ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 2 ຈະໄດ້ເປີດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນໄວໆນີ້. ທ່ານກ່າວເຟີ່ງ ໂຄສົກກະຊວງການຄ້າຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 18 ເມສານີ້ວ່າ: ໃນໄລຍະ 5 ປີປາຍຜ່ານມາ, ການຄ້າສິນຄ້າປະເພດຈັບຕ້ອງໄດ້ລະຫວ່າງຈີນກັບປະເທດທີ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ຂະຫຍາຍຕົວຢ່າງວ່ອງໄວ, ຮູບແບບການຄ້າກໍໄດ້ມີການປະດິດສ້າງໃໝ່ຢ່າງບໍ່ຢູດຢັ້ງ. ທ່ານກ່າວວ່າ:
“ການຄ້າເອເລັກໂຕຣນິກເສັ້ນທາງສາຍໄໝ” ກຳລັງກາຍເປັນຊ່ອງທາງໃໝ່ແຫ່ງການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຊາດ. ຈີນໄດ້ຮ່ວມກັບ 17 ປະເທດສ້າງຕັ້ງກົນໄກຮ່ວມມືດ້ານການຄ້າເອເລັກໂຕຣນິກລະຫວ່າງສອງຝ່າຍ. ຂະນະດຽວກັນ, ຮູບແບບອຸດສາຫະກຳໃໝ່ແລະຮູບແບບທຸລະກິດໃໝ່ກໍໄດ້ກາຍເປັນກຳລັງຂັບເຂື່ອນ ໃໝ່ໃນການເຮັດໃຫ້ການຄ້າຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ມີຄວາມສະດວກ.
ທ່ານກ່າວເຟີ່ງກ່າວຕື່ມວ່າ: ແຕ່ປີ 2013- 2018, ວິສາຫະກິດຈີນໄດ້ລົງທຶນໂດຍກົງຢູ່ປະເທດທີ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”ຫຼາຍກວ່າ 90 ຕື້ໂດລາສະຫະລັດ, ໄດ້ເພີ່ມຂຶ້ນສະເລ່ຍ 5,2% ຕໍ່ປີ. ມາຮອດປັດຈຸບັນ, ວິສາຫະກິດຈີນໄດ້ກໍ່ສ້າງເຂດຮ່ວມມືເສດຖະກິດການຄ້າຈຳນວນໜຶ່ງຢູ່ປະເທດທີ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”, ນັບລວມແລ້ວໄດ້ລົງທຶນຫຼາຍກວ່າ 30 ຕື້ໂດລາສະຫະລັດ ອັນໄດ້ກາຍເປັນເວທີສຳຄັນໃນການຊຸກຍູ້ການຂະຫຍາຍຕົວດ້ານເສດຖະກິດແລະເປັນເຂດຈຸດສຸມດ້ານອຸດສາຫະກຳຂອງປະເທດເຫຼົ່ານີ້ ທັງໄດ້ສ້າງໂອກາດວຽກເຮັດງານທຳໃຫ້ແກ່ປະຊາຊົນຂອງປະເທດເຫຼົ່ານີ້ເກືອບ 3 ແສນຄົນ.
ຄຳເຫັນ
0