吳寧

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄງ​ການ​ຮ່ວມ​ມື​ຈຳ​ນວນ​ຫຼາຍໃນ​ຂອບ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຈີນ-ອາ​ຟ​​ຣິ​ກາ​ໄດ້​ຮັບ​ຜົນ​ງານ​ໄລ​ຍະ​ຕົ້ນ

2019-04-19 11:28:24 CRI

   ຕາມ​ຂ່າວCRI: ໃນ​ກອງ​ປະ​ຊຸມ​​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 18 ເມ​ສາ​ນີ້,, ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ປັດ​ຈຸ​ບັນ, ຄະ​ນະ​ກຳ​ມະ​ການສະຫະພາບ​ອາ​ຟຼິກາ ຫຼື AU ພ້ອມ​ດ້ວຍ 37 ​ປະ​ເທດອາ​ຟຼິກາໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບ​ຈີນ. ໂຄງ​ການ​ຮ່​ວມ​ມື​ສຳ​ຄັນ​ຈຳ​ນວນ​ຫຼາຍ​ພາຍ​ໃຕ້​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຈີນ- ອາ​ຟ​ຣິ​ກາ​ໄດ້​ເລີ່ມ​ປະ​ຕິ​ບັດ ແລະ ໄດ້​ຮັບ​ຜົນ​ງານ​ໄລ​ຍະ​ຕົ້ນ.
    ຫວ່າງ​ມໍ່ໆ​​ມານີ້, ທ່ານ​​ເວຣາ ຊອງ​ເວ ເລ​ຂາ​ທິ​ການ​ຮັບ​ຜິດ​ຊອບ​ວຽກ​ງານ​ໃນຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ອາ​ຟ​ລິ​ກາ​ຂອງ​​ອົງ​ການສະ​ຫະ​ປະ​ຊາ​ຊາດ ຫຼື UNECA ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວວ່າ, ຂໍ້ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຈະ​ຊຸ​ກ​ຍູ້​ການ​ພັດ​ທະ​ນາ​ການ​ເຊື່ອມ​ຈອດ​ຂອງ​ອາ​ຟ​ຣິ​ກາ ແລະ ສ້າງ​ໂອ​ກາດ​ວຽກ​ເຮັດ​ງານ​ທຳໃຫ້​ແກ່​​ປະ​ຊາ​ຊົນອາ​ຟ​ຣິ​ກາ. ຕໍ່​ເລື່ອງ​ນີ້, ທ່ານ​ລູ້​ຄ່າງ​ກ່າວວ່າ, ວິ​ໄສ​ທັດ​ຂໍ້​ລິ​ເລີ່ມ ແລະ ຂົງ​ເຂດ​ຮ່ວມ​ມື​​ໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ໄດ້​ສອດ​ຄ່ອງ​ກັບ​​ການ​ຊຸກ​ຍູ້ “​ວາ​ລະ​ແຜນ​ປະ​ຕິ​ບັດ​ງານປີ2063” ,ທິດ​ທາງ​ແລະ​ຂົງ​ເຂດ​ຈຸ​ດ​ສຸມ​ພະ​ຍາ​ຍາມ ​ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ ແລະ ຄວາມ​ຈະ​ເລີນ​​ຮຸ່ງ​ເຮືອງ​ຂອງ​ປະ​ເທດ​ອາ​ຟ​ຣິ​ກາໃນ​ລະ​ດັບ​ສູງ, ແນວ​ຄິດ​ຮ່ວມ​ມື​ຂອງ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໂດຍ​ສະ​ເພາະ​ແມ່ນ​ຫຼັກ​ການ​ທີ່​ຮ່ວມ​ປຶກ​ສາ​ຫາ​ລື​,ຮ່​ວມ​ກໍ່​ສ້າງ,​ຮ່ວມຊົມໃຊ້​​ແມ່ນສອດ​ຄ່ອງ​ກັບ​ພື້ນ​ຖານ​​ການຮ່ວມ​ມື ແລະ ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຟ​ຣິ​ກາ​ໃນ​ລະ​ດັບ​ສູງ.

ຄຳ​ເຫັນ

0