徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງພົບ​ປະ​ກັບ​ທ່ານດີ​ມິ​ຕຼີ ເມດ​ເວ​ເດ​ຟ ນາ​ຍົກ​ຣັດ​ເຊຍ

2019-06-07 15:10:59 cri

ຕາມ​ຂ່າວCRI:ວັນ​ທີ 6 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າພົບຂອງ​ທ່ານ​ດີ​ມິ​ຕຼີ ເມດ​ເວ​ເດ​ຟ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ຢູ່​ນະ​ຄອນ​ຫຼວງ​ມົ​ສ​​ກູຂອງ​ຣັດ​ເຊຍ.

圖片默認標題_fororder_1124593390_15598254821961n

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຊີ້​ອອກວ່າ, ປີ​ນີ້​ແມ່ນ​ປີ​ຄົບ​ຮອບ 70 ປີ​ແຫ່ງ​ການ​ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​​ຈີນ​-​ຮັດ​ເຊຍ. ການ​ພົວ​ພັນ​ລະ​ຫວ່າງ​ຈີນ​-​ຮັດ​ເຊຍ​ໄດ້​ຮັກ​ສາ​ການ​ພັດ​ທະ​ນາ​ໃນ​ລະ​ດັບ​ສູງ, ເຊິ່ງ​ມີ​ລະ​ດັບ​ສູງ​ສຸດ​ທາງ​ດ້ານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ການ​ປະ​ສານ​ງານ​ກັນແລະ​ຄວາມ​ໝາຍ​ຍຸດ​ທະ​ສາດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່, ​ແລະໄດ້​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ເຂົ້າ​ໃນການ​ຮັກ​ສາ​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ. ປັດ​ຈຸ​ບັນ​ນີ້, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​-ຣັດ​ເຊຍ​ໄດ້​ກ້າວ​ເຂົ້າ​ສູ່​​ຍຸກ​ໃໝ່, ການ​ພົວ​ພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ມີເນື້ອ​ໃນ​ໃໝ່ກຳ​ເນີດ​ຂຶ້ນ​ເລື້ອຍໆ. ໂດຍ​ປະ​ເຊີນ​ໜ້າ​ກັບ​ສະ​ຖາ​ນະ​ການ​ສາ​ກົນ​ທີ່​ສັບ​ສົນ​ແລະ​ປ່ຽນ​ກັນ​ເລື້ອຍໆ, ໂດຍ​ສະ​ເພາະ​ແມ່ນ​ການ​ກະ​ທຳ​​ທີ່​ບໍ່​ຖືກ​ຕ້ອງຈຳ​ນວນ​ໜຶ່ງ​ທີ່​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອງປະ​ເທດ​ທີ່​ເປັນຕະ​ຫຼາດ​ຈະ​ເລີນ​ໃໝ່​​, ​ຈີນ​-​ຣັດ​ເຊຍ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​​ຄູ່​ຍຸດ​ທະ​ສາດ​ຮອບ​ດ້ານ, ມີ​ຄວາມ​ໝາຍ​ສຳ​ຄັນຕໍ່​ການ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງຊາດ​ແລະ​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ, ​ພ້ອມ​ທັງ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ.

圖片默認標題_fororder_1124593390_15598255028041n

ທ່ານ​ດີ​ມິ​ຕຼີ ເມດ​ເວ​ເດ​ຟ​ກ່າວ​ວ່າ, ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ໃນ​ວັນ​ທີ 6 ມິ​ຖຸ​ນາ​ນີ້, ໂດຍປະ​ກາດ​ວ່າ​ການ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ​-ຈີນໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່, ມີ​ຄວາມ​ໝາຍ​ທີ່​ສຳ​ຄັນ. ຣັດ​ເຊຍ-​ຈີນ​ຕ້ອງ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​​ດ້ານ​ຍຸດ​ທະ​ສາດ, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ​ກັນ​ທີ່​ຣັດ​ເຊຍ, ຈີນ​ແລະ​ປະ​ຊາ​ຄົມ​ໂລກ​ປະ​ເຊີນ​ໜ້າ​, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ​ຢ່າງ​ແທ້​ຈິງ. ຣັດ​ເຊຍ​ຍິນ​ດີ​ຮ່ວມ​ກັນ​ກັບ​ຈີນ, ນຳ​ໃຊ້​ກົນ​ໄກການ​ພົບ​ປະ​ເປັນ​ປະ​ຈຳລະ​ຫວ່າງ​ນາ​ຍົກ​ສອງ​ປະ​ເທດ​ແລະ​ອື່​ນໆ, ປະ​ຕິ​ບັດ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບກັນ​ດ້ານ​ການ​ຮ່ວມ​ມື​ທີ່ສຳ​ຄັນ​ລະ​ຫວ່າງ​ປະ​ເທດ​ຢ່າງ​ຮອບ​ດ້ານ, ລວມ​ທັງ​ການ​ເຊື່ອມ​ຕໍ່​ການຮ່ວມ​ມືຂອງ​ສະ​ຫະ​ພັນ​ເສດ​ຖະ​ກິດ​ເອີ​ຣົບ​ອາ​ຊີ​ແລະ​ການ​ສ້າງ​“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຮ່ວມ​ກັນ.

ຄຳ​ເຫັນ

0