李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ຮຸນ​ແຊນ

2019-04-29 16:24:38 cri

    ວັນ​ທີ 29 ເມ​ສານີ້ ຢູ່​ຫໍສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ: ຈີນ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ, ຈະ​​ປະ​ຕິ​ບັດ​ຄື​ດັ່ງ​ທີ່​ເຄີຍ​ເຮັດ​ຜ່ານ​ມາ​ໃນ​ການ​ສະ​ໜັບ​ສະ​ໜູນ​ກຳ​ປູ​ເຈຍ​ເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງແຫ່ງ​ຊາດ​ຕົນ, ຍິນ​ດີ​ຮ່ວມ​ກັບ​ກຳ​ປູ​ເຈຍ, ຊຸກ​ຍູ້​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດຢັ້ງ. ສອງ​ຝ່າຍ​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ດຳ​ເນີນ​ງານ​ແຫ່ງ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ກຳ​ປູ​ເຈຍ​ໃຫ້​ດີ, ຍົກ​ສູງ​​ຄຸນ​ຄ່າ​ຍຸດ​ທະ​ສາດ​ແລະ​ເພີ່ມ​ເນື້ອ​ໃນ​​ໃຫ້​ອຸ​ດົມ​ສົມ​ບູນ​ເຂົ້າ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ. ຕ້ອງ​ລົງ​ເລິກ​ການ​ຮ່ວມ​ມື​ສ້າງ “ໜຶ່ງ​ແລວ​ໜຶ່​ງ​ເສັ້ນ​ທາງ”, ຍິນ​ດີ​ຕ້ອນ​ຮັບ​ກຳ​ປູ​ເຈຍ​ເຂົ້າ​ການ​ຮ່ວມ “ຊ່ອງ​ທາງ​ໃໝ່​ທາງ​ບົກ​​ແລະທາງ​ທະ​ເລ” ຢ່າງ​ຕັ້ງ​ໜ້າ.

    ທ່ານ ຮຸນ​ແຊນ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຝ່າຍ​ຈີ​ນ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແ​ນວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2 ແລະ​ກ່າວ​ວ່າ: ໂລກ​ຕ້ອງ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແນວ​ໜຶ່ງ​ເສັ້ນ​ທາງ”. ກຳ​ປູ​ເຈຍ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ​ຈາກ​​ຂໍ້​ລິ​ເລີ່ມນີ້. ກຳ​ປູ​ເຈຍ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຈີນ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​​ໃນ​ໄລ​ຍະ​ຜ່ານ​ມາ, ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຈີນ ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ດຳ​ເນີນ​ງານ​ແຫ່ງ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ສອງ​ປະ​ເທດ​ໃຫ້​ດີ, ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ເປັນ​ຕົ້ນ.

ຄຳ​ເຫັນ

0