覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທູດ​ປາ​ກີ​ສະ​ຖານກ່າວ​ວ່າ ກອງ​ປະ​ຊຸມສົນ​ທະ​ນາ​ອາ​ລະ​ຍະ​​ທຳ​ອາ​ຊີ​ມີ​ຜົນ​ດີ​ຕໍ່​​ອາ​ລະ​ຍະ​ທຳ​ທີ່​ຕ່າງ​ກັນ​ໃຫ້​ຄົງ​ຕົວ​ຢູ່​ຮ່ວມ​ກັນ​ໄດ້ຢ່າງ​ກົມ​ກຽ​ວ

2019-05-20 15:04:48 cri

圖片默認標題_fororder_111111

 

 ວັນ​ທີ 19 ພຶດ​ສະ​ພາ​ນີ້, ທ່ານ​ມາ​ຊູດ ຄາ​ລິດ ເອກ​ອັກ​ຄະ​ລັດ​ຖະ​ທູດ​ປາ​ກີ​ສະ​ຖານ​ປະ​ຈຳ​ຈີນ​ໄດ້​ໃຫ້​ສຳ​ພາດ​ໃນ​ໂອ​ກາ​ດເຂົ້າ​ຮ່ວມການ​ສຳ​ມະ​ນາ​ໃນ​ຫົວ​ຂໍ້ “ຂໍ້​ລິ​ເລີ່ມ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງກັບ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ອາ​ຊີ ”ທີ່​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮ​ວາ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງວ່າ, ກອງ​ປະ​ຊຸ​ມ​ສົນ​ທະ​ນາ​ອາ​ລະ​ຍະ​ທຳ​ອາ​ຊີ ເຊິ່ງ​ຈີນ​ເປັນ​ຜູ້​ລິ​ເລີ່ມ​ຈັດ​ຂຶ້ນ​ນັ້ນ ມີ​ຜົນ​ດີ​ຕໍ່​ການ​ໃຫ້​ອາ​ລະ​ຍະ​ທຳ​ທີ່​ຕ່າງ​ກັນ​ສາ​ມາດ​ຄົງ​ຕົວ​ຢູ່​ຮ່ວມ​ກັນ​ໄດ້ຢ່າງ​ກົມ​ກຽ​ວ​.


圖片默認標題_fororder_bahfljlsfjisfjksfesfe1.JPG
 

 ທ່ານ​ມາ​ຊູດ​ກ່າວຕື່​ມ​ວ່າ:  ກອງ​ປະ​ຊຸມ​ສົນ​ທະ​ນາ​ອາ​ລະ​ຍະ​ທຳ​ອາ​ຊີ​​ເປັນ​ເວ​ທີ​​ທີ່​ສະ​ໜອງ​ການ​ແລກ​ປ່ຽນ​ກັນ​ລະ​ຫວ່າງ​ປະ​ເທດ​ຕ່າງໆ, ສາ​ສະ​ໜາ​ທີ່​ຕ່າງ​ກັນ​ແລະ​ວັດ​ທະ​ນະ​ທຳ​ທີ່​ຕ່າງ​ກັນ​ເພື່ອ​ພັດ​ທະ​ນາ​ໃຫ້​ເປັນ​ໄປ​ຕາມ​ທິດ​ທາງ​ທີ່​ກົມ​ກຽວ​ປອງດອງ​ແລະ​ໝັ້ນ​ທ່ຽງ. ຕົວ​ຢ່າງ​ເຊັ່ນ, ໃນ​ງານ​ວາງ​ສະ​ແດງ​ອາ​ລະ​ຍະ​ທຳ​ອາ​ຊີ​ໃນ​ຫົວ​ຂໍ້ “ອາ​ຊີ​ທີ່​ສວຍ​ງາມ” ທີ່​ຈັດ​ຂຶ້ນ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ຈີນ​ກໍ​ໄດ້​ວາງ​ສະ​ແດງໃຫ້​ເຫັນວັດ​ທະ​ນະ​ທຳ​ທີ່​ມາ​ຈາກ​ປາ​ກີ​ສະ​ຖານ ຂະ​ນະ​ດຽວ​ກັນ, ຍັງ​ມີ​ຮູບ​ເງົາຫຼາຍ​ເລື່ອງ​ຂອງ​ປາ​ກີ​ສະ​ຖານ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ສັບ​ປະ​ດາ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ອາ​ຊີ.
 

 ໃນ​ເວ​ລາ​ກ່າວ​ເຖິງ​ການ​ພົວ​ພັນ​ປາ​ກີ​ສະ​ຖານ-ຈີນ, ທ່ານ​ມາ​ຊູດ​ຢືນ​ຢັນ​ວ່າ ປັດ​ຈະ​ບັນ,ມີ​ນັກ​ສຶກ​ສາ​ປາ​ກີ​ສະ​ຖານ​ປະ​ມານ 28.000 ຄົນ​ກຳ​ລັງ​ຮຽນ​ພາ​ສາ​ຈີນ​ແລະ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຈີນ, ຂະ​ນະ​ດຽວ​ກັນ, ມີ​ຄົນ​ຈີນ ປະ​ມານ 17.000 ຄົນ​ກຳ​ລັງ​ເຄື່ອນ​ໄຫວ​ເຮັດ​ວຽກ​ຢູ່​ໃນ​ຂົງ​ເຂດ​ຕ່າງ​ໆ​ຂອງ​ປາ​ກີ​ສະ​ຖານ. ປັດ​ໄຈ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ຊຸກ​ຍູ້​ການ​ຂະ​ຫຍາຍ​ຕົວ​ຂອງ​ການ​ພົວ​ພັນ​ປາ​ກີ​ສະ​ຖານ-ຈີນ​ໄດ້​ຢ່າງຫຼວງຫຼາຍ.

 

 

 

ຄຳ​ເຫັນ

0