黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໜຶ່ງແລວ ໜຶ່ງເສັ້ນທາງ ພັດທະນາຮ່ວມກັນ ໄດ້ຜົນປະໂຫຍດຮ່ວມກັນ

2019-05-02 21:32:34 cri

圖片默認標題_fororder_微信圖片_20191210103228

 

ຂຽນໂດຍ : ຊາຍສີໄຄ

(ນັກ​ຂ່າວ​ພິ​ເສດ​ຂອງ CMG)

********

ກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງເພື່ອການຮ່ວມມືສາກົນ ຄັ້ງທີ 2 ຈະໄດ້ຈັດ ຂຶ້ນຢູ່ນະຄອນຫຼວງ ປັກກິ່ງ ສປ ຈີນ ໃນລະຫວ່າງວັນທີ 25-27 ເມສາ 2019 ນີ້. ໃນກອງປະຊຸມເທື່ອນີ້ຈະມີຜູ້ຕາງໜ້າຈາກ 150 ປະເທດແລະເຂດແຄວ້ນເຂົ້າຮ່ວມເກືອບ 1.000 ຄົນ. ພິເສດຈະມີປະມຸກລັດແລະຫົວໜ້າລັດຖະ ບານຈາກ 37 ປະເທດເຂົ້າ ຮ່ວມ( ຄັ້ງທີ 1 ມີ 29 ປະເທດ ) ໃນນັ້ນຜູ້ນຳຈາກ 10 ປະເທດສະມາຊິກ ອາຊຽນຈະ ເຂົ້າຮ່ວມທັງໝົດ, ສຳລັບ ສປປລາວ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ສປປລາວ ຈະເດີນທາງໄປຮ່ວມ ແລະເປັນເທື່ອທີ 2 ແລ້ວທີ່ທ່ານເດີນທາງເຂົ້າຮ່ວມກອງ ປະຊຸມສຸດ ຍອດທີ່ສຳຄັນຍິ່ງນີ້ ( ຄັ້ງທີ 1 ແມ່ນໃນເດືອນພຶດສະພາ 2017 ) . ສັງເກດ ຈາກຜູ້ນຳແລະຜູ້ຕາງໜ້າ ຈາກທົ່ວທຸກມຸມໂລກຈະເຂົ້າຮ່ວມເທື່ອນີ້ ສະທ້ອນໃຫ້ເຫັນຄວາມ ພົ້ນເດັ່ນຂອງ​ຂໍ້​ລິ​ເລີ່ມນີ້ ແລະຄວາມສົນໃຈຈະໃຫ້ການຮ່ວມມືຈາກ ທົ່ວໂລກເພື່ອ ພັດທະນາຮ່ວມກັນ ຈະເລີນຮຸ່ງເຮືອງຮ່ວມກັນໃນປັດຈຸບັນ ແລະອະ ນາຄົດ.

ຄວາມຄິດລິເລີ່ມສ້າງໜຶ່ງແລວໜຶ່ງເສັ້ນທາງ ( ພາສາຈີນກາງເວົ້າວ່າ ອີ່ຕ້າຍ ອີ່ລູ້ , ພາສາ ອັງກິດຂຽນວ່າ Belt & Road Initiative ຂຽນຫຍໍ້ວ່າ  BRI ) ແມ່ນສະເໜີຂຶ້ນມາໂດຍ ທ່ານ ສີຈິ້ນຜິງ, ປະທານປະ ເທດ ສປຈີນ ໃນປີ 2013ໂດຍມີເຄົ້າຄວາມຄິດມາຈາກເສັ້ນ ທາງສາຍໄໝບູຮານທີ່ມີປະຫວັດຍາວນານເຖິງ 2 ພັນກວ່າປີແລ້ວ, ໃນຍຸກນັ້ນປະຊາຊົນໃນ ພາກພື້ນ ຢູເຣເຊຍ ( ເຂດຕໍ່ກັນລະຫວ່າງທະວີບອາຊີ ແລະເອີຣົບ )ໄດ້ຄົ້ນຫາແລະເປີດ ເສັ້ນທາງເພື່ອແລະປ່ຽນການຄ້າຂາຍແລະແລກປ່ຽນວັດທະນະທຳນຳກັນ ທັງເປັນການ ເຊື່ອມໂຍງຄວາມສີວິໄລລະຫວ່າງອາຊີ-ເອີຣົບ-ອາຟຣິກາ ຈຶ່ງກາຍມາເປັນເສັ້ນທາງ ສາຍໄໝ ທີ່ທົ່ວໂລກຮູ້ຈັກດີ. ນໍ້າໃຈຂອງເສັ້ນທາງສາຍໄໝບູຮານຄື ສັນຕິພາບ ແລະການຮ່ວມມື, “ ການເປີດກວ້າງແລະເຊື່ອມໂຍງກັນ, ຮຽນຮູ້ແລະໄດ້ຮັບຜົນປະໂຫຍດ ຮ່ວມກັນ” ມັນໄດ້​ແຜ່ວິວັດທະນາ ການຈາກລຸ້ນຕໍ່ລຸ້ນ ໄດ້ປະກອບສ່ວນສ້າງຄວາມຜາສຸກ ແລະການພັດທະນາໃຫ້ປະເທດຕ່າງໆທີ່ຕັ້ງຢູ່ຕາມລຽບເສັ້ນທາງຢ່າງຫຼວງຫລາຍ.

ເມື່ອມາເຖິງສັດຕະວັດທີ 21  ທີ່ເປັນຍຸກແຫ່ງການພັດທະນາແລະການຮ່ວມມື ມັນຍິ່ງມີ ຄວາມສຳຄັນຕໍ່ໂລກທີ່ຈະ​ຍຶດຖືນໍ້າໃນແລະແນວຄິດຂອງເສັ້ນທາງສາຍໄໝບູຮານມານຳໃຊ້ ໃຫ້ເປັນປະໂຫຍດຕໍ່ມວນມະນຸດ ໂດຍສະເພາະໃນຍາມທີ່ໂລກປັດຈຸບັນພວມຜະເຊີນກັບ ວິກິດການເສດຖະກິດທີ່ຟື້ນຕົວຍາກ ແລະ ສະພາບການຂອງພາກພື້ນແລະຂອງໂລກທີ່ສັບ ສົນຢູ່ໃນຕອນນີ້. ສະນັ້ນ ທ່ານ ສີຈິນຜິງ ຈິ່ງເປັນຜູ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງໃນປີ 2013 ຈຸດປະສົງແມ່ນເພື່ອຍົກລະດັບການຮ່ວມມືໃນພາກພື້ນແລະການເຊື່ອມຈອດ ລະຫວ່າງທະວີບເພື່ອພັດທະນາຮ່ວມກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນ. ຂໍ້ລິເລີ່ມ ນີ້ປະກອບດ້ວຍ 2 ໂຄງການໃຫຍ່, ຄື : ແລວເສດຖະກິດເສັ້ນທາງສາຍໄໝ ແລະ ເສັ້ນ ທາງສາຍໄໝທາງທະເລສັດຕະວັດທີ 21. ໜຶ່ງແລວ ແມ່ນເນັ້ນການຮວມຕົວ ກັນຂອງຈີນ ກັບອາຊີກາງ, ຣັດເຊຍ ແລະ ເອີຣົບ, ເຊື່ອມໂຍງຈີນກັບອ່າວເປີເຊຍ, ເຂດທະເລເມດີ ເຕຣາເນ ຜ່ານອາຊີກາງ ແລະ ອາຊີຕາເວັນຕົກ, ເຊື່ອມຈອດຈີນກັບອາຊີຕາເວັນອອກ ສຽງໃຕ້( ອາຊຽນ )ອາຊີໃຕ້ແລະມະຫາສະມຸດອິນເດຍ; ໜຶ່ງເສັ້ນທາງ ແມ່ນຖືກອອກແບບ ແຄມຝັ່ງທະເລຈີນໄປຫາເອີຣົບຜ່ານທະເລຈີນໃຕ້ແລະມະຫາສະມຸດອິນເດຍເສັ້ນທາງໜຶ່ງ ແລະອີກເສັ້ນທາງໜຶ່ງແມ່ນຈາກແຄມຝັ່ງທະເລຈີນຜ່ານທະເລຈີນໃຕ້ໄປຫາມະຫາສະມຸດປາຊີຟິກ, ນີ້ຄືເສັ້ນທາງເຊື່ອມຈອດຂອງໂຄງການໜຶ່ງແລວໜຶ່ງເສັ້ນທາງ. ສ່ວນການຮ່ວມ ມືຂອງໂຄງການທີ່ຍິ່ງໃຫຍ່ມະຫຶມານີ້ກວມເອົາ 5 ຂະແໜງການໃຫຍ່ : ການປະສານງານ ດ້ານນະໂຍບາຍ, ການເຊື່ອມໂຍງສິ່ງອຳນວຍຄວາມສະດວກ ໂດຍສະເພາະແມ່ນການ ກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ, ການຄ້າທີ່ກວ້າງຂວາງ, ການເຊື່ອມໂຍງດ້ານການເງິນ ແລະການໄປມາຫາສູ່ລະຫວ່າງປະຊາຊົນ. ເພື່ອເປັນການຮອງຮັບແລະເຂົ້າ ເຖິງແຫຼ່ງ ທຶນໄດ້ງ່າຍກວ່າເກົ່າ ຈີນກໍ່ໄດ້ຮ່ວມກັບປະເທດແລະເຂດແຄວ້ນອື່ນໆທັງໃນອາຊີແລະ ພາກພື້ນອື່ນສ້າງຕັ້ງທະນາຄານລົງທຶນເພື່ອການພັດທະນາໂຄງລ່າງພື້ນຖານອາຊີ (AIIB )ຂຶ້ນມາແລະໄດ້ເລີ່ມປ່ອຍເງິນກູ້ໃຫ້ປະເທດທີ່ຕັ້ງຢູ່ລຽບໜຶ່ງແລວໜຶ່ງເສັ້ນທາງຫຼາຍ ຮ້ອຍຕື້ໂດລາສະຫະລັດແລ້ວ.

ຍ້ອນຫຼິງເຫັນເປົ້າໝາຍພັດທະນາທີ່ຈິງໃຈແລະຜົນປະໂຫຍດທີ່ຈະໄດ້ຮັບຮ່ວມກັນ, ມາຮອດວັນທີ 27 ມີນາ 2019 ນີ້ ມີ 125 ປະເທດແລະເຂດແຄວ້ນທີ່ພັດທະນາແລ້ວ ແລະພວມພັດທະນາ ແລະ 29 ອົງການຈັດຕັ້ງສາກົນໄດ້ເຊັນສັນຍາຮ່ວມມືກັບໂຄງ ການນີ້ແລ້ວ 170 ສະບັບ ຊຶ່ງກວມເອົາ 40%ຂອງລວມຍອດຜະລິດຕະພັນພາຍໃນ ( GDP )ຂອງໂລກ. ໃນ 5 ປີຜ່ານມານີ້ໜຶ່ງແລວໜຶ່ງເສັ້ນທາງໄດ້ມີການລົງທຶນໄປແລ້ວ 460 ຕື້ໂດລາ. ນັບແຕ່ປີ 2013-2018 ການຄ້າສິນຄ້າລະຫວ່າງຈີນກັບບັນດາປະ ເທດລຽບແລວທາງກໍ່ບັນລຸ 600 ຕື້ກວ່າໂດລາ. ພາບໂຄງການທີ່ເຫັນໄດ້ຢ່າງເດັ່ນຊັດ ຂອງໜຶ່ງແລວໜຶ່ງເສັ້ນທາງກໍ່ມີຫຼາຍ, ເຊັ່ນ: ໂຄງການລົດໄປຄວາມໄວສູງລາວ-ຈີນ, ລົດໄຟ ໄທ-ຈີນ, ລົດໄຟຄວາມໄວສູງຈາກນະຄອນຫຼວງຈາກາຕາ-ບັນດຸງ ອິນໂດເນເຊຍ, ທາງລົດໄຟຈາກປະເທດຮົງກາຣີ-ແຊັກບີ, ທ່າເຮືອ ກະວາດາ, ທ່າເຮືອ ຮຳບັນໂຕຕາ, ແລະທ່າເຮືອ ກາລີຟາ ກໍ່ພວມກໍ່ສ້າງໄປຕາມແຜນ; ມາຮອດເດືອນມີນາຜ່ານມານີ້ ຂະບວນລົດໄຟຂົນສົ່ງສິນຄ້າລະຫວ່າງຈີນກັບເອີຣົບກໍ່ໄດ້ແລ່ນເຖິງ 50 ນະຄອນຂອງ 15 ປະເທດ ຫລາຍກວ່ນ 14.000 ຖ້ຽວ. ໂຄງການເຊື່ອງໂຍງການຄ້າອີກຈຳນວນໜຶ່ງກໍ່ມີ ສວນອຸດສາຫະກຳຈີນ-ເບລາຣຸດ ແລະເຂດຮ່ວມມືເສດຖະກິດການຄ້າຄອງຊູເອດລະ ຫວ່າງຈີນ-ເອຢິບ. ນີ້ເປັນພຽງຕົວຢ່າງຈຳນວນໜຶ່ງຂອງຜົນສຳເລັດການຮ່ວມມືຂອງໜຶ່ງ ແລວໜຶ່ງເສັ້ນທາງນັບແຕ່ເລີ່ມຕົ້ນສ້າງມາ. ແຕ່ກໍ່ມີຫາງສຽງຈາກຝ່າຍຕາເວັນຕົກ ຈຳນວນ ໜຶ່ງວ່າ ໂຄງການໜຶ່ງແລວໜຶ່ງເສັ້ນທາງທີ່ຈີນເປັນຜູ້ລິເລີ່ມແມ່ນເປັນກັບດັກໜີ້ ສິນທີ່ຈີນມີ​ຕໍ່​ປະ​ເທດ​ພວມ​ພັດ​ທະ​ນາ ແລະເປັນການແຜ່ອິດທິພົນທາງເສດຖະກິດຂອງຈີນ, ແຕ່​ຄຽງ​ຄູ່​ກັບ​ການ​ສ້າງ​ສາ​ທີ່ນອນ​ຢູ່​ໃນ​ຂອບຂໍ​ລິ​ເລີ່ມ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງຂອງ​ປະ​ເທດ​ຕ່າງໆ​ດຳ​ເນີນ​ໄປ​ຢ່າງ​ເລິກ​ເຊິ່ງ ແລະ​ໄດ້​ບັນ​ລຸ​ໝາກ​ຜົນ​ຕ່າງໆ, ​ຜ່ານ​ຈາກ​ໂຄງ​ການ​ທາງ​ລົດ​ໄຟ​, ເຮັດ​ໃຫ້​ແຜ່ນ​ດິນ​ໃຫຍ່​ອາ​ຟ​ລີ​ກາ​ມີ​ຄົມ​ມະ​ນາ​ຄົມ​ສະ​ດວກ​ຂຶ້ນ, ຜ່ານ​ຈາກ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ແສງ​ຕາ​ເວັນ​ນຳ​ເອົາ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ງາມ​ມາ​ໃຫ້​ການ​ຢູ່​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ, ຜ່ານ​ຈາກ​ການ​ເປີດ​ດ່ານ​ທີ່​​ມີ​ຄວາມສະ​ສດວກ​ສະບາຍ, ເຂົ້າ​ໄກ່​ນ້ອຍ,ກາ​ເຟ​ດາວ, ເບຍ​ລາວ​ຂອງ​ລາວ​ໄດ້​ຂຶ້ນ​ສູ່​ໂຕະ​ອາ​ຫານ​ຂອງ​ຈີນ, ​ຜ່ານ​ຈາກ​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ແລກ​ປ່ຽນ​ກັນ​ດ້ານ​ວັດ​ທະ​ນະ​ທຳ, ເຮັດ​ໃຫ້​ສີ​ວິ​ໄລ​ຕ່າງໆ​ມີ​ຄວາມ​ເຂົ້າ​ໃຈ​ກັນ​ຢ່າງ​ເລິກ​ເຊິ່ງ​ກວ່າ​ເກົ່າ, ເຊິ່ງ​ທັງ​ໝົດ​ເຫຼົ່າ​ນີ້ກໍ່​ເປັນ​ການ​ຕອບ​ຄຳ​ສົງ​ໃສ​ຈາກ​ພວກ​ຝ່າຍ​ຕາ​ເວັນ​ຕົກ. ຄຳ​ສຸ​ພາ​ສິດ​ລາວ​ເວົ້າ​ວ່າ: ເສັ້ນ​ທາງ​ພິ​ສູດ​ມ້າ, ການ​ເວ​ລາ​ພິ​ສູດ​ຄົນ. ຜູ້​ຂຽນ​ເຫັນ​ວ່າ, ແນວ​ຄິດ​ທີ່​ຍິ່ງ​ໃຫຍ່​ອັນ​ໜຶ່ງ​ຕ້ອງ​ຜ່ານ​ການ​ທົດ​ສອບ​ຈາກ​ການ​ເວ​ລາ, ຄິດ​ວ່າ ຜູ້​ທີ່​ມີ​ສິດ​ປະ​ກອ​ບ​ຄຳ​ເຫັນ​ນັ້ນ​ຕ້ອງ​ແມ່ນ​ປະ​ຊາ​ຊົນ​ອັນ​ໄພ​ສານ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ແນວ​ຄິດ​ດັ່ງ​ກ່າວ.

ສຳລັບປະເທດລາວເຮົາທີ່ເປັນປະເທດບໍ່ຕິດກັບທະເລກໍຍິ່ງຈະໄດ້ຮັບຜົນປະໂຫຍດຈາກໂຄງການນີ້ຢ່າງຫຼວງຫຼາຍເພື່ອເຊື່ອມຕໍ່ກັບພາກພື້ນແລະໂລກ, ດັ່ງທ່ານບຸນຍັງ ວໍລະຈິດ ເຄີຍໃຫ້ສຳພາດໃນເວລາທີ່ເພິ່ນເດີນທາງໄປຮ່ວມກອງປະຊຸມຄັ້ງທີ 1 ໃນປີ 2017 ວ່າ : “ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ແທດເໝາະກັບນະໂຍບາຍຫັນປະເທດທີ່ບໍ່ມີທາງອອກສູ່ ທະເລເປັນປະເທດເຊື່ອມຈອດກັບບັນດາປະເທດໃກ້ຄຽງແລະພາກພື້ນຂອງ ສປປລາວ ສູງທີ່ສຸດ ໂດຍໂຄງການທາງລົດໄຟລາວ-ຈີນ ທີ່ພວມກໍ່ສ້າງນັ້ນເປັນຂໍກະແຈສຳຄັນໃນ ການບັນລຸນະໂຍບາຍດັ່ງກ່າວຂອງ ສປປລາວ ”.

ກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງເພື່ອການຮ່ວມມືສາກົນຄັ້ງທີ 2  ທີ່ຈະເລີ່ມຂຶ້ນ ໃນວັນທີ 25 ເມສານີ້ ທີ່ປັກກິ່ງແມ່ນຈະເປັນກອງປະຊຸມທີ່ຈະເປີດສັງກາດໃໝ່ໃຫ້ການດຳ ເນີນໂຄງການນີ້ໃຫ້ໃຫຍ່ກວ່າເກົ່າ, ດີກວ່າເກົ່າແລະຍົກລະດັບການຮ່ວມມືກັນໃຫ້ສູງກວ່າ ເກົ່າ ແລະຖ້າປະເທດໃດເຂົ້າຮ່ວມກ່ອນກໍ່ຈະໄດ້ຮັບຜົນປະໂຫຍດກ່ອນ ດັ່ງຕົວຢ່າງໂຄງ ການຂອງຫຼາຍປະເທດລວມທັງຂອງລາວເຮົາທີ່ພວມເປັນຮູບປະທຳຂຶ້ນມາໃຫ້ເຫັນແລ້ວ.

***************

 

ຄຳ​ເຫັນ

0