ທີ່​ຈະ​ຕັດ​ສິນ​ຄະ​ດີ​ເງິນ​ອຸດ​ໜູນ​ບໍ​ລິ​ສັດ​ໂບ​ອິງ​ເປັນ​ຄືແນວ​ໃດ.

ຄຳ​ເຫັນ

0