吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ສະ​ເໜີຈຸດ​ຢືນ 4 ຂໍ້​ເພື່ອ​ສ້າງ​ພື້ນ​ຖານດານ​ວັດທະນະທຳ​ຂອງມວນ​ມະນຸດ​ໃຫ້​ໝັ້ນຄົງ

2019-05-15 12:01:36 cri

ວັນ​ທີ 15 ພຶ​ດສະພາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ, ບັນດາ​ເຜົ່າ ​ແລະ​ວັດທະນະທຳ​ຕ່າງໆ​ໃນ​ໂລກ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ​ຮຽນ​ຮູ້​ເຊິ່ງກັນ ​ແລະ​ກັນ, ສ້າງພື້ນຖານດ້ານວັດທະນະທຳຂອງ​ມວນ​ມະນຸດ​​ໃຫ້​ໝັ້ນຄົງ​ໃນ​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳອາຊີ ​ແລະ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ. ທ່ານ​ກ່າວ​ວ່າ: ອາລະຍະ​ທຳ​ມີ​ການ​ແລກປ່ຽນ​ເນື່ອງ​ຈາກມີຄ​ວາ​ມຫຼາກ​ຫຼາຍ, ມີ​ການ​ຮຽນ​ຮູ້​ເຊິ່ງກັນ ​ແລະ​ກັນ​ເນື່ອງ​ຈາກ​ມີການ​ແລກປ່ຽນ ​ແລະ​ມີ​ການ​ພັດທະນາ​ເນື່ອງ​ຈາກມີ​ການ​ຮຽນຮູ້​ເຊິ່ງກັນ ​ແລະ​ກັນ. ທ່ານ​ຮຽກຮ້ອງ​ໃຫ້​ປະຊາຊົນຈົ່ງ “ຍຶດໝັ້ນການ​​ເຄົາລົບ​ນັບຖື​ເຊິ່ງກັນ ​ແລະ​ກັນ ​ແລະປະຕິບັດ​ຕໍ່ກັນ​ຢ່າງ​ສະ​ເໝີ​ພາບ; ຍຶດໝັ້ນ​ການ​ຊອກ​ຄົ້ນ ​ແລະ​ຊື່ນ​ຊົມ​ຄວາມ​ງາມ​ຂອງ​ຜູ້​ອື່ນ, ​ແລ້ວ​ຕ່າງ​ຝ່າຍ​ຕ່າງ​ຊື່ນ​ຊົມ ​ແລະ​ສັນລະ​ເສີນ​ຄວາມ​ງາມ​ຂອງ​ກັນ ​ແລະ​ກັນ; ຍຶດໝັ້ນການ​​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ​ກວມ​ລວມ, ຮຽນ​ຮູ້​ເຊິ່ງກັນ ​ແລະ​ກັນ; ຍຶດໝັ້ນຄວາມ​ກ້າວໜ້າ​ໄປ​ພ້ອມ​ກັບ​ຍຸກ​ສະ​ໄໝ ​ແລະ​ພັດທະນາດ້ວຍ​ການປະດິດ​ສ້າງ​ໃໝ່.

ຄຳ​ເຫັນ

0