黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະເທດເຊື່ອມຈອດຈະກາຍເປັນປະເທດທາງຜ່ານຊື່ໆໄດ້​ແນວ​ໃດ? ການພັດ​ທະນາຂອງປະເທດຊາດບໍ່ຄວນຖືກກີດຂວາງໄວ້ຍ້ອນບັນຫາບາງຢ່າງ

2019-04-28 15:26:35 cri

圖片默認標題

(ໂດຍ ກຸ​ຫຼາບ​ ​ນັກ​ວິ​ເຄາະ​ຂ່າວ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ CMG)

ແຕ່ວັນທີ 25 ຫາວັນທີ 27 ເມສາ​2019, ກອງປະຊຸມສຸດຍອດ​ເວທີປຶກສາຫາລື ເພື່ອການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 2 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ແຂກຕ່າງປະເທດ 6000 ກວ່າທ່ານທີ່ມາ​ຈາກ 150 ປະເທດ ແລະ 92 ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມກອງ ປະຊຸມເທື່ອນີ້. ຜູ້ນຳ 40 ປະເທດ ແລະ ອົງການຈັດຕັ້ງສາກົນ​ເຊິ່ງລວມ ທັງທ່ານບຸນຍັງ ວໍລະຈິດ ປະທານປະເທດ​ສ​ປ​ປ ​ລາວໄດ້​ເປັນເອກະພາບກັນເຫັນດີຊຸກຍູ້ການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ”​ໃຫ້ພັດ ທະນາກ້າວໄປສູ່ເປົ້າໝາຍທີ່ມີມາດຕະຖານສູງສ້າງຜົນປະໂຫຍດ​ໃກ້ແກ່ປະຊາຊົນແລະການພັດທະນາແບບຍືນຍົງ.

ທ່ານ​ປະ​ທານ​ບຸນ​ຍັງ ວໍ​ລະ​ຈິດ​ໄດ້​​ໄປເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສຸດຍອດ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ມາ2 ຄັ້ງ​​ແລ້ວ. ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ​ບຸນ​ຍັງ ວໍ​ລະ​ຈິດ​ໄດ້​ກ່າວ​ວ່າ, ລັດ​ຖະ​ບານ​ລາວ​ໃຫ້​ຄວາມ​ສຳ​ຄັນ​ສູງ ແລະ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ແລະ​ດີ​ໃຈ​ທີ່​ໄດ້​ເຫັນ ໂຄງ​ການທາງ​ລົດ​ໄຟ​ລາວ-​ຈີນ ແລະ ໂຄງ​ການ​ສຳ​ຄັນ​​ອື່ນໆ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຢ່າງໜັກ​ແໜ້ນ.

ໃນ​ຖາ​ນະ​ເປັນ​ປະ​ເທດ​ດຽວ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ​ແຜນ​ການ​ຍຸດ​ທະ​ສາດ​ພັດ​ທະ​ນາ​ປະ​ເທດ​ຈາກ “ປະ​ເທດ​ທີ່​ບໍ່​ຕິດ​ກັບ​ທະ​ເລ landlocked” ກາຍເປັນ “ປະ​ເທດເຊື່ອມ​ຕໍ່​ໃນ​ອະ​ນຸ​ພາກ​ພື້ນ landlinked”, ພັກ ແລະ ລັດ​ຖ​ະ​ບານ​ລາວ​ສະ​ເໜີ​ໃຫ້ເຊື່ອມ​ຈອດ​ກັບ​ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ສະ​ນັ້ນ, ປະ​ເທດ​ລາວ​ຈຶ່ງກາຍເປັນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ເຫັນ​ດີ ແລະ ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ກ່ອນ​ໝູ່. ໃນ​ໂຄງ​ການ​ຮ່ວມ​ມື“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ຕ່າງໆ​ລະ​ຫວ່າງ​ລາວ-​ຈີນ, ໂຄງ​ການເສັ້ນ​ທາງ​ລົດ​ໄຟ​ລາວ​ຈີ​ນ​ແມ່ນປະ​ຈັກ​ຕາ​​ເປັນ​ພິ​ເສດ. ຫຼັງ​ຈາກ​ໂຄງ​ການ​ນີ້​ສ້າງ​ສຳ​ເລັດ​ແລ້ວ, ຈະ​ສິ້ນ​ສຸດ​ປະ​ຫວັດ​ສາດ​ທີ່​ປະ​ເທດ​ລາວ​ບໍ່​ມີ​ທາງ​ລົດ​ໄຟ​ລາງ​ມາດ​ຕະ​ຖານ​ໃນ​ເມື່ອ​ກ່ອນ, ຈະ​ຊຸກ​ຍູ້​ປະ​ເທດ​ລາວ​ກາຍ​ເປັນ​ຊຸມ​ທາງ​ຄົມ​ມະ​ນາ​ຄົມ​ທີ່​ສຳ​ຄັນ​ໃນ​ເຄືອ​ຂ່າຍ​ຄົມ​ມະ​ນາ​ຄົມ​ທາງ​ບົກ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ກໍ​ຄື ເຄືອ​ຂ່າຍ​ທາງ​ລົດ​ໄຟ​ພາກ​ພື້ນ​ອາ​ຊີ.

ແຕ່​ວ່າ,ຢູ່​ພາຍ​ໃນ​ປະ​ເທດ​ລາວ​ກໍ​ມີ​ຫາງ​ສຽງ​ເປັນ​ຫ່ວງ​ເປັນ​ໃຍ ແລະ ມີຄວາມ​ເຫັນ​ຕ່າງ​ກັນ​ບໍ່​ໜ້ອຍ, ຄື ບາງ​ຄົນ​ເປັນ​ຫ່ວງວ່າ ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ໄດ້​ລົງ​ທຶນ​ຢ່າງຫຼວງຫຼາຍ, ນີ້​ຈະ​ເຮັດ​ໃຫ້​ລັດ​ຖະ​ບານ​ຕິດ​ໜີ້​ເປັນ​ມູນ​ຄ່າ​ສູງ​; ບາງ​ຄົນ​ເປັນ​ຫ່ວງວ່າ ໂຄງ​ການ​ລົດ​ໄຟ​ຈະ​ທຳ​ລາຍ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ປະ​ເທດ​ລາວ; ບາງ​ຄົນ​ເປັນ​ຫ່ວງວ່າ ຄົນ​ຕ່າງ​ປະ​ເທດ​ທີ່ຫຼັ່ງ​ໄຫຼ​ເຂົ້າ​ສູ່​ປະ​ເທດ​ລາວ​ນັບ​ມື້​ນັບຫຼາຍ​ຂຶ້ນ ຈະ​ກະ​ທົບ​ເຖິງ​ໂອ​ກາດ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ຂອງ​ປະ​ຊາ​ຊົນ​ລາວ. ເມື່ອ​ຜະ​ເຊີນ​ກັບ​ການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ​ທີ່​ກຳ​ລັງ​ເກີດ​ຂຶ້ນ ຫຼື ອາດ​ຈະ​ເກີດ​ຂຶ້ນ​ຢູ່​ອ້ອມ​ຂ້າງ, ການ​ທີ່​ມີຄວາມ​ວິ​ຕົກ​ກັງ​ວົນ​ຕ່າງໆ​ນາ​ນາ​​ກໍ​ເປັນ​ເລື່ອງ​ປົກ​ກະ​ຕິ​ຢູ່​ແລ້ວ, ແຕ່​ບາງ​ຄົນ​ທີ່​ເຈ​​ດຕະ​ນາ​ບໍ່​ດີ​ໄດ້​ເຜີຍ​ແຜ່​ຖ້ອຍ​ຄຳ​ວ່າ ປະ​ເທດ​ລາວ​ຈະ​ກາຍ​ເປັນ “ປະ​ເທດ​ທາງ​ຜ່ານລ້າ​ໆ”, ​ຜູ້​ຂຽນ​ແມ່ນ​ບໍ່​ເຫັນ​ດີ ແລະ ຂໍ​ມີ​ການ​ຕອບ​ຄືນ​ດັ່ງ​ນີ້.

“ຖ້າ​ຢາກ​ຮັ່ງ​ມີ​ຂຶ້ນ, ​ຕ້ອງ​ປູ​ທາງ​ໄປ​ກ່ອນ.” ສຸ​ພາ​ສິດ​​ຈີນ​ປະໂຫຍກ​ນີ້​ໄດ້​ກາຍ​ເປັນ​ຄວາມ​ຮັບ​ຮູ້​ຮ່ວມ​ກັນ​ຂອງ​ປະ​ເທດ ແລະ ປະ​ຊາ​ຊົນ​ນັບ​ມື້ຫຼາຍຫຼາຍ​ຂຶ້ນ. ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ລວ​ມຍອດ​ໄລ​ຍະ​ທາງ​ທາງຫຼວງ, ທາງ​ລົ​ດ​ໄຟ ແລະ ໄລ​ຍະ​ທາງ​ລົດ​ໄຟ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ອາ​ເມ​ຣິ​ກາ​ລ້ວນ​ແຕ່​ຢູ່ໃນ​ອັນ​ດັບ​ໜຶ່ງ​ຂອງ​ໂ​ລກ. ເຖິງ​ຈະ​ເປັນ​ແນວ​ນີ້​ກໍ​ຕາມ, ໃນ​ເວ​ລາ​ແຂ່ງ​ຂັນ​ການ​ເລືອກ​ຕັ້ງ​​ປະ​ທາ​ນາ​ທິ​ບໍ​ດີ, ທ່ານ​ໂດ​ນັນ ທ​ຣຳ​ຍັງ​ໄດ້​​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າຈະ​ວາງ​ງົບ​ປະ​ມານ​ຈຳ​ນວນ 550ຕື້​ໂດ​ລາ​ສະ​ຫະ​ລັດ​ເຂົ້າ​ໃນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ເຊິ່ງ​ລວມ​ທັງ​ການ​ກໍ່​ສ້າງເສັ້ນ​ທາງ​ຕ່າງໆ. ​ອາ​ເມ​ຣິ​ກາ​ທີ່​ເປັນ​ປະ​ເທດ​​ທີ່ພັດ​ທະ​ນາ​ແລ້ວ​ຍັງ​ເນັ້ນ​ຄວາມ​ສຳ​ຄັນ​ໃນ​ການ​ສ້າງ​ເສັ້ນທາງ​​ຕ່າງໆ, ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ຄື​ພວກ​ເຮົາ​ຍິ່ງ​ຕ້ອງ​ການ​ເສີມ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ.

ຄັ​ນ​ຊັ້ນ, ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-​ຈີນ​ຈະ​ເຮັດ​ໃຫ້​ລັດ​ຖະ​ບານລາວ​ຕິດ​ໜີ້ຫຼາຍ​ເກີນ​ໄປ​ບໍ່?

ໂຄງ​ການ​ທາງ​ລົດ​ໄຟ​ລາວ-​ຈີນ​ໄດ້​ໃຊ້​ຮູບ​ການBOT, ໝາຍ​ຄວາມ​ວ່າ ລັດ​ຖະ​ບານ​ລາວມອບ​ໃຫ້​ບໍ​ລິ​ສັດທີ່​ໄດ້​ຮັບ​ອະ​ນຸ​ມັດ​ດຳ​ເນີນ​ການ​ລົງ​ທຶນ ລະ​ດົມ​ທຶນ ກໍ່​ສ້າງ, ຮັກ​ສາ ແລະ ດຳ​ເນີນ​ທຸ​ລະ​ກິດ​ໃນ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ອັນ​ໜຶ່ງ​ພາຍ​ໃນ​ເວ​ລາ​​ທີ່ກຳ​ນົດ​ໄວ້, ຫຼັ​ງ​ຈາກ​ເວ​ລາ​ກຳ​ນົດ​ສິ້ນ​ສຸດ​​ແລ້ວ, ທາງ​ບໍ​ລິ​ສັດ​ຈະ​ມອບ​ໂຄງ​ການ​ດັ່ງ​ກ່າວ​ໃຫ້​ແກ່​ລັດ​ຖະ​ບານ​ຂອງ​ປະ​ເທດນັ້ນ​ໂດຍ​ບໍ່​ເກັບ​ຄ່າ.

ຮູບ​ການ​ແບບ​ນີ້​ໄດ້​ເຊື່ອມ​ໂຍງ​ກົນ​ໄກ​ຕະຫຼາດ ແລະ ການ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ​ໃຫ້​ປະ​ສານ​ສົມ​ທົບ​ກັນ, ໄດ້​ແກ້​ໄຂ​ບັນ​ຫາ​ຂາດ​ເຂີນ​ທຶນ​ຮອນ, ທັງ​ໄດ້​ຮັບ​ປະ​ກັນ​ສິດ​ຄວບ​ຄຸມ​ຂອງ​ລັດ​ຖະ​ນ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ. ​ເຊິ່ງ​ເປັນຮູບ​ການ​ທີ່ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ສຳ​ເລັດ​ຜົນ​ຢູ່​ຝ​ຣັ່ງ, ອັງ​ກິດ, ອາ​ເມ​ລິ​ກາ ແລະ ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ, ແລະ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ທົ່ວ​ໂລກ​ຢ່າງກວ້າງ​ຂວາງ.

ຄື​ກັນ​ກັບ​ໂຄງ​ການ​ທາງ​ລົດ​ໄຟ​ລາວ​-ຈີນ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ດົງ​ທີ່​ກຳ​ລັງ​ກໍ່​ສ້າງ​ຢູ່ອິນ​ໂດ​ເນ​ເຊຍ​ກໍ​ເປັນ​ໂຄງ​ການ​ຮ່ວມ​ມື​ໃນຂອບ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ໂດຍ​ເຊື່ອມ​ໂຍງ​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ສອງ​ຝ່າຍ​, ​ແລະ​ໄດ້​ກໍ່​ສ້າງ​ດ້ວຍ​ຮູບ​ການ BOT ເຊັ່ນ​ກັນ. ທ່ານ​ລູ​ຮຸດ ບິນ​ຊາ ປັນ​ໄຈ​ຕັນ ລັດ​ຖະ​ມົນ​ຕີ​ກະ​ຊວງວຽກ​ງານ​ທາງ​ທະ​ເລ ແລະ​ການ​ປະ​ມົງ​ອິນ​ໂດ​ເນ​ເຊຍ​ທີ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ເພື່ອ​ການ​ຮ່ວມ​ມື​ສາ​ກົນ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ຄັ້ງ​ທີ 2 ໄດ້​ກ່າວ​ໃນ​ຫວ່າງ​ບໍ່​ດົນ​​ນີ້​ວ່າ, ໃນ​ການ​ຮ່ວມ​ມື“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ເຖິງວ່າ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຈະ​ໃຊ້​ເວ​ລາ​ດົນ​ນານບ, ແຕ່​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ. ທ່ານ​ກ່າວ​ວ່າ, ອິນ​ໂດ​ເນ​ເຊຍ​ໄດ້​ສຳຫຼວດ​ຄົ້ນ​ຄວ້າ​ຢ່າງ​ເຕັມ​ສ່ວນ​ແລ້ວ​ເຫັນ​ວ່າ, ຮູບ​ການ​ທີ່​ຮ່ວມ​ມື​ກັບ​ຈີນ​ນັ້ນ​ເປັນ​ຮູບ​ການ​ທີ່​ຖືກ​ຕ້ອງ​ແລະ ສາ​ມາດ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໄດ້, ຈະ​ບໍ່​ມີ​ໜີ້​ສິນ​ສຳ​ລັບ​ລັດ​ຖະ​ບານ.

​ອີກ​ເລື່ອງ​ໜຶ່ງ​ທີ່​ໜ້າ​ຈະ​ກ່າວ​ເຖິງ​ກໍ​ຄື: ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ເພື່ອ​ການ​ຮ່ວມ​ມື​ສາ​ກົນ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ຄັ້ງ​ທີ 2, ​ເຈົ້າ​ໜ້າ​ທີ່​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ຮ່ວມ​ກັນ​ຖະ​ແຫຼງ “​ຂອບການ​ວິ​ເ​ຄາະ​​ກ່ຽວ​ກັບ​ລັກ​ສະ​ນະ​ຍືນ​ຍົງດ້ານ​ໜີ້​ສິນ ​ຂອງ‘ໜຶ່ງ​ແລວ​ໜຶ່ງ​ເສັ້​ນ​ທາງ’”, ຈະ​ປ້ອງ​ກັນ ແລະ​ຄວບ​ຄຸມ​ຄວາມ​ສ່ຽງ​ໃນ​ການ​ຮ່ວມ​ມື​ດ້ານລະ​ດົມ​ທຶນ​ ແລະ​ລົງ​ທຶນຢ່າງ​ມີ​ປະ​ສິດ​ທິ​ຜົນ, ເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ຮ່ວມ​ມື“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ ​ພັດ​ທະ​ນາ​ແບບ​ຍືນ​ຍົງ(Debt Sustainability Framework For Participating Countries of the Belt and Road Initiative).

ຄັນ​ຊັ້ນ, ໂຄງ​ການ​ທາງ​ລົດ​ໄຟ​ລາວ-​ຈີນ​ຈະ​ທຳ​ລາຍ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຂອງ​ລາວ​ບໍ່?

ເມື່ອ​ປີ 2005, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ກໍ​ໄດ້​ສະ​ເໜີ​ຄຳວ່າ “ພູ​ຂຽວ​ນ້ຳ​ໃສ​ກໍ​ເປັນ​ພູ​ເງິນ​ພູ​ຄຳ”. ໃນ​ເວ​ລາ​ດົນ​ນານ​ມາ​ນີ້, ລັດ​ຖະ​ບານ​ຈີນ​ກໍ​ໄດ້​ປ​ະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ການ​ພັດ​ທະ​ນາ​ຄື​ແນວ​ນີ້​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຕົວ​ຢ່າງວ່າ ທາງ​ລົດ​ໄຟ​ຊິ່ງ​ໄຫ-ຕິ​ເບດ​ຂອງ​ຈີນ​ທີ່ໄດ້​ເນັ່ງ​ຜ່ານ​ພູ​ພຽງ​ທີ່​ສູງ​ກວ່າ​ໝູ່​ໃນ​ໂລກ, ສິ່ງ​ແວດ​ລ້ອມ​ນິ​ເວດ​ມີ​ຄວາມ​ອ່ອນ​​ແອ​ທີ່​ສຸດ. ຈາກ​ການ​ອອກ​ແບບ​ຮອດ ການ​ກໍ່​ສ້າງ ​ຮັກ​ສາ ແລະ​ແລ່ນ​ລົດ, ໂຄງ​ການ​ທາງ​ລົດ​ໄຟ​ສາຍ​ນີ້​ໄດ້​ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​​ທີ່ “ຖື​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ເປັນ​ວຽກ​​ບຸ​ລິ​ມະ​ສິດ”ມາ​ໂດຍ​ຕະຫຼອດ, ແລະ​ຖືເປັນ “ທາງ​ລົດ​ໄຟ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ”ສາຍ​ທຳ​ອິດ​ຂອງ​ຈີນ.

​ຄຳ​ບູ​ຮານ​ຈີນ​​ກ່າວໄວ້​ວ່າ “ສິ່ງ​ທີ່​ຕົວ​ເອງ​ບໍ່​ມັກ ກໍ​ຢ່າ​ບັງ​ຄັບ​ໃສ່​ຜູ້​ອື່ນ”. ສຳ​ລັບ​ຊາວ​ຈີນ​ທີ່​ເຄີຍ​ມີ​ປະ​ສົບ​ການ​ໃນ​ການ “​ດຳ​ເນີນ​ການພັດ​ທະ​ນາ​ໄປ​ກ່ອນ​ແລ້ວ​ກັບ​ມາສ້ອມ​ແປງ​ປັບ​ປຸງ​ຢ່າງ​ໃຫຍ່​ຕາມຫຼັງ” ​ນັ້ນ​​ດຽວ​ນີ້ໄດ້​ສ້າງ​ທັດ​ສະ​ນະ​ການ​ພັດ​ທະ​ນາ​ທີ່ “ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມມາ​ກ່ອນ”, ທັງ​ໄດ້ສະຫຼຸບ​ເຕັກ​ນິກ​ທີ່​ກ້າວ​ໜ້າ ແລະ ວິ​ທີ​ການ​ຄຸ້ມ​ຄອງ​ບໍ​ລິ​ການ​ທີ່​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ ທັງ​ຊຸກ​ຍູ້ການ​ພັດ​ທະ​ນາ​ໄປ​ພ້ອມ​ກັນ, ແລະໄດ້​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ການ​ສ້າງ​ໂຄງ​ການ​ພາຍ​ໃນ​ປະ​ເທດ ແລະ​ຕ່າງ​ປະ​ເທດ.”

ຕົວ​ຢ່າ​ງວ່າ, ໂຄງ​ການ​ລົດ​ໄຟ​ລາວ​ຈີນ​ຕອນ​ທີ 5ຕັ້ງ​ຢູ່​ເມືອງວັງ​ວຽງ​ທີ່​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ລາວ, ໄດ້ຂ້າມນ້ຳ​ຊ​ອງທີ່​ເປັນ​ສາຍ​ນ້ຳ​​ທີ່ສຳ​ຄັນ​ຂອງວັງ​ວຽງ, ນັບ​ແຕ່​ການ​ລົງ​ມື​ກໍ່​ສ້າງ​ເປັນ​ຕົ້ນ​ມາ, ທາງ​ໂຄງ​ການ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ໃນ​ລະ​ດັບ​ສູງ, ໄດ້​ສ້າງ​ສະ​ຖາ​ນີ​ບຳ​ບັດ​ນ້ຳ​ເປື້ອນ​ຢູ່​ພາກ​ສະ​ໜາມ​ກໍ່​ສ້າງ​ທຸກ​ບ່ອນ​ທີ່​ຢູ່​ໃກ້​ກັບ​ນ້ຳ​ຊອງ, ເພື່ອບຳ​ບັດ​ນ້ຳ​ເສດ​ທີ່​ລະ​ບາ​ຍອອກ​ຈາກ​ອຸ​ມົງ, ​ອັນໄດ້ຫຼີກ​ເວັ້ນ​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ​ອ້ອມ​ຂ້າງ. ຫຼັງ​ຈາກ​ສ້າງ​ທາງ​ລົດ​ໄຟ​ໃຫ້​ສຳ​ເລັດ​ແລ້ວ, ສະ​ຖາ​ນີ​ບຳ​ບັດ​ນ້ຳ​ເປື້ອນ​ຍັງ​ຈະ​ມອບ​ໃຫ້​ແກ່​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນເພື່ອສາ​ມາດ​ນຳ​ໃຊ້​ໃນ​ການ​ປູກ​ຝັງ​ໃນ​ລະ​ດູ​ແລ້ງ. ເຮັດ​ແນວ​ນີ້​ພີ່​ນ້ອງ​ປະ​ຊາ​ຊົນ​ລາວ​ກໍ​ບໍ່​ຕ້ອງ​ເປັນ​ຫ່ວງວ່າ​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ.

​ຄັນ​ຊັ້ນ, ໂຄງ​ການ​ທາງ​ລົດ​ໄຟ​ລາວ​ຈີນ​ຈະ​ເຮັດ​ໃຫ້​ປະ​ຊ​າ​ຊົນ​ລາວ​ເສຍ​ໂອ​ກາດ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ບໍ່?

ອີງ​ຕາມ​ສະ​ຖິ​ຕິ​ທີ່​ບໍ່​ຄົບ​ຖ້ວນ, ​ນັບແຕ່​ການ​ລົງ​ມື​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ​-ຈີນ​ເມື່ອ​ເດືອນ​ທັນ​ວາ​ປີ 2016ເປັນ​ຕົ້ນ​ມາ, ໂຄງ​ການນີ້​ໄດ້​ຮັບ​ສະ​ໝັກ​ແຮງ​ງານ​ຈາກ​ຊົນ​ນະ​ບົດ​ລຽບ​ຕາມ​ເສັ້ນ​ທາງ​ລົດ​ໄຟຫຼາຍກວ່າ 32,000 ເທື່ອ​ຄົນ​ເຂົ້າ​ຮ່ວມ​ການ​ເຝິກອົບ​ຮົມແລ້ວ​ເຮັດ​ວຽກ​ໃນ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-​ຈີນ, ກຳ​ມະ​ກອນລາວ​ບໍ່​ໜ້ອຍ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ​ຈີນ. ນອກ​ນີ້, ບໍ​ລິ​ສັດ​ຈີນ​ທີ່​ຮັບ​ເໝົາ​ໂຄງ​ການ​ຍັງ​ໄດ້​ເປີດ​ຊຸດ​ອົບ​ຮົມ​ສະ​ເພາະ​ຂຶ້ນ. ຄຽງ​ຄູ່​ກັບ​ການ​​ເຝິກອົບ​ຮົມ​​ແບບ​ນີ້ດຳ​ເນີນ​ຕໍ່​ໆ​ໄປ, ​ຈະ​ມີ​ປະ​ຊາ​ຊົນ​ລາວ​ນັບ​ມື້​ນັບຫຼາຍ​ຂຶ້ນ​ຮຽນ​ຮູ້ເຕັກ​ນິກ ແລະ ສີ​ມື​ຕ່າງໆ ແລະ​ກາຍ​ເປັນ​ຜູ້​ກໍ່​ສ້າງ ແລະ ຜູ້​ຮັກ​ສາ​ທາງ​ລົດ​ໄຟ​ລາວ-ຈີນ.

ທ້າວ​ນິ​ພອນ​ເປັນ​ກຳ​ມະ​ກອນ​ທີ່​ເຮັດ​ວຽກ​ຢູ່​ໂຄງ​ການ​ທາງ​ລົດ​ໄຟ​ລາວ​-ຈີນ​ຕອນຫຼວງ​ພະ​ບາງ, ກ່ອນ​ເຂົ້າ​ເຮັດ​ວຽກ​ຢູ່​ໂຄງ​ການ​ລົດ​ໄຟ​ກໍ​ມີ​ສີ​ມື​ແປງ​ລົດ​ມາ​ກ່ອນ​ແລ້ວ, ຫຼັງ​ຈາກ​ເຂົ້າຮ່ວມ​ໂຄງ​ການ​ລົດ​ໄຟ​ແລ້ວ, ທ້າວ​ນິ​ພອນ​ໄດ້​ຮຽນ​ສີ​ມື​ແປງ​ລົດ​ນຳ​ຄູ​ສອນ​ຈີນ​ຕື່ມ​ອີກ. ໃນ​ປີ​ທຳ​ອິດ​ທີ່​ເຮັດ​ວຽກ​ໃນ​ໂຄງ​ການ​ລົດ​ໄຟ, ທ້າວ​ນິ​ພອນ​ກໍ​ໄດ້​ແປງ​ເຄື່ອງ​ຈັກ​ຊະ​ນິດ​ຕ່າງໆ 500 ກວ່າ​ໜ່ວຍ, ປະ​ຈຸ​ບັນ, ທ້າວ​ນິ​ພອນ​ໄດ້​ກາຍ​ເປັນ​ຊ່າງ​ສ້ອມ​ແປງ​ເຄື່ອງ​ຈັກ​ລະ​ດັບ​ສູງ​ແລ້ວ.

​ເມື່ອ​ໄດ້​ມີ​ສີ​ມື​ທີ່​ຊຳ​ນານ​ເປັນ​ຂອງ​ຕົນ​ເອງ​ແລ້ວ, ​ກໍ​ບໍ່​ຕ້ອງ​ເປັນ​ຫ່ວງ​ວ່າ ບໍ່​ສາ​ມາດ​ຊອກ​ວຽກ​ເຮັດ​ງານ​ທຳ, ຍິ່ງກວ່າ​ນັ້ນ, ຫຼັງ​ຈາກ​ທາງ​ລົດ​ໄຟ​ລາວ-​ຈີນ​ສ້າງ​ສຳ​ເລັດ​ແລ້ວ, ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ຈະ​ກາຍ​ເປັນ​ເສັ້ນ​ທາງແຫ່ງ​ເສດ​ຖະ​ກິດການ​ຄ້າ, ຈະ​ກາຍ​ເປັນ​ຫົວ​ຈັກ​ທີ່​ຊຸກ​ຍູ້ກ​ານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ສ້າງ​ຄວາມ​ຮັ່ງ​ມີ ເຮັດ​ໃຫ້​ປະ​ເທດ​ມີການ​ພັດ​ທະ​ນາ​ ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ, ຍັງ​ຈະ​ສ້າງ​ໂອ​ກາດ​ວຽກ​ເຮັດ​ງານ​ທຳຫຼາຍກວ່າ​ເກົ່າ​ໃຫ້​ແກ່​ພີ່​ນ້ອງ​ປະ​ຊາ​ຊົນ​ລາວ​ອີກ​ດ້ວຍ.

ເວົ້າ​ສະຫຼຸບ​ແລ້ວ, ​ອັນ​ທີ່​ວ່າ ການ​ຮ່ວມ​ມື“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​​ມີ​ແຕ່​ເຮັດ​ໃຫ້​ປະ​ເທດ​ລາວ​ກາຍ​ເປັນ “ປະ​ເທດ​ທາງ​ຜ່ານ​ລ້າໆ” ນັ້ນ​​ແມ່ນ​ເປັນ​ໄປ​ບໍ່​ໄດ້​ດອກ. ບັນ​ຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ພັດ​ທະ​ນາ​ຕ້ອງ​ແກ້​ໄຂ​ດ້ວຍ​ການ​ພັດ​ທະ​ນາ​ນັ້ນ​ເອງ. ຖ້າ​ຢຸດ​ຕິ​ບາດ​ກ້າວ​ທີ່​ເດີນ​ໄປ​ໜ້າ​ຍ້ອນ​ເກີດ​ບັນ​ຫາ​ຈຳ​ນວນ​ໜຶ່ງ, ຈະ​ເຮັດ​ໃຫ້​ປະ​ເທດ​ລາວ​ພາດ​​ໂອ​ກາດ​​ພັດ​ທະ​ນາໄປ​, ແລະ​ເຮັດ​ໃຫ້​ປະ​ຊາ​ຊົນ​ພາດ​ໂອ​ກາດ​ທີ່ຈະ​ມີຊີ​ວິດ​ການ​ເປັນ​ຢູ່​​ດີກວ່າ​ເກົ່າ.

​ນັບແຕ່​ການ​ສະ​ເໜີ​ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ເປັນ​ເວ​ລາ 6 ປີ​ຜ່ານ​ມາ​ນີ້, ຫຼາຍ​ປະ​ເທດ ແລະ ເຂດ​ແຄວ້ນ​​ຜ່ານ​ການ​ຮ່ວມມື“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ໄດ້​ສ້າງ​ສະ​ຖິ​ຕິ “ຄັ້ງ​ທຳ​ອິດ”ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ຕົນ​ຂຶ້ນ ຄື: ກາ​ຊັກ​ສະ​ຖານ​ທີ່​ເປັນ​ປະ​ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ໄດ້​ມີ​ທາງ​ອອກ​ໄປ​ສູ່​ທະ​ເລ​ຂອງ​ຕົນ​ເປັນ​ຄັ້ງ​ທຳ​ອິດ, ພາກ​ຕາ​ເວັນ​ອອກ​ຂອງ​ອາ​ຟ​ຣິ​ກາ​ມີ​ທາງ​ດ່ວນ​ສາຍ​ທຳ​ອິດຂອງ​ຕົນ, ​ມານ​ດິ​ຟ​ໄດ້​ມີ​ຂົວ​ຂ້າມ​ທະ​ເລ​ແຫ່ງ​ທຳ​ອິດ, ເບ​ລາ​ຣູ​ຊີ​ໄດ້​ມີ​ຂະ​ແໜງ​ການ​ຜະ​ລິດ​ລົດ​ເກ໋ງ​ຂອງ​ຕົນ​ເປັນ​ຄັ້ງ​ທຳ​ອິດ…. ຢູ່​ປະ​ເທດ​ເກນ​ຢາ, ທາງ​ລົດ​ໄຟ​ເຊື່ອມ​ຕໍ່​ນະ​ຄອນຫຼວງ​​ໄນ​ໂຣບີ ແລະ ມົມ​ບາ​ຊາ​ທີ່​ເປັນ​ເມືອງ​ທ່າ​ກຳ​ປັ່ນ ​ທີ່​ກໍ່​ສ້າງ​ໂດຍ​ບໍ​ລິ​ສັດ​ຈີນ​ນັ້ນ​ໄດ້​ຮັບ​ຍ້ອງ​ຍໍ​ວ່າ​ເປັນ ໂຄງ​ການ​ສະ​ຕະ​ວັດ​ຂອງ​ປະ​ເທດ​ເກນ​ຢາ, ຫຼັງ​ຈາກ​ສ້າງ​ສຳ​ເລັດ ແລະ ແລ່ນ​ລົດ​ແລ້ວ, ໄດ້​ສ້າງ​ໂອ​ກາດ​ວຽກ​ເຮັດ​ງານ​ທຳ​ເກືອບ 5 ໝື່ນ​ຕຳ​ແໜ່ງ​ໃຫ້​ແກ່​ເກນ​ຢາ, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ1,5%. ຢູ່​ກຳ​ປູ​ເຈຍ, ເຄີຍ​ຂາດ​ພະ​ລັງ​ໄຟ​ຟ້າ​ເຖິງ 20%, ຄ່າ​ໄຟ​ທາງ​ພົນ​ລະ​ເຮືອນ​ສູງ​ສຸດ​ເຖິງ 0,9 ໂດ​ລາ​ຕໍ່​ກິ​ໂລ​ວັດ​ໂມງ, ຫຼັງ​ຈາກ​ເຂື່ອນ​ໄຟ​ຟ້າ  Stung Russei Chrum ທີ່​ຊ່ວຍ​ເຫຼືອ​ໂດຍ​ຈີນ​ສ້າງ​ສຳ​ເລັດ ແລະ ຜະ​ລິດ​ຜົນ​ແລ້ວ, ແຕ່​ລະ​ປີ​ຈະ​ໄດ້​ສະ​ໜອງ​ໄຟ​ຟ້າ​ທີ່​ມີ​ລາ​ຄາ​ຖືກ 1ຕື້​ກິ​ໂລ​ວັດ​ໂມງ​ໃຫ້​ແກ່​ກຳ​ປູ​ເຈຍ. ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ສາ​ມາດ​ນຳ​ໃຊ້​ພະ​ລັງ​ໄຟ​ຟ້າ​ຢ່າງ​ສະ​ດວກ​ສະ​ບາຍ, ຊີ​ວິດ​ການ​ເປັນ​ຢູ່​ກໍ​​ດີ​ຂຶ້ນ​ຢ່າງຫຼວງຫຼາຍ.

ແນວ​ໃດ​ກໍ​ຕາມ, ເຖິງວ່າ​ຮູບ​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ບໍ່​ແມ່ນ​ຮູບ​ແບບການ​ຮ່ວມ​ມື​ທີ່​ສົມ​ບູນ​ແບບ​ກໍ​ຕາມ, ​ແຕ່ໃນ​ໂລກ​ນີ້​ກໍ​ອາດ​ຈະ​ບໍ່​ມີ​ຮູບ​ແບບ​ທີ່​ສົມ​ບູນ​ແບບທີ່​ສຸດ. ແຕ່​ສຳ​ລັບ​ມາດ​ຕະ​ການ​ຕ່າງໆ​ທີ່ເຫັນ​ໄດ້​ສຳ​ຜັດ​ໄດ້​ຢ່າງແທ້​ຈິງ​ຄື​ທີ່​ກ່າວ​ມາ​ນັ້ນ, ຜົນ​ປະ​ໂຫຍດ​ຕ່າງໆ​ທີ່​ພົ້ນ​ເດັ່ນ​ທີ່​ກ່າວ​ມາ​ນັ້ນ​ຈະ​ເຮັດ​ໃຫ້​ປະ​ເທດ ແລະ ປະ​ຊາ​ຊົນ​ນັບ​ມື້​ນັບຫຼາຍ​ຂຶ້ນ​ເຊື່ອ​ໝັ້ນ​ວ່າ, ຄວາມ​ດຸນ​ດ່ຽງ​ແລະ ການ​ພັດ​ທະ​ນາ​ຈະ​ສາ​ມາດ​ບັນ​ລຸ​ຜົນ​ເປັນ​ຈິງ​ໄດ້, ແລະ​ມີ​ຄວາມ​ໝາຍ​ໃນ​ດ້ານ​ຕົວ​ຈິງ.

ຂໍ້​ລິ​ເລີ່ມ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກຳ​ເນີດ​ຢູ່​ຈີນ, ແຕ່​ໂອ​ກາດ ແລະ ໝາກ​ຜົນ​ທີ່​ມາ​ຕາມຫຼັງ​ນັ້ນ​ແມ່ນ​ຂຶ້ນ​ກັບປະ​ເທດ​ຕ່າງໆ​​ໃນ​ທົ່ວ​ໂລກ, ​ເຊິ່ງ​ລວມ​ທັງ​ປະ​ເທດ​ລາວ​ເຮົາ.

 

ຄຳ​ເຫັນ

0