ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເວັບໄຊວັງແກລມແລັງມົສກູຂອງຣັດເຊຍໄດ້ອອກແຈ້ງການໃນວັນທີ 18 ເມສານີ້ວ່າ: ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍແລະ ທ່ານ ກິມເຈີງອຸນ ຜູ້ນຳສູງສຸດສປປເກົາຫຼີຈະພົບປະກັນກ່ອນທ້າຍເດືອນເມສານີ້.
ແຈ້ງການກ່າວວ່າ:ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານປູຕິນ,ທ່ານກິມເຈີງອຸນ ຈະຢ້ຽມຢາມຣັດເຊຍໃນທ້າຍເດືອນເມສານີ້. ແຕ່ແຈ້ງການບໍ່ໄດ້ເປີດເຜີຍເນື້ອໃນລະອຽດຂອງການພົບປະຄັ້ງນີ້.
ໜັງສືພິມອີສເວສຕີຂອງຣັດເຊຍສະບັບວັນທີ 17 ເມສານີ້ໄດ້ອ້າງອີງຕາມຄຳເວົ້າຂອງແຫຼ່ງຂ່າວໃນກະຊວງການຕ່າງປະເທດຣັດເຊຍມາລາຍງານວ່າ: ທ່ານ ກິມເຈີງອຸນ ຈະຢ້ຽມຢາມຣັດເຊຍໃນອາທິດໜ້າ,ວຽກງານກະກຽມທີ່ກ່ຽວຂ້ອງພວມດຳເນີນຢູ່.
ໃນເດືອນພຶດສະພາປີ 2018,ທ່ານ ເຊີເກ ລັຟຣົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍເຄີຍໄດ້ສົ່ງຈົດໝາຍຂອງທ່ານປູຕິນໄປຍັງເຖິງຝ່າຍສປປເກົາຫຼີໃນຂະນະທີ່ທ່ານເດີນທາງຢ້ຽມຢາມສປປເກົາຫຼີ,ແລະໄດ້ເຊື້ອເຊີນທ່ານ ກິມເຈີງອຸນ ຢ້ຽມຢາມຣັດເຊຍ.
ຄຳເຫັນ
0