吳寧

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ຫ້າມ​ສົ່ງ​ອອກ​ນ້ຳ​ມັນ​ເຊື້ອ​ໄຟໃຫ້​ອູ​ແກຼນ

2019-04-19 11:26:09 cri

     ວັນ​ທີ 18 ເມ​ສາ​ນີ້, ເວັບ​ໄຊ​ລັດ​ຖະ​ບານ​ຣັດ​ເຊຍ​ແຈ້ງ​ຂ່າວ​ວ່າ, ທ່ານ​ເ​ດີມີຕຣີ ເມັດເວເດັຟ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ໄດ້​ເຊັນດຳ​ລັດ​ຂອງລັດ​ຖະ​ບານ​ໃນ​ວັນ​ດັ່ງ​ກ່າວ ເຊິ່ງ​ໃນ​ດຳ​ລັດ​ໄດ້​ລະ​ບຸ​ວ່າ: ນັບ​ແຕ່​ອອກ​ດຳ​ລັດເປັນ​ຕົ້ນ​ໄປຫ້າມ​ບໍ່​ໃຫ້​ສົ່ງ​ອອກ​ນ້ຳ​ມັນ​ເຊື້ອ​ໄຟ ແລະ ຜະ​ລິດ​ຕະ​ພັນ​ນ້ຳ​ມັນ​ເຊື້ອ​ໄຟ​​ໃຫ້​ອູ​ແກຼນ.
    ມື້​ດຽວ​ກັນ, ທ່ານ​ເມັດ​ເວ​ເດັ​ຟ​ຍັງ​ກ່າວ​ຕໍ່​ສື່ມວນ​ຊົນ​ວ່າ, ນອກ​ຈາກ​ຫ້າມສົ່ງ​ອອກ​ນ້ຳ​ມັນ​ເຊື້ອ​ໄຟ ແລະ ຜະ​ລິດ​ຕະ​ພັນ​ນ້ຳ​ມັນ​ເຊື້ອ​ໄຟ​​ໃຫ້​ອູ​ແກຼນ​ແລ້ວ, ຣັດ​ເຊຍ​ຍັງ​ຈະ​ຫ້າມ​ບໍ່​ໃຫ້​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ສ່ວນ​ໜຶ່ງ​ຈາກ​ອູ​ແກຼນ ເຊິ່ງ​ລວມ​ທັງ​ຜະ​ລິດ​ຕະ​ພັນ​ໂຮງ​ງານ​ກົນຈັກ, ອຸດ​ສາ​ຫະ​ກຳ​ເບົາ ແລະ ​ຜະ​ລິດ​ຕະ​ພັນ​ໂລ​ຫະເປັນ​ຕົ້ນ.
    ຫວ່າງ​ມໍ່ໆ​ມານີ້, ສື່ມວນ​ຊົນ​ຣັດ​ເຊຍ​ລາຍ​ງານ​ວ່າ, ລັດ​ຖະ​ບານອູ​ແກຼນ​ໄດ້ຕົກ​ລົງ​ຂະ​ຫຍາຍ​​ບັນ​ຊີລາຍ​ຊື່​ຜະ​ລິດ​ຕະ​ພັນ​ທີ່​​ຫ້າມນຳ​ເຂົ້າ​ຈາກ​ຣັດ​ເຊຍ. ຕໍ່​ເລື່ອງ​ນີ້ ​ທ່ານ​ເມັດ​ເວ​ເ​ດັຟ​ກ່າວ​ໃນວັນ​ທີ 18 ເມ​ສາ​ນີ້​ວ່າ, ອູ​ແກຼນ​ໃຊ້​ມາດ​ຕະ​ການ​ທີ່​ບໍ່​​ເປັນ​ມິດ​ກັບ​ຣັດ​ເຊຍ​ເມື່ອ​ບໍ່​ດົນ​ມາ​ນີ້. ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ, ຣັດ​ເຊຍ​ຕ້ອງ​ໃຊ້​ມາດ​ຕະ​ການ​​ຕອບ​ໂຕ້​ເພື່ອ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ຕົນ.

ຄຳ​ເຫັນ

0