ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ກ່ອນໜ້ານີ້ບໍ່ດົນ ໃນເວລາໃຫ້ສຳພາດຕໍ່ນັກຂ່າວ CRI ຂອງສະຖານີວິທະຍຸໂທລະພາບສູນກາງຈີນ, ທ່ານ ໂດກູ ເພຣິນເຊັກ ນັກການເມືອງທີ່ມີຊື່ສຽງ, ປະທານພັກຮັກຊາດຂອງຕວກກີກ່າວວ່າ: ກອງປະຊຸມສຸດຍອດຂອງເວທີປຶກສາຫາລື ການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 2 ແມ່ນກອງປະຊຸມສາກົນທີ່ມະໂຫລານ ເຊິ່ງມີຄວາມໝາຍສຳຄັນໃນປະຫວັດສາດ.
ທ່ານ ເພຣິນເຊັກ ກ່າວວ່າ: ໂລກປັດຈຸບັນ ເຕັມໄປດ້ວຍຄວາມບໍ່ແນ່ນອນແລະສິ່ງທ້າທາຍຮ້າຍແຮງຫຼາຍຢ່າງ, ປະຊາຄົມໂລກຮຽກຮ້ອງໃຫ້ມີສັນຕິພາບແລະການຮ່ວມມືທາງເສດຖະກິດຈາກໃຈຈິງ, ຮຽກຮ້ອງໃຫ້ສ້າງລະບຽບສາກົນໃໝ່ທີ່ມີການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. ໃນຂະບວນການດັ່ງກ່າວ, ຈີນໄດ້ເສີມຂະຫຍາຍບົດບາດອັນສຳຄັນເຊິ່ງບໍ່ມີປະເທດໃດສາມາດເຮັດໄດ້ແບບນີ້. ຍ້ອນແນວນັ້ນ, ການຈັດກອງປະຊຸມສຸດຍອດຄັ້ງນີ້ຈຶ່ງມີຄວາມໝາຍສຳຄັນໃນປະຫວັດສາດ, ເຊິ່ງຈະເປັນການເຕົ້າໂຮມທຸກໆປະເທດທີ່ປາຖະໜາຫາສັນຕິພາບ, ໄຝ່ຝັນເຖິງເສລີພາບ ແລະສະໜັບສະໜູນການຮ່ວມມືນັ້ນ ໃຫ້ສາມັກຄີກັນເຂົ້າຢ່າງສະໜິດແໜ້ນ, ເພື່ອສ້າງເວທີແລະຂົວເຊື່ອມໃໝ່ແຫ່ງການຮ່ວມມືແລະແລກປ່ຽນກັນໃນຂອບເຂດທົ່ວໂລກ. ທ່ານສະແດງຄວາມເຊື່ອໝັ້ນວ່າ, ກອງປະຊຸມສຸດຍອດຄັ້ງນີ້ ຍ່ອມຈະໄດ້ຮັບຜົນງານໃໝ່ທີ່ດີຢ່າງຫຼວງຫຼາຍ.
ຄຳເຫັນ
0