尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ໜຶ່​ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ໄດ້​ສ້າງ​ປະ​ຫວັດ​ສາດໜ້າ​ໃໝ່​ໃຫ້​ແກ່​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ

2019-04-28 16:05:37 cri

​ກອງ​ປະ​ຊຸມ​ສຸດຍອດເວ​ທີ​ປຶກ​ສາ​ຫາ​ລືການ​ຮ່ວມ​ມື​ສາ​ກົນ“ໜຶ່​ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ຄັ້ງ​ທີ 2 ໄດ້​ອັດ​ລົງ​ໃນ​ວັນ​ທີ 27 ເມ​ສາ​ນີ້​ຫຼັງ​​ຜ່ານ​ການ​ຮັບ​ຮອງ​ຖະ​ແຫຼງ​ການ​ຮ່ວມ​ຂອງ​ບັນ​ດາ​ຜູ້​ນຳກອງ​ປະ​ຊຸມ​ສຸດຍອດ​ໂຕະ​ມົນ,​ບັນ​ດາຜູ້​ນຳ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ຕັດ​ສິນ​ໃຈ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ໃນ​ລະ​ດັບອະ​ນຸ​ພາກ​ພື້ນ,ພາກ​ພື້ນ​ແລະ​ທົ່ວ​ໂລກ​ໂດຍ​ຜ່ານ​ການ​ພົວ​ພັນ​ຄູ່​ຮ່ວມ​​ໃນ​ຂອບ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ແລະ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ອື່ນໆ,ສ້າງ​ອະ​ນາ​ຄົດ​ທີ່ສວຍ​ງາມ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ;ພ້ອມ​ທັງ​ມີ​ຄວາມເຫັນ​ດີໃນ​ການ​ຈັດ​​ກອງ​ປະ​ຊຸມ​ສຸດຍອດເວ​ທີ​ປຶກ​ສາ​ຫາ​ລື​ແລະ​ກິດ​ຈະ​ກຳ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ຕາມ​ເວ​ລາ​ກຳ​ນົດ.

ເມື່ອ​ທຽບ​ໃສ່​​ກອງ​ປະ​ຊຸມ​ສຸດຍອດເວ​ທີ​ປຶກ​ສາ​ຫາ​ລືຄັ້ງ​ທຳ​ອິດ​ໃນ 2 ປີ​ກ່ອນ​ແລ້ວ,ກອງ​ປະ​ຊຸມ​ສຸດຍອດເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ໄດ້​ບັນ​ລຸ​ໝາກ​ຜົນ​ທີ່​ຕິດ​ແທດ​ຕົວ​ຈິງ 283 ລາຍ​ການ,ໂຄງ​ການ​ຮ່ວມ​ມື​ທີ່​ມີ​ມູນ​ຄ່າ​ເຖິງ 64 ກວ່າ​ຕື້​ໂດ​ລາ,ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ​ໃນ​ການ​ຊຸກ​ຍູ້​ການ​ສ້າງ“ໜຶ່​ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ຢ່າງ​ໝັ້ນ​ທ່ຽງ. ​ສິ່ງ​ເຫຼົ່າ​ນີ້​ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ​ບັນ​ດາປະ​ເທດ​ແລະ​ປະ​ຊາ​ຊົນ​​ນັບ​ມື້​ນັບ​ຫຼາຍຂຶ້ນກວ່າ​ເກົ່າ​ພວມ​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ​ໃນ​ການ​ບັນ​ລຸ​ການ​ເຊື່ອມ​ຈອ​ດ​ກັນ​ແລະ​ສະ​ແຫວງ​ຫາ​ການ​ຮ່ວມ​ມື,ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ​ຢູ່​ລຽ​ບ​ຕາມ“ໜຶ່​ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ໃນ 6 ປີ​ຜ່ານ​ມາ, ພາຍ​ໃຕ້​ການ​ທຳ​ຄວາມ​ພະ​ຍາ​ຍາມ​ຂອງ​ຝ່າຍ​ຕ່າງໆ, ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ໄດ້​ເຮັດ​ໃຫ້​ການ​ສ້າງ​ສາ​ເຊື່ອມ​ຈອດ​ກັນ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ໃນ​ຂັ້ນພື້​ນ​ຖານ, ໂຄງ​ການ​ຮ່ວມ​​ມື​ຈຳ​ນວນຫຼວງຫຼາຍ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ແທ້​ຈິງ, 150 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມືກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບ​ຈີນ. ບົດ​ລາຍ​ງານການ​ຄົ້ນ​ຄວ້າຫຼາຍ​ສະບັບ​ທີ່​ທະ​ນາ​ຄານ​ໂລກ​ເປີດ​ເຜີຍ​ໃນ​ວ່າງມໍ່​ໆ​ນີ້​ຊີ້​ໃຫ້​ເຫັນ​​ວ່າ: ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ເຮັດ​ໃຫ້​ການ​ຄ້າ​ລະ​ຫວ່າງ​​ບັນ​ດາປະ​ເທດ​ທີ່​ເຂົ້າ​ຮ່ວມ​ນັ້ນ​ເພີ່ມ ຂຶ້ນ 4,1%, ເຮັດ​ໃຫ້​ເວ​ລາ​ຂົນ​ສົ່ງ​ສະ​ເລ່ຍໃນ​ທົ່ວ​ໂລກຫຼຸດ​ລົງ 1,2% ຫາ 2,5%, ເຮັດ​ໃຫ້​ຕົ້ນ​ທຶນ​ລວມ​ຂອງ​ການ​ຄ້າຫຼຸດ​ລົງ 1,1% ຫາ 2,2% ເຊິ່ງ​ໄດ້​ສ້າງ​ຜົນ​ດີອັນ​ຕັ້ງ​ໜ້າ​ຕໍ່​ການ​ຄ້າ​ແລະ​ການ​ປະ​ກອບ​ອາ​ຊີບ​ໃນ​ທົ່ວ​ໂລກ ໂດຍ​ສະ​ເພາະ​​ມີ​ຜົນ​ດີ​ຕໍ່ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ຕ່ຳ.

ຕົວ​ເລກ​​ຂອງກະ​ຊວງ​ການ​ຄ້າ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ມາຮອດ​ທ້າຍປີ 2018, ເຂດ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ຢູ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ເສຍ​ພາ​ສີ​ໃຫ້​ທ້ອງ​ຖິ່ນ 2,4 ຕື້ຢວນ ແລະໄດ້ສ້າງວຽກ​ເຮັດ​ງານ​ທຳ 2 ແສນ 7 ໝື່ນ​ຕຳ​ແໜ່ງ​ງານ. ກອງ​ປະ​ຊຸມ​ນັກ​ທຸ​ລະ​ກິດ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ໄດ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ໃນກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຄັ້ງ​​ນີ້ ເຊິ່​ງ​ບັນ​ດານັກ​​ທຸ​ລະ​ກິດ​ທີ່​ຮ່ວມ​ປະ​ຊຸມ​ໄດ້​ເຊັນ​ສັນ​ຍາຮ່ວມ​ມື​ທີ່​ມີ​ມູນ​ຄ່າຫຼາຍກວ່າ 64 ຕື້​ໂດ​ລາ​ສະ​ຫະ​ລັດ​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ກັນ “​ສອງ​ຕໍ່​​ສອງ”, ນີ້ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ຮ່ວມ​ມື​ໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ສອດ​ຄ່ອງ​ກັບ​ການ​ສະ​ແຫວງ​ຫາ​ຊີ​ວິດ​ອັນ​ດີ​ງາມ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ, ​ເຊິ່ງບໍ່​ມີ​ຜູ້​ໃຜ​ໃດ​ຈະ​ສາ​ມາດ​ກີດ​ຂວາງ​ໄດ້.

ຄື​ດັ່ງ​ທີ່ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​​ກ່າວ​ເນັ້ນ​ໜັກ​ວ່າ​ການສ້າງ​ “ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ”, ສອດ​ຄ່ອງ​​ກັບກະ​ແສ​ປະ​ຫວັດ​ສາດ​​ເສດ​ຖະ​ກິດ​ໂລ​ກາ​​ພິ​ວັດ, ​ທັງສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ​ອ້ງ​ການ​ຂອງ​ຍຸກ​ສະ​ໄໝ​​ໃນ​ການ​ປະ​ຕິ​ຮູບ​ການ​ບໍ​ລິ​ການໂລກ, ​ແລະສອດ​ຄ່ອງ​​ກັບ​ຄວາມ​ມຸ່ງຫວັງ​ອັນ​ແຮງ​ກ້າ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​​ທີ່​ຢາກດຳ​ລົງ​ຊີ​ວິດ​ທີ່​ດີ​ງາມ. ທ່ານ​ຟີ​ລີ​ເປ ນິວ​ຊີ ປະ​ທາ​ນາ​ທິ​ບໍ​ດີ​ໂມ​ຊຳ​ບິກ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້​ກ່າວ​ວ່າ, ລັດ​ທິ​ຝ່າຍ​​ດຽວ​ຫຼືລັດ​ທິ​ເຮັດ​ໃຫ້​ປະ​ເທ​ດ​ອື່ນ​ໂດດ​ດ່ຽວ​ພຽງ​ແຕ່​ຈະ​ນຳ​ເອົາ​ຄວາມ​ທຸກ​ຍາກ​ຫຼາຍກວ່​າ​ເກົ່າ​ມາ​ໃຫ້​ບັນ​ດາ​ປະ​ເທດ​ທີ່​ທຸກ​ຍາກ​ທີ່​ນັ້ນ, ແຕ່ “ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ” ​ແມ່ນ​ການອອ​ກ​ແຮງ​ຮ່ວມ​ກັນ​ທີ່​ສອດ​ຄ່ອງ​ກັບ​ກະ​ແສ​ປະ​ຫວັດ​ສາດ​ອັນ​​ແຂງ​ແຮງທີ່​ປະ​ຊາ​ຊົນ​ຮ່ວມ​ຈິດ​ຮ່ວມ​ໃຈ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ. ​ບົນ​ເສັ້ນ​ທາງ​​ແຫ່ງ​ການສ້າງ​ສາ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມະ​ນຸດ, ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ພວມ​ຮ່ວມ​ມື​​ກັນສ້າງ​ຊີ​ວິດ​ການເປັນ​ຢູ່​ອັນ​ດີ​ງາມ​ໂດຍ​ຜ່ານ  “ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ”.

ຄຳ​ເຫັນ

0