尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ​ໄຕ​ມາດ​ທຳ​ອິດ​​ປີ​ນີ້ ​ການ​ລົງ​ທຶນຂອງ​ຕ່າງ​ປະ​ເທດຢູ່​ຈີນ​ເພີ່ມ​ຂຶ້ນ 6,5%

2019-04-19 11:27:05 cri

ວັນ​ທີ 18 ເມ​ສາ​ນີ້, ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ມີ​ນາ​ປີນີ້,ຈີນ​ໄດ້​ດຶງ​ດູດ​ການ​ລົງ​ທຶນ​ຕ່າງ​ປະ​ເທດ​ທີ່​ມີ​ມູນ​ຄ່າ​ຫຼາຍກວ່າ 242,2 ຕື້ຢວນ,ເພີ່ມ​ຂຶ້ນ 6,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.ໃນ​ນັ້ນ,ການ​​ລົງ​ທຶນ​ຕ່າງ​ປະ​ເທດ​ໃນເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ໄດ້​ກວມ​ຫຼາຍກວ່າ 10%.
 

ທ່ານ ກ່າວ​ເຟີ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ໃຫ້​ຮູ້​ວ່າ: ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້,​ການ​ລົງທຶນ​ຕ່າງ​ປະ​ເທດ​ໃນຂະ​ແໜງ​ການການ​ຜະ​ລິດ​ທີ່​ເຕັກ​ນິກ​​ກ້າວ​ໜ້າ​ແລະ​ຂະ​ແໜງ​ການ​ບໍ​ລິ​ການ​ທີ່ເຕັກ​ນິກກ້າວ​ໜ້າ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.ທ່ານ​ກ່າວ​ວ່າ: “ການ​ລົງ​ທຶນ​ຕ່າງ​ປະ​ເທດຂອງ​ຂະ​ແໜງ​ການ​ເຕັກ​ນິກ​​ກ້າວ​ໜ້າ​ໄດ້​ເພີ່ມ​ຂຶ້ນ 50,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ການ​ລົງ​ທຶນ​ຕ່າງ​ປະ​ເທດ​ໃນຂະ​ແໜງ​ການ​ການ​ຜະ​ລິດ​ເຕັກ​ນິກ​​ກ້າວ​ໜ້າ​ໄດ້​ເພີ່ມ​ຂຶ້ນ 14,8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໃນ​ນັ້ນ,ຂະ​ແໜງ​ການ​ການ​ຜະ​ລິດ​ອຸ​ປະ​ກອນ​ເອ​ເລັກ​ໂຕ​ຣ​ນິກ​ແລະ​ໂທ​ລະ​ຄົມ​ເພີ່ມ​ຂຶ້ນ 46,9% ແລະ ຂະ​ແໜງ​ການ​ການ​ຜະ​ລິດຄອມ​ພິວ​ເຕີ​​​ແລະອຸ​ປະ​ກອນ​ຫ້ອງ​ການ​ເພີ່ມ​ຂຶ້ນ 42,6%. ສ່ວນ​ຂະ​​ແໜງການ​ການ​ບໍ​ລິ​ການ​ເຕັກ​ນິ​ກ​ກ້າວ​ໜ້າ​ໄດ້​ເພີ່ມ​ຂຶ້ນ 88%.”

ຄຳ​ເຫັນ

0