覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫຼາຍ​ປະ​ເທດ​ນັບ​ມື້​ນັບ​ສະ​ແດງ​ທ່າ​ທີ​ຍຸ​ຕິ​ທຳ​ຕໍ່​ວິ​ສາ​ຫະ​ກິດ​ຈີນ​ເຂົ້າ​ຮ່ວມ​ການ​ສ້າງ​ເຄືອ​ຂ່າຍ​ໂທ​ລະ​ຄົມ​ລະ​ບົບ 5 G

2019-04-19 10:51:04 cri

ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ເມ​ສາ​ນີ້​ວ່າ: ​ ​ນັບ​ມື້​ນັບຫຼາຍ​ຂຶ້ນ​ທີ່​ຫຼາຍ​ປະ​ເທດໄດ້​ສະ​ແດງ​ທ່າ​ທີ​ຢ່າງ​ຍຸດຕິ​ທຳ​ຕໍ່​ວິ​ສາ​ຫະ​ກິດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຈີນ​ທີ່​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ເຄືອ​ຂ່າຍ​ໂທ​ລະ​ຄົມ​ລະ​ບົບ 5 G ​ເຊິ່ງ​ເປັນ​ການ​ຢັ້ງ​ຢືນ​ອີກ​ເທື່ອ​ໜຶ່ງວ່າ ປະ​ເທດ​ສ່ວນຫຼາຍ​ໃນ​ໂລກ​ໄດ້ມີ​ການ​ຄັດ​ເລືອກ​ນະ​ໂຍ​ບາຍ​ທີ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ຕົນ​ຢ່າງ​ເປັນ​ອິດ​ສະຫຼະ​ບົນ​ພື້ນ​ຖານ​ຄວາມ​ເປັນ​ຈິງ ແລະສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງ​​ແລະ​ປົກ​ປັກ​ຮັກ​ສາສະ​ພາບ​ແວດ​ລ້ອມ​ຕະຫຼາດ​ທີ່​ຍຸ​ຕິ​ທຳ,​ເປັນ​ທຳ​ແລະ​ບໍ່​ມີ​ການ​ຈຳ​ແນກ.
 

 ເຖິງວ່າ ອາ​ເມ​ຣິ​ກາ​ໄດ້​ເລັ່ງ​ທວງ​ອີກ​ແລ້ວ​ອີກ​ຕື່ມ​ໃຫ້​ປະ​ເທດ​ເອີ​ຣົບ​ຫ້າມ​ບໍ່​ໃຫ້​ບໍ​ລິ​ສັດ​ຫົວ​ເຫວີຍ​ເຂົ້າ​ຮ່ວມ​ການ​ສ້າງ​ລະ​ບົບ 5 G ກໍ​ຕາມ, ແຕ່​ວ່າ ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ໂຈ​ເຊັນ ໂຮ​ມານ ຫົວ​ໜ້າ​ກົມ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ເຢຍ​ລະ​ມັນ​ຢືນ​ຢັນ​ວ່າ  ​ບໍ່​ວ່າບໍ​ລິ​ສັດ​ທີ່​​ເປັນ​ຜູ້ສະ​ໜອງ​ອຸ​ປະ​ກອນ​ໃດກໍ​ຕາມ ເຊິ່ງ​ລວມ​ທັງ​ບໍ​ລິ​ສັດ​ຫົວ​ເຫວີຍ​ ​ລ້ວນ​ແຕ່​ບໍ່​ຄວນ​ຖືກ​ປະ​ຕິ​ເສດ. ໂຄ​ສົກ​ສູນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ແບັກ​ຊິກ​ກໍ​ຢືນ​ຢັນ​ເຊັ່ນ​​ດຽວກັນ​ວ່າ: ມາ​ເຖິງ​ປັດ​ຈຸ​ບັນ ບໍ່​ໄດ້​ພົບ​ວ່າ ຕົວ​ຊີ້​ວັດ​ເຕັກ​ນິກ​ອຸ​ປະ​ກອນ​ຂອງ​ຫົວ​ເຫວີຍ​ເປັນໄພ​ຂົ່ມ​ຂູ່​​ເພື່ອ​ສືບ​ຂ່າວ​ລັບ.

ຄຳ​ເຫັນ

0