蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ທ່ອງ​ທ່ຽວ 4,7 ລ້ານກວ່າ​ຄົນ​ຫຼິ້ນ​ບຸນ​ປີ​ໃໝ່​ຢູ່​ກຳ​ປູ​ເຈຍ

2019-04-18 16:55:10 CRI

ວັນ​ທີ 17 ເມ​ສາ​ນີ້​ແມ່ນ​ວັນ​ສຸດ​ທ້າຍ​ຂອງ​ບຸນ​ປີ​ໃໝ່​ກຳ​ປູ​ເຈຍ, ຕົວ​ເລກ​ສະ​ຖິ​ຕິ​ເບື້ອງ​ຕົ້ນ​ຂອງ​ກະ​ຊວງ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ໄລ​ຍະ​ເວ​ລາ​ພັກ 3 ມື້, ທົ່ວ​ປະ​ເທດ​ກຳ​ປູ​ເຈຍ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ​ແລະຕ່າງ​ປະ​ເທດ 4,7 ລ້ານກວ່າ​ເທື່ອ​ຄົນ.

ໃນ​ໄລ​ຍະ​ບຸນ​ປີ​ໃໝ່, ແຂວງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ກຳ​ປູ​ເຈຍ​ໄດ້​ຈັດ​ກິດ​ຈະ​ກຳ​ຕ່າງໆ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ເຈົ້າ​ແຂວງ​ແຂວງບັດ​ຕຳ​ບອງ​ກ່າວ​ວ່າ, ໃນ​ໄລ​ຍະ​ແຕ່​ວັນ​ທີ 13 ຫາ 16 ເມ​ສາ​ນີ້, ແຂວງ​ຕົນ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ປະ​ມານ 9,5 ແສນ​ເທື່ອ​ຄົນ ເຊິ່ງ​ເປັນ​ຕົວ​ເລກຈຳ​ນວນ​ນັກ​ທ່ອງ​ທ່ຽວຫຼາຍກວ່າ​ຄາດ​ໝາຍ ແລະ ໂຮງ​ແຮມ​ບໍ່​ສາ​ມາດ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ໄດ້​ຢ່າງ​ພຽງ​ພໍ.

ບຸນ​ປີ​ໃໝ່​ແມ່ນ​ບຸນ​ປະ​ເພ​ນີ​ສຳ​ຄັນ​ທີ່​ສຸດ​ຂອງ​ກຳ​ປູ​ເຈຍ. ເຈົ້າ​ໜ້າ​ທີ່​ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນຫຼວງ​ພະ​ນົມ​ເປັນ​ກ່າວ​ວ່າ, ໃນ​ໄລ​ຍະ​ແຕ່​ວັນ​ທີ 12 ຫາ 18 ເມ​ສາ​ນີ້, ອຳ​ນາດ​ກາ​ນ​ປົກ​ຄອງ​ນະ​ຄອນຫຼວງ​ໄດ້​ນຳ​ເອົາລົດ​ເມ 120 ຄັນ​ ເພື່ອຈັດ​ສົ່ງ​ປະ​ຊາ​ຊົນ​ໂດຍ​ບໍ່​​ເສຍ​ຄ່າ.

ຄຳ​ເຫັນ

0