ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມຂ່າວCRI: ທ່ານລູ້ຄ່າງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວັນທີ 18 ເມສານີ້ວ່າ,ຈີນຄັດຄ້ານການຂວ້ຳບາດແຕ່ຝ່າຍດຽວແລະການແຊກແຊງປະເທດອື່ນໂດຍນຳໃຊ້ກົດໝາຍຂອງປະເທດຕົນທີ່ຢູ່ນອກຂອບອົງການສະຫະປະຊາຊາດ.
ຂ່າວແຈ້ງວ່າ, ທ່ານໄມ ພົມເພວ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາປະກາດວ່າ: ແຕ່ວັນທີ 2 ພຶດສະພາປີນີ້ເປັນຕົ້ນໄປ ຈະອະນຸຍາດການປະຕິບັດຕາມມາດຕາ 3 ຂອງ “ກົດໝາຍວ່າດ້ວຍການສະໜັບສະໜູນເສລີພາບ ແລະ ອະທິປະໄຕກູບາ” ຫຼື “ກົດໝາຍ Helms-Burton Act” ໂດຍອະນຸຍາດໃຫ້ພົນລະເມືອງອາເມລິກາກ່າວຟ້ອງບໍລິສັດ ແລະ ບຸກຄົນຕ່າງປະເທດທີ່ນຳໃຊ້ເງິນທຶນທີ່ອະຍັດຫຼັງການປະຕິວັດກູບາເພື່ອດຳເນີນທຸລະກິດ.
ຄຳເຫັນ
0