覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລ​ະ​ຕ່າງ​ປະ​ເທດປຶກ​ສາ​ຫາ​ລື​ໜ້າ​ທີ່​ໃໝ່​ແລະ​ການ​ປະ​ພຶດ​ໃໝ່​​ຂອງອາ​ລະ​ຍະ​ທຳ​ອາ​ຊີ​ໃນ​ຍຸກ​ໂລ​ກາ​ພິ​ວັດ

2019-05-16 15:58:56 cri

ເວ​ທີ​ປຶກ​ສາ​ຫາ​ລື “ອິດ​ທິ​ພົນ​ຂອງ​ອາ​ລະ​ຍະ​ທຳ​ອາ​ຊີ​ຕໍ່​ ໂລກ”​ຂອງກອງ​ປະ​ຊຸມ​ສົນ​ທະ​ນາ​ອາ​ລະ​ຍະ​ທຳ​ອາ​ຊີ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ຕອນ​ບ່າຍ​ວັນ​ທີ 15 ພຶດ​ສະ​ພາ​ນີ້ ​ພາຍ​ໃຕ້ຫົວ​ຂໍ້​ “​ຄ່າ​ນິ​ຍົມ​ອາ​ຊີ ທົ່ວ​ໂລກ​​ແບ່ງ​ປັນ​ຮ່ວມ​ກັນ”. ແຂກ​ຖືກ​ເຊີນທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໄດ້ນຳ​ສະ​ເໜີ​ເນື້ອ​ໃນ​​ທີ່ອຸ​ດົມ​ສົມ​ບູນ​ແລະ​ຄ່າ​ນິ​ຍົມ​ຍຸກ​ປັດ​ຈຸ​ບັນ​ຂອງ​ອາ​ລະ​ຍະ​ທຳ​ອາ​ຊີ ແລະ​ຮ່ວມ​ກັນ​ປຶກ​ສາຫາ​ລື​ໜ້າ​ທີ່​ໃໝ່​ແລະ​ການ​ປະ​ພຶດ​ໃໝ່​ຂອງ​ອາ​ລະ​ຍະ​ທຳ​ອາ​ຊີ​ໃນ​ຍຸກ​ໂລ​ກາ​ພິ​ວັດ.
 

   ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ເຈົ້າ​ໜ້​າ​ທີ່​ລັດ​ຖະ​ບານ, ຊ່ຽວ​ຊານ,ນັກ​ວິ​ຊາ​ການ​ທີ່​ມີ​ຊື່​ສຽງ, ຜູ້​​ອາ​ວຸ​ໂສ ​ສື່ມວນ​ຊົນ ແລະ​ສິ​ລະ​ປິນ​ຂອງ​ອາ​ຊີ, ເອີ​ຣົບ​ແລະ​ທະ​ວີບ​ອາ​ເມ​ຣິ​ກາ​ໄດ້​​ປຶກ​ສາ​ຫາ​ລື​ໂດຍປິ່ນ​ອ້ອມ​ຫົວ​ຂໍ້​ກອງ​ປະ​ຊຸມ, ລົງ​ເລິກ​ແລກ​ປ່ຽນ​ແລະ​ຄົ້ນ​ຄວ້າ​, ທ້ອນ​ໂຮ​ມ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ, ​ເພື່ອກະ​ຕຸກ​ຊຸກ​ຍູ້​ພະ​ລັງ​ແຫ່ງ​ການ​ປະ​ດິດ​ສ້າງ, ຊຸກ​ຍູ້​ການ​ຖ່າຍ​ທອດ​ອາ​ລະ​ຍະ​ທຳ​ອາ​ຊີ​ໃນ​ທົ່ວ​ໂລກ ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ອາ​ລະ​ຍະ​ທຳ​ຕ່າງ​ກັນ. ກອງ​ປະ​ຊຸມ​ຄັ້ງ​ນີ້​ຍັງ​ໄດ້​ນຳ​ສະ​ເໜີ​ລະ​ຄອນ​ໂທ​ລະ​ພາບ​ທີ່​ດີ​ເດັ່ນ 20 ເລື່ອງ ທີ່​ຈີນ​ແລະ​ຕ່າງ​ປະ​ເທດ​ຮ່ວມ​ມື​ຖ່າຍ​ທຳ ທີ່​ຈະ​ອອກ​ອາ​ກາດ​ໃນ​ໄວໆ​ນີ້.

ຄຳ​ເຫັນ

0