覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ປຶກ​ສາ​ຫາ​ລື​ສັນ​ຍາ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ຣິ​ກາ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າ​ງ​ບໍ່​ຢຸດ​ຢັ້ງ

2019-04-19 10:23:58 cri

ທ່ານ​ກ່າວ​ເຟີ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 18 ເມ​ສາ​ນີ້​ວ່າ: ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ການ​ປຶກ​ສາ​ຫາ​ລື​ເອ​ກະ​ສານ​ສັນ​ຍາ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ແຕ່​ຍັງ​ມີ​ວຽກ​ງານຫຼາຍ​ດ້ານ​ຕ້ອງ​ເຮັດ​ໃຫ້​ສຳ​ເລັດ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ກັນ​ຢ່າງ​ໃກ້​ຊິດ​ດ້ວຍ​ຮູບ​ກາ​ນ​ທີ່​ມີ​ປະ​ສິດ​ທິ​ຜົນ​ຕ່າງໆ.
 

ທ້າຍ​ເດືອນ​ມີ​ນາຜ່ານ​ມາ, ການ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​ກ່ຽວ​ກັບ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ຣິ​ກາ​ຮອບ​ທີ 8 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄ​ອນຫຼວງ​ປັກ​ກິ່ງ​,ສຳ​ລັບ​​ການ​ປຶກ​ສາ​ຫາ​ລືຮອບ​ທີ 9  ​ທີ່​ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວໍ​ຊິງ​ຕັນ​ໃນ​ຕົ້ນ​ເດືອນ​ເມ​ສາ​ນີ້, ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ເອ​ກະ​ສານ​ສັນ​ຍາ​ກ່ຽວ​ກັບ​ການ​ຖ່າຍ​ໂອນ​ເຕັກ​ນິກ, ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ, ມາດ​ຕະ​ການ​ທີ່​ບໍ່​ແມ່ນ​ພາ​ສີ, ​ຂະ​ແໜງການ​ບໍ​ລິ​ການ, ກະ​ສິ​ກຳ, ຄວາມ​ດຸນ​ດ່ຽງ​ດ້ານ​ການ​ຄ້າ, ກົນ​ໄກ​ປະ​ຕິ​ບັດ​ງານ​ແລະ​ອື່ນໆ  ເຊິ່ງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່. ສອງ​ຝ່າຍ​ໄດ້​ຕົກ​ລົງ​ຈະ​ປຶກ​ສາ​ຫາ​ລື​ກັນ​ຕື່ມ​ອີກ​ກ່ຽວ​ກັບ​ບັນ​ຫາ​ຄົງ​ຄ້າງ​ດ້ວຍ​ຮູບ​ການ​​ຕ່າງໆທີ່​ມີ​ປະ​ສິດ​ທິ​ຜົນ.

 

 

ຄຳ​ເຫັນ

0