 
ດາວໂຫຼດ App CRI-FM93 ລະບົບ IOS
 
ດາວໂຫຼດ App CRI-FM93 ລະບົບ Android
 
 
 
 

 ໂລໂກຂອງກອງປະຊຸມສົນທະນາລະຫວ່າງອາລະຍະທຳອາຊີໄດ້ເປີດໂສມໜ້າຢ່າງເປັນທາງການໃນວັນທີ 25 ເມສານີ້. ໂລໂກດັ່ງກ່າວນີ້ປະກອບດ້ວຍຮູບແລະຕົວອັກສອນ, ໂດຍພາກສ່ວນຮູບ ຕົ້ນຕໍແມ່ນປ່ຽນຮູບຈາກດອກໂບຕັນ, ແລ້ວອອກແບບ 6 ພາກພື້ນຂອງອາຊີໃຫ້ເປັນຮູບກີບດອກໄມ້ບານ 6 ກີບ, ແລ້ວເອົາຮູບຄົນເກາະແຂນກັນຕື່ມໃສ່ເພື່ອສື່ຄວາມໝາຍການເຊື່ອມໂຍງ, ທັງເປັນສັນຍະລັກການແລກປ່ຽນແລະສົນທະນາກັນລະຫວ່າງອາລະຍະທຳທີ່ຕ່າງກັນຂອງອາຊີ, ປະຊາຊົນອາຊີຮ່ວມກັນເກາະແຂນສ້າງປະຊາຄົມຮ່ວມຊາຕະກຳ. ໃນນັ້ນໄດ້ເນັ້ນສີແດງ, ສີໝາກກ້ຽງ, ສີເຫຼືອງ, ສີຂຽວ, ສີນ້ຳເງິນ, ສີຟ້າ ແລະສີມ່ວງລວມມີ 7 ສີທີ່ສະແດງໃຫ້ເຫັນສີຂອງທຸງຊາດບັນດາປະເທດໃນອາຊີ, ທັງເປັນສັນຍະລັກຂອງຄວາມຫຼາກຫຼາຍທາງອາລະຍະທຳຂອງອາຊີອີກດ້ວຍ.
 
ຄຳເຫັນ
0