覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັດ​ຖຸ​ບູ​ຮາ​ນ​ລະ​ດັບ​ຊາດ​ຂອງ​ກຳ​ປູ​ເຈຍ​ວາງ​ສະ​ແດງ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ຈີນ

2019-05-20 15:21:19 cri

圖片默認標題_fororder_jisnflhslflsbusfhlsfjksfe1
 

    ງານ​ວາງ​ສະ​ແດງ​ອາ​ລະ​ຍະ​ທຳ​ອາ​ຊີ​ໃນ​ຫົວ​ຂໍ້ “ອາ​ຊີ​ທີ່​ສວຍ​ງາມ”​ເຊິ່ງ​ເປັນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ຕ່າງໆຂອງກອງ​ປະ​ຊຸມ​ສົນ​ທະ​ນາ​ອາ​ລະ​ຍະ​ທຳ​ອາ​ຊີ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ຈີນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 13 ພຶດ​ສະ​ພາ​ນີ້ ເຊິ່ງ​ຈະ​ດຳ​ເນີນ​ໄປ​ຈົນ​ເຖິງວັນ​ທີ 11 ສິງ​ຫາ​ປີ​ນີ້. ໃນ​ງານ​ດັ່ງ​ກ່າວ​ໄດ້​ຈັດ​ໃຫ້​ມີ​ງານ​ວາງ​ສະ​ແດງວັດ​ຖຸ​ບູ​ຮານ​ສຸດ​ຍອດ​ ຂອງ​ຫໍ​ພິ​ພິດ​ທະ​ພັນ​ປະ​ເທດ​ລຽບ​ຕາມ​ເສັ້ນ​ທາງ​ສາຍ​ໄໝ​ໃນ​ຫົວ​ຂໍ້ “ຝ່າຍ​ຕ່າງໆ​ຊົ​ມ​ໃຊ້​ຮ່ວມ​ກັນ”​ ໃນ​ນີ້ ວັດ​ຖຸ​ບູ​ຮານ​ລະ​ດັບ​ຊາດ 20 ກວ່າ​ອັນ​ຂອງ​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ໄດ້​ວາງ​ສະ​ແດງ​ໃນ​ສອງ​ງານ​ດັ່ງ​ກ່າວ​ນີ້.
 

圖片默認標題_fororder_jisnflhslflsbusfhlsfjksfe3
 

 ວັດ​ຖຸ​ບູ​ຮານ​ລະ​ດັບ​ຊາດ​ຂອງ​ກຳ​ປູ​ເຈຍ​ທີ່​ນຳ​ມາ​ວາງ​ສະ​ແດງ ​ປະ​ກອບ​ມີ ​ໂຖ​ຮູບ​ໜ້າ​ຄົນ, ພະພົມສີ່​ໜ້າ​ທີ່​ຄວັດ​ດ້ວຍ​ຫີນ​ແລະ​ອື່ນໆ. ຜູ້​ຊົມ​ທັງຫຼາຍ​ໄດ້​​ເຂົ້າ​ຊົມ​ດ້ວຍຄວາມ​ສົນ​ໃ​ຈ​ຫຼາຍ​ເພື່ອ​ສຳ​ຜັດ​ກັບ​ປະ​ຫວັດ​ສາດ, ສາ​ສະ​ໜາ​ແລະ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ຂອງ​ລາ​ຊະ​ອາ​ນາ​ຈັກ​ຂ​ະ​ແມ​ບູ​ຮານ.


圖片默認標題_fororder_jisnflhslflsbusfhlsfjksfe2

 

ຄຳ​ເຫັນ

0