劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ: ​ອາ​ລະ​ຍະ​ທຳ​ບໍ່​​ຄວນມີ​ຄວາມ​ຂັດ​ແຍ້ງ​ກັນ, ຕ້ອງ​ມີ​ສາຍ​ຕາ​ທີ່​ຊຶ່ນ​ຊົມຄວາມ​ສວຍ​ງາມ​ຂອງ​​ອາ​ລະ​ຍະ​ທຳ

2019-05-15 12:15:10 CRI

 

ວັນ​ທີ 15 ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ, ​ອາ​ລະ​ຍະ​ທຳ​ທຸກ​ປະ​ເພດ​ກໍ​ແມ່ນ​ຜົນ​ງານ​ແຫ່ງ​ຄວາມ​ສວຍ​ງາມ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາ​ມ​ສວຍ​ງາມ​​ດ້ານ​ຫົວ​ຄິດ​ປະ​ດິດ​ສ້າງ. ​​ແຕ່​ເດີມອາ​ລະ​ຍະ​ທຳ​ປະ​ເພດ​ຕ່າງໆ​ບໍ່​ມີ​ຄວາມ​ຂັດ​ແຍ້ງ​ກັນ, ແຕ່​ຕ້ອງ​ມີ​ສາຍ​ຕາ​ຊື່ນ​ຊົມ​ຄວາມ​ສວຍ​ງາມ​ຂອງ​​ອາ​ລະ​ຍະ​ທຳ​ທຸກ​ຊະ​ນິດ. ທ່ານ​ກ່າວ​ຕື່​ມ​ວ່າ, ທຸກ​ສິ່ງ​ທີ່​ດີ​ງາມ​ເຊື່ອມ​ໂຍງ​ເຂົ້າ​ກັນ​ໄດ້. ບັນ​ດາ​ປະ​ເທດ​ອາ​ຊີ​ຄວນ​ໃຫ້​​ອາ​ລະ​ຍະ​ທຳ​ຂອງ​ປະ​ເທດ​ຕົນ​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີ​ວິດ​ຊີ​ວາ ທັງ​ຄວນ​ສ້າງ​ເງື່ອນ​ໄຂ​ໃຫ້​ການ​ພັດ​ທະ​ນາ​​ອາ​ລະ​ຍະ​ທຳ​ປະ​ເທດ​ອື່ນ ເພື່ອ​ໃຫ້​​ອາ​ລະ​ຍະ​ທຳ​ທົ່ວ​ໂລກ​ພັດ​ທະ​ນາ​ໃຫ້​ມີຫຼາຍ​ສີຫຼາຍ​ສັນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຍັງ​ກ່າວ​ວ່າ, ຄວາມ​ສວຍ​ງາມ​ຂອງ​​ອາ​ລະ​ຍະ​ທຳ​ໄດ້​​ເຈືອ​ຈານ​ຢູ່​ໃນ​ບົດ​ປະ​ພັນ​ອະມະ​ຕະ​ແລະ​ຜົນ​ງານ​ສິ​ລະ​ປະ​​ວັນ​ທະ​ຄະ​ດີຕ່າງໆ. ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ແປ​ບົດປະ​ພັນ​ອະມະ​ຕະ​ອາ​ຊີ​ເຊິ່ງ​ກັນ​ແລະ​ກັນ ແລະ ແຜນ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ອາ​ຊີ ເພື່ອ​ຊ່ວຍ​ໃຫ້ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດ​ລົງ​ເລິກ​ຄວາມ​ເຂົ້າ​ໃຈແລະ​ຊື່ນ​ຊົມວັດ​ທະ​ນະ​ທຳ​ຂອງ​ກັນ​ແລະ​ກັນ ແລະ ສ້າງ​ເວ​ທີ​ການ​ແລ​ກ​ປ່ຽນ​ແລະ​ການ​ຖອດ​ຖອນ​ບົດ​ຮຽນ​ໃຫ້​ແກ່​ການ​ສະ​ແດງ​ແລະ​ການ​ເຜີຍ​ແຜ່​ຄວາມ​ສວຍ​ງາມ​ຂອງ​​ອາ​ລະ​ຍະ​ທຳ.

ຄຳ​ເຫັນ

0