吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອະດີດ​ປະທານາທິບໍດີ​ເປຣູ​ຂ້າ​ຕົວ​ຕາຍ​​ເນື່ອງ​​​ຈາກ​ຖືກສົງ​ໄສວ່າ​ສໍ້​ລາດ​ບາງ​ຫຼວງ

2019-04-18 17:43:43 cri

ຕອນ​ເຊົ້າວັນ​ທີ 17 ​ເມສາ​ນີ້, ທ່ານອາລັນ ກາ​ເຊຍ ​ເປ​ເຣສ ອະດີດ​ປະທານາທິບໍດີ​ເປຣູທີ່ຖືກ​ສົງ​ໄສວ່າ​ມີການ​ສໍ້​ລາດ​ບາງ​ຫຼວງ​ໄດ້​ຂ້າ​ຕົວ​ຕາຍ​ເມື່ອ​ຮັບ​ຮູ້ຄຳ​ສັ່ງ​ກັກ​ຕົວ​ທ່ານ​ຈາກ​ອົງການຍຸ​ດຕິ​ທຳ​.

​ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ, ອົງການ​ຍຸ​ດຕິ​ທຳ​ເປຣູ​ໄດ້ປະກາດ​ວ່າ​ຈະ​ກັກ​ຕົວ​ທ່ານ​ກາ​ເຊຍ​ທີ່​ພວມ​ຢູ່​ໃນ​ໄລຍະ​ຮັບ​ການ​ສືບສວນນັ້ນ​ເປັນ​ເວລາ 10 ວັນ, ​ຈາກ​ນັ້ນ​ເຈົ້າ​ໜ້າ​ທີ່ຕຳຫຼວດ​​ໄດ້​​ໄປ​ເຮືອນ​ຂອງ​ທ່ານ​ເພື່ອດຳ​ເນີນ​ການຈັບ​ກຸມ. ​ເພື່ອ​ຫຼີກ​ເວັ້ນການ​ກັກ​ຕົວ, ທ່ານ​ກາ​ເຊຍໄດ້​ຍິງ​ປືນ​ໃສ່​ຫົວ​ຂອງ​ຕົນ, ​ຈຶ່ງ​ຖືກ​ສົ່ງ​ໄປ​ໂຮງໝໍ​ເພື່ອຜ່າ​ຕັດ​ຢ່າງ​ຮີບ​ດ່ວນແຕ່​ທ່ານ​ໄດ້ເສຍ​ຊີວິດ​ເນື່ອງ​ຈາກອາການບາດ​​ເຈັບ​ສາຫັດ.

ທ່ານກາ​ເຊຍ​ປີ​ນີ້​ອາຍຸ 69 ປີ, ​ໄດ້​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ເປຣູ​​ໃນ​ໄລຍະ​ປີ 1985 ຫາ 1990 ​ແລະ​ປີ 2006 ຫາ 2011. ​ໃນ​ປີ 2014, ອົງ​ການ​ຍຸດຕິ​ທຳ​​ບຣາຊິນ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດຕ້ານ​ການ​ສໍ້​ລາດ​ບາງ​ຫຼວງ ​ເຊິ່ງ​ໄດ້​ເປີດ​ເຜີຍ​ວ່າ: ຜູ້ຮັບ​ເໝົາ​ກໍ່ສ້າງ​ໄດ້​ໃຫ້​ສິນ​ບົນ​ຕໍ່ບຸກຄົນວົງ​ການການ​ເມືອງຂອງ​ບຣາຊິນ ​ແລະ​ປະ​ເທດອາ​ເມຣິກາ​ໃຕ້​ອື່ນໆ​ເພື່ອ​ເ​ຊັນ​ສັນຍາ​ໂຄງການຂອງ​ລັດຖະບານ.

 

ຄຳ​ເຫັນ

0