吳寧

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ຖະ​ແຫຼງ​ຂ່າວ​ຟິ​ລິບ​ປິນ​ກ່າວ​ວ່າ,ເພື່ອ​ການ​ພັດ​ທະ​ນາ​ຂອງ​ອາ​ຊີ,ພວກ​ເຮົາ​ບໍ່​ຄວນ​ຫຼົງ​ລືມ​ຮາກ​ເຫງົ້າ​ຂອງ​ຕົນ​ເອງ

2019-05-18 15:07:23 cri

圖片默認標題_fororder_webwxgetmsgimg

    ຕາມ​ຂ່າວCRI: ວັນ​ທີ 17 ພຶດ​ສະ​ພາ​ນີ້,ໃນ​ເວ​ລາ​ໃດ້​ສຳ​ພາດ​ຕໍ່​ນັກ​ຂ່າວCRI, ທ່ານ​ມາ​ດິນ ອັນ​ດາ​ນາວ ລັດ​ຖະ​ມົນ​ຕີ​​ກະ​ຊວງຖະ​ແຫຼງ​ຂ່າວ​ຟິ​ລິບ​ປິນ​ທີ່​ພວມ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມສົນ​ທະ​ນາ​ອາ​ລະ​ຍະ​ທຳ​ອາ​ຊີ​ຢູ່​ທີ່​ປັກ​ກິ່ງ​ກ່າວ​ວ່າ, ປັດ​ຈຸ​ບັນ​ໄດ້​ຮອດ​ເວ​ລາ​ທີ່​ປະ​ເທດ​ອາ​ຊີ​ເສີມ​ຂະ​ຫຍາຍ​ບົດ​ບາດ​​ຂອງ​ຕົນຢູ່​ເທິງ​ເວ​ທີ​ສາ​ກົນ​ແລ້ວ. ທ່ານ​ກ່າວ​ວ່າ, “ເພື່ອ​ການ​ພັດ​ທະ​ນາ​ຂອງ​ອາ​ຊີ, ພວ​ກ​ເຮົາ​ບໍ່​ຄວນ​ຫຼົງ​ລືມ​ຮາກ​ເຫງົ້າ​ຂອງ​ຕົນ​ເອງ.”

    ທ່ານ​ອັນ​ດາ​ນາວ​ກ່າ​ວວ່າ, ຫົວ​ຂໍ້​ກອງ​ປະ​ຊຸມ​ອາລະ​ຍະ​ທຳ​ອາ​ຊີ​ເທື່ອ​ນີ້​ແມ່ນ “ກ້າວ​ໄປ​ສູ່​ປະ​ຊາ​ຄົມ​ຮ່ວມ​ຊາ​ຕະ​ກຳ,ເປີດ​ອະ​ນາ​ຄົດ​ອັນ​ໃໝ່​ຂອງ​ອາ​ຊີ”. ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ນີ້, ທ່ານ​ເຫັນ​ດີ​ຄຳ​ເວົ້າ​ຂອງ​ທ່ານ​ປະ​ທານ​ສີ​ຈີ້ນ​ຜິງ ຄື: ກ່ອນ​ອື່ນ​ໝົດ, ຕ້ອງ​ຮັບ​ຮູ້​ວັດ​ທະ​ນະ​ທຳ ແລະ ອາ​ລະຍະ​ທຳ​ຂອງ​ຕົນ, ແລະ ລົງ​ເລິກ​ຄວາມ​ເຂົ້າ​ໃຈ​ກັນ. ທ່ານ​ກ່າວ​ເນັ້ນ​ວ່າ, “ເພື່ອ​ການ​ພັດ​ທະ​ນາ​ຂອງ​ອາ​ຊີ,ພວກ​ເຮົາ​​ບໍ່​ຄວນ​ຫຼົງ​ລືມ​ຮາກ​ເຫງົ້າ​ຂອງ​ຕົນ​ເອງ.” ເພື່​ອ​ສ້າງ “ປະ​ຊາ​ຄົມ​ຮ່ວມ​ຊາ​ຕະ​ກຳ” ບັນ​ດາ​ປະ​ເທດ​ອາ​ຊີ​​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ວັດ​ທະ​ນະ​ທຳ, ອາ​ລະ​ຍະ​ທຳ ແລະ ທຸ​ກ​ສິ່ງ​ທຸກ​ຢ່າງ​​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນເຊິ່ງ​ກັນ​ແລະ​ກັນ, ຊຸກ​ຍູ້​ການ​ແລກ​ປ່ຽນ​​ແລະ​ຮຽນ​ຮູ້​ອາ​ລະ​ຍະ​ທຳ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອາ​ຊີ, ສືບ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນອັນ​ໃກ້​ຊິດ​ລະ​ຫວ່າງ​ປະ​ຊາ​ຊົນ​​ໃນ​ລົງ​ສູ່​ລວງ​ເລິກ ແລະ ມີ​ຄວາມ​ອຸ​ດົມ​ສົມ​ບູນ​ຂຶ້ນ.
     ທ່ານ​ອັນ​ດາ​ນາວເວົ້າ​ດ້ວຍ​ຄວາມ​ພາກ​ພູມ​ໃຈ​ວ່າ, ໃນ​ດ້ານ​​ການຊຸກ​ຍູ້​ອາ​ລະ​ຍະ​ທຳ​ອາ​ຊີ​ແລກ​ປ່ຽນ​ຮຽນ​ຮູ້​ກັນ ແລະ ຊຸກ​ຍູ້​ການ​ສ້າງ “ປະ​ຊາ​ຄົມ​ຮ່ວມ​ຊາ​ຕະ​ກຳ”, ​ແຮງ​ງານ​ຟິ​ລິບ​ປິນ​ທີ່ຢູ່​ຕ່າງ​ປະ​ເທດ​​ຈຳ​ນວນ​ຫຼາຍ​ໄດ້​ມີ​ສ່ວນ​ປະ​ກອບ​ອັນ​ມະ​ຫາ​ສານ. ພວກ​ເຂົາ​ເຈົ້າ​ແມ່ນ​ຜູ້​ເຜີຍ​ແຜ່​ວັດ​ທະ​ນະ​ທຳ ແລະ ອາ​ລະ​ຍະ​ທຳ​ຂອງ​ຟິ​ລິບ​ປິນ​ຕໍ່​ທົ່ວ​ໂລກ, ພ້ອມ​ກັນ​ນັ້​ນ, ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ເພື່ອ​ແນະ​ນຳ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ອື່ນໆ​ຕໍ່​ປະ​ຊາ​ຊົນ​ຟິ​ລິບ​ປິນ.

ຄຳ​ເຫັນ

0