何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຫ​ວາງ​ຢີ້​ແນະ​ນຳ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ເພື່ອ​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຄັ້ງ​ທີ 2

2019-04-29 10:14:32 CRI

ແຕ່​ວັນ​ທີ 25 ຫາ 27 ເມ​ສາ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ເພື່ອ​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຄັ້ງ​ທີ 2ໄດ້​ຈັດ​ຂຶ້ນຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ. ວັນ​ທີ 28 ເມ​ສາ​ນີ້, ທ່າ​ນ​​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ກ່ຽວ​ກັບ​​ຜົນສຳ​ເລັດ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້.

 

ທ່ານ​​ຫວາງ​ຢີ້​ກ່າວ​ວ່າ, ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ເປັນ​ກິດ​ຈະ​ກຳ​ການ​ຕ່າງ​ປະ​ເທດ​ອັນ​ສຳ​ຄັນ​ທີ່​ສຸດ​ທີ່​ຈີນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ໃນ​ປີ2019ນີ້. ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນພົ້ນ​ເດັ່ນ 6 ປະ​ການ, ຄື: ໜຶ່ງ, ໄດ້​ກຳ​ນົດ​ເປົ້າ​ໝາຍ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ທີ່​ມີ​ຄຸນ​ນະ​ພາບ​ສູງ, ເຊິ່ງ​ໄດ້​ກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື; ສອງ, ໄດ້​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ທີ່​ເຊື່ອມ​ຈອດ​ກັນ​ໃນ​ທົ່ວ​ໂລກ, ຊຸກ​ຍູ້​ການ​ພັ​ດ​ທະ​ນາ​ແບບ​ປະ​ສານ​ສົມ​ທົບ​ກັນ. ສາມ, ໄດ້​ຮັບ​ຜົນ​ງານ​ຕົວ​ຈິງ​ຢ່າງ​ອຸ​ດົມ​ສົມ​ບູນ, ເຊິ່ງ​ສະ​ແດງ​ໃຫ້​ເຫັນເຖິງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ສີ່, ໄດ້​ສ້າງ​ເວ​ທີ​ແລກ​ປ່ຽນ​ອັນ​ໃໝ່​ລະ​ຫວ່າງ​ທ້ອງ​ຖິ່ນ ແລະ ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ, ເປີດກວ້າງ​ໂອ​ກາດ​ແຫ່ງ​ການ​ຮ່ວມ​ມື; ຫ້າ, ປັບ​ປຸງ​ໂຄງ​ປະ​ກອບ​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ​ ​ສ້າງ​ລະ​ບົບ​ຄ້ຳ​ປະ​ກັນ; ຫົກ, ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ດ້ານ​ການ​ຕ່າງ​ປະ​ເທດ​ຂອງ​ປະມຸກ​ລັດ, ລົ​ງ​ເລິກ​ສາຍ​ພົວ​ພັນ​ສອງ​ຝ່າຍ.

 

ທ່ານຫ​ວາງ​ຢີ້​ກ່າວ​ຕື່ມ​ວ່າ, ​ການຮ່ວມ​ກັນ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ໄດ້​ສະ​ແດງ​ໃຫ້​ເຫັນ​ພາບ​ພົດ​ຂອງຍຸກ​ສະ​ໄໝ​ທີ່​ຈີນ​ຮ່ວມ​ມື​ກັບ​ໂລ​ກ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ພວກ​ເຮົາ​ຈະ​ຊຸກ​ຍູ້​ໃຫ້ການ​ຮ່ວມ​ກັນ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ​ຢ່າງ​ເດັດ​ດ່ຽວ​ໜ້ຽວ​ແໜ້ນ.

ຄຳ​ເຫັນ

0