蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊີ​ວິດ​ຂອງ​ນັກ​ປະ​ດິດ​ສ້າງ​ໃໝ່​ຢູ່​ນະ​ຄອນ​ເຊ້ຍ​ເມິນ

2019-04-18 17:00:13 CRI

圖片默認標題_fororder_1sfgsfgsdfgsdfhgsdfhgsdfg

 

圖片默認標題_fororder_arfgaegaef

 

圖片默認標題_fororder_argaerfafa

 

圖片默認標題_fororder_argraewfaerg

 

圖片默認標題_fororder_argaerfarfatg

 

圖片默認標題_fororder_eartesargsrthsgt

 

圖片默認標題_fororder_ergtsdrsdrtgsdfgsdfgsdgf

 

圖片默認標題_fororder_sdtgsertgysetrgszeg

ສູນ​​ເຮັດທຸ​ລະ​ກິດ​ແລະ​ປະ​ດິດ​ສ້າງ​ໃໝ່​ຊາວ​ໜຸ່ມ​ໄຕ້​ຫວັນ​ເປີຍ​ຈ້ານ​ເຊ້ຍ​ເມິນ​ແມ່ນ​ສະ​ຖານ​ທີ່​ແຫ່ງ​ໜຶ່ງ​ທີ່​ໃຫ້​ບໍ​ລິ​ການ​ແກ່​ຊາວ​ໜຸ່ມ​ໄຕ້​ຫວັນ​ທີ່​ມາ​​ເຮັດທຸ​ລະ​ກິດຫຼື​ດຳ​ເນີນ​ວຽກ​ງານ​ປະ​ດິດ​ສ້າງ​ໃໝ່​ຢູ່ນ​ະ​ຄອນ​ເຊ້ຍ​ເມິນ ໂດຍ​ມີ​ຊາວ​ໜຸ່ມ​ໄຕ້​ຫວັນຫຼາຍ​ຄົນ​ມາ​ຊອ​ກ​ຫາ​ໂອ​ກາດ​ ແລະ ອະ​ນາ​ຄົດ​ຂອງ​ຕົນ​ຢູ່​ແຫ່ງ​ນີ້.

ທ່ານ​ລິວ​ໂປ​ຊວນ ຜູ້​ອຳ​ນວຍ​ການ​ໃຫຍ່​ສູນ​ດັ່ງ​ກ່າວ​ທີ່​ເອີ້ນ​ຕົນ​ເອງ​ເປັນ “ນາຍ​ບ້ານ” ສຳ​ລັບ​ຊາວ​ໜຸ່ມ​ທີ່​ມາ​​ເຮັດທຸ​ລະ​ກິດຫຼື​ດຳ​ເນີນ​ວຽກ​ງານ​ປະ​ດິດ​ສ້າງ​ໃໝ່​ຢູ່​ແຫ່ງ​ນີ້. ທ່ານ​ກ່າວ​ວ່າ, ສູນ​ດັ່ງ​ກ່າວ​ໄດ້​ອຳ​ນວຍ​ຄວາມ​ສະ​ດວກ​ ແລະ ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່​ຊາວ​ໜຸ່ມ​ທັງຫຼາຍ, ພຽງ​ແຕ່​ເກັບ​ຄ່າ​ບໍ​ລິ​ຫານ 100 ຢວນ​ຕໍ່​ເດືອນ​ຕໍ່​ຊາວ​ໜຸ່ມ​ທີ່​ມ​າ​ເຮັດທຸ​ລະ​ກິດ​ຢູ່​ແຫ່ງ​ນີ້ ແລະ ຍັງ​ຊ່ວຍ​ຊອກ​ຫາ​ແຫຼ່ງຊັບ​ພະ​ຍາ​ກອນ​ຕະຫຼາດ ແລະ ໃຫ້​ການ​ອົບ​ຮົມ​ດ້ານ​ເຕັກ​ນິກ​ແກ່​ຊາວ​ໜຸ່ມ​ເຫຼົ່າ​ນີ້. ​ນາງລາຍ​ລາຍ ຊາວ​ໜຸ່ມ​ໄຕ້​ຫວັນ​ໄດ້​ມາ​ເຮັດທຸ​ລະ​ກິດ​ຂອງ​ຕົນ​ຢູ່​ແຫ່ງ​ນີ້​ເປັນ​ເວ​ລາ 2 ປີ​ແລ້ວ, ລາວ​ໄດ້​ຄົ້ນພົບ​​ຫົນ​ທາງ​ໃໝ່​ໃນ​ການ​ປະ​ກອບ​ອາ​ຊີບ​ຂອງ​ຕົນ ແລະ ໄດ້​ພົບ​ພໍ້​ເພື່ອນຮ່ວມ​ງານ​ໃໝ່​ຂອ​ງຕົນ ຄື ທ້າວ​ມາວ​ມາວ. ​ເລື່ອງ​ລາວຂອງ​ນາງ​ລາຍ​ລາຍ ແລະ ທ້າວ​ມາວ​ມາວ​ຍັງ​ໄດ້​ອັບ​ເດດ​ທຸກ​ມື້, ​ຄື​ກັນ​ກັບ “ນັກ​ປະ​ດິດ​ສ້າງ​ໃໝ່” ຜູ້​ອື່ນໆ​ທີ່​ມາ​ເຮັດ​ທຸ​ລະ​ກິດ​ຂອງ​ຕົນ​ຢູ່​ແຫ່ງ​ນີ້.

ຄຳ​ເຫັນ

0