劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ: ​ອາ​ລະ​ຍະ​ທຳ​ອາ​ຊີເຕີບ​ໃ​ຫຍ່ເຂັ້ມ​ແຂງ​​ຂຶ້ນໃນ​ຂະ​ບວນ​ການ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ກັບ​​ອາ​ລະ​ຍະ​ທຳ​ໂລກ

2019-05-15 12:13:50 CRI

 

ວັນ​ທີ 15 ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ, ອາ​ຊີ​ຄວນ​ເພີ່ມ​ທະ​ວີ​ຄວາມເຊື່ອມ​ໝັ້ນ​​ຕໍ່​​ອາ​ລະ​ຍະ​ທຳ​ຕົນ​ເອງ, ຍຶດ​ໝັ້ນ​ການ​ແລກ​ປ່ຽນ​ແລະ​ການ​ຖອດ​ຖອນ​ບົດ​ຮຽນ​ກັບ​​ອາ​ລະ​ຍະ​ທຳ​ອື່ນໆ​ໃນ​ໂລກ, ພະ​ຍາ​ຍາມ​ສ້າງ​​ອາ​ລະ​ຍະ​ທຳ​ອາ​ຊີ​ໃຫ້​ມີຄວາມ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼືອມ​ໃໝ່.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຕື່ມ​ວ່າ, ອາ​ຊີ​ແມ່ນ​ໜຶ່ງ​ໃນຈຸດ​ຕັ້ງ​ຖິ່ນ​ຖານ​ທີ່​ໄວ​ກ່ອນ​ໝູ່​ຂອງ​ມະ​ນຸດ ທັງ​ເປັນ​ແຫຼ່ງ​ກຳ​ເກີດ​​ອາ​ລະ​ຍະ​ທຳ​ມະ​ນຸດ​ທີ່​ສຳ​ຄັນ. ໃນ​ຂະ​ບວນ​ການ​ພັດ​ທະ​ນາຫຼາຍ​ພັນ​ປີ, ປະ​ຊາ​ຊົນ​ອາ​ຊີ​ໄດ້​ສ້າງ​ຜົນ​ງານ​ອາ​ລະ​ຍະ​ທຳ​ທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼືອມ. ​ອາ​ລະ​ຍະ​ທຳ​ປະ​ເ​ທດ​ຕ່າງໆ​​ໄດ້ພັດ​ທະ​ນາ​ໃຫ້​ມີຫຼາຍ​ສີຫຼາຍ​ສັນໃນ​ອາ​ຊີ ​ເຊິ່ງ​ໄດ້​ສ້າງປະ​ຫວັດ​ສາດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ອາ​ລະຍະ​ທຳ​ອາ​ຊີ. ປັດ​ຈຸ​ບັນ, “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, “ແລວ​ເສດ​ຖະ​ກິດຄຸນ​ມິງ-ລາວ​ກາຍ-​ຮາຍ​ຟອງ-ກວາງ​ນິງ”, “ແລວ​ເສດ​ຖະ​ກິດ​ນານ​ນິງ-ລ​ານ​ເຊິ່ນ -ຮ່າ​ໂ​ນ້ຍ-​ຮາຍ​ຟອງ-ກວາງ​ນິງ”, “ວົງ​ເສດ​ຖະ​ກິດ​ອ້ອມ​ອ່າວ​ເປີຍ​ປູ້”, “ສະ​ມາ​ຄົມ​ເສດ​ຖະ​ກິດ​ເອີ​ຣົບ​ອາ​ຊີ” ແລະ​ອື່ນໆ​ໄດ້​ພັດ​ທະ​ນາ​ຊ່ອງ​ທາງ​ແຫ່ງ​ການ​ແລກ​ປ່ຽນ​ແລະ​ການ​ຖອດ​ຖອນ​ບົນ​ຮຽນ​ລະ​ຫວ່າງ​​ອາ​ລະ​ຍະ​ທຳ. ​ອາ​ລະ​ຍະ​ທຳ​ອາ​ຊີ​ໄດ້​ເຕີບ​ໃຫຍ່​ເຂັ້ມ​ແຂງ​​ຂຶ້ນ​ໃນ​ຂະ​ບວນການ​ແລກ​ປ່ຽນ​ແລະ​ການ​ຖອດ​ຖອນ​ບົດ​ຮຽນ​ພາຍ​ໃນ​ອາ​ຊີ​ແລະ​ກັບ​​ອາ​ລະ​ຍະ​ທຳ​ທົ່ວ​ໂລກ, ໄດ້​​ສະ​ໜອງທາງ​ເລືອກ​​ອາ​ລະ​ຍະ​ທຳທີ່​ອຸ​ດົມ​ສົມ​ບູນ​ໃຫ້​ແກ່ທົ່ວ​ໂລກ.

ຄຳ​ເຫັນ

0