尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕວກ​ກີ​ຕຳ​ນິ​ຕິ​ຕຽນ​ມາດ​ຕະ​ການ​ຂວ້ຳ​ບາດ​ອີ​ຣານຂອງ​ອາ​ເມ​ຣິ​ກາ

2019-04-18 16:59:58 cri

ວັນ​ທີ 17 ເມ​ສາ​ນີ້, ທ່ານ ເມ​ຟ​ລຸດ ຄາ​ວຸ​ໂຊກ​ລູ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຕວກ​ກີ​ໄດ້​ຕຳ​ນິ​ຕິ​ຕຽນ​ມາດ​ຕະ​ການ​ຂວ້ຳ​ບາດ​ອີ​ຣານ​ຂອງ​ອາ​ເມ​ຣິ​ກາ ແລະ​ກ່າວ​ວ່າ​ຕວກ​ກີ​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ອີ​ຣານ.
 

ທ່ານ ເມ​ຟ​ລຸດ ຄາ​ວຸ​ໂຊກ​ລູ ກ່າວ​ວ່າ: ມາດ​ຕະ​ການ​ຂວ້ຳ​ບາດ​ເສດ​ຖະ​ກິດອີ​ຣານ​ຂອງ​ອາ​ເມ​ຣິ​ກາ​​ແມ່ນ​ຜິດ​ພາດ​ແລະ​ບໍ່​ສອດ​ຄ່ອງ​ກັບ​ສະ​ພາບຄວາມ​ເປັນ​ຈິງ,ຕວ​ກ​ກີ​ແລະ​ອີ​ຣານ​ພວມ​ສະ​ແຫວງ​ຫາ​ກົນ​ໄກ​​ທີ່​ສາ​ມາດ​ຫຼີກ​ລ່ຽງການ​ຂວ້ຳ​ບາດ​ຈາກ​ອາ​ເມ​ຣິ​ກາ.
 

ທ່ານເມ​ຟ​ລຸດ ຄາ​ວຸ​ໂຊກ​ລູ​ຍັງ​ໄດ້​ຕຳ​ນິ​ຕິ​ຕຽນ​ການ​ກະ​ທຳ​ຂອງ​ອາ​ເມ​ຣິ​ກາ​ທີ່​ກຳ​ນົດ​ເອົາກອງ​ປ້ອງ​ກັນ​ປະ​ຕິ​ວັດ​ອິ​ສ​ລາມ​ອີ​ຣານ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ. ທ່ານ​ກ່າ​ວວ່າ:ການ​ກະ​ທຳ​ດັ່ງ​ກ່າວ​ແມ່ນ “ການ​ຕັດ​ສິນ​ໃຈ​ທີ່​ຜິດ​ພາດ​ຮ້າຍ​ແຮງ”,​ເຊິ່ງ​ຈະ​ເປັນ​ການທຳ​ລາຍ​ລະ​ບົບ​​ແລະ​ລະ​ບຽບ​​ກົດ​ໝາຍ​ສາ​ກົນ​ຢ່າງ​ໜັກ​ໜ່ວງ,ທັງ​ຈະ​ທຳ​ລາຍ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ.

ຄຳ​ເຫັນ

0