蔡寶峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ສາ​ກົນ​ແຊນ​ປີ​ເຕີ​ສບວກ​ຄັ້ງ​ທີ 23 ແລະ​ກ່າວ​ຄຳ​ປາ​ໄສ

2019-06-08 11:45:14 CRI

ວັນ​ທີ 7 ມິ​ຖຸ​ນານີ້, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ສາ​ກົນ​ແຊນ​ປີ​ເຕີ​ສບວກ​ຄັ້ງ​ທີ 23 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນແຊນ​ປີ​ເຕີ​ສບວກ​ແຫ່ງ​ຣັດ​ເຊຍ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ​ວະລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ, ທ່ານຣູ​ເມນ ຣາ​ເດ​ຟ ປະ​ທາ​ນາ​ທິ​ບໍ​ດີ​ບຸນ​ກາ​ລີ, ທ່ານ​ນິ​ໂຄ ປາ​ຊີນ​ຢັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອາກ​ເມ​ນີ, ທ່ານ​ປີ​ເຕີ ເປ​ເລກ​ຣິ​ນິ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ໂລວາ​ກີ, ທ່ານ​ອັນ​ໂຕ​ນິວ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ທ່ານ​ອື່ນໆ​ໄດ້​ຮ່ວມ​ປະ​ຊຸມ.

圖片默認標題_fororder_xidadafange1

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ມີ​ຫົວ​ຂໍ້​ວ່າ“ຍຶດ​ໝັ້ນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຮ່ວມ​ກັນ​ສ້າງ​ໂລກໃຫ້ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ດີ​ງາມ” ໂດຍ​ກ່າວ​ເນັ້ນ​ວ່າ: ໂດຍ​ປະ​ເຊີນ​ໜ້າ​ກັບ​ສະ​ຖາ​ນະ​ການ​ສາ​ກົນ​ທີ່​ເກີດ​ມີ​ການ​ປ່ຽນ​ແປງ​ໃຫຍ່​ແບບບໍ່​ເຄີຍ​ມີ​ໃນ​ຮອບ 100 ປີ​ມານີ້, ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ, ສຸມ​ກຳ​ລັງ​ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີ​ດ​ປະ​ຕູ​ແລະ​ຫຼາຍ​ເຄົ້າ, ພະ​ຍາ​ຍາມ​ສ້າງ​ສັງ​ຄົມ​ທີ່​ໃຫ້​ມີ​ຜົນ​ປະ​ໂຫຍດ​ໂດຍ​ທົ່ວ​ໄປ​ ​ໂອບ​ອ້ອມ​ອາ​ລີ ແລະ​ມີ​ຄວາມ​ສຸກ, ອອກ​ແຮງ​ສ້າງ​ບ້ານ​ເກີດ​ເມືອງນອນ​ທີ່​ສວຍ​ງາມແລະ​ຄົນ​ກັບ​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ, ເກາະ​ແຂນ​ກັນ​ບຸກ​ເບີກ​ເສັ້ນ​ທາງ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

​ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່ພວມ​ພັດ​ທະ​ນາ​ໃຫຍ່​ທີ່​ສຸດ​ແລະ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ,ຈີນ​ເດັດ​ດ່ຽວ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນໃນ​ດ້ານ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.ຂໍ້​ລິ​ເລີ່ມ​ການ​ສ້າງ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ຮ່ວມ​ກັນ​ທີ່​​ສະ​ເໜີ​ອອກ​ໃນ​ປີ2013  ມີ​ຈຸດ​ປະ​ສົງ​ເພື່ອ​ບັນ​ລຸ​ໃຫ້​ປະ​ເທດ​ຕ່າງໆ​ພັດ​ທະ​ນາ​ຮ່ວມ​ກັນ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​.ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຊີ້​ອອກວ່າ,ໃນ​ເດືອນ​ເມ​ສາ​ປີນີ້,ກອງ​ປະ​ຊຸມ​ສຸດຍອດ​ສາ​ກົນ​ກ່ຽວ​ກັບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ2 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ​ໂດຍຝ່າຍ​ຕ່າງໆ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ໃນການ​ຊຸກ​ຍູ້​ການ​ສ້າງ​“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຮ່ວມ​ກັນ​ໃຫ້ມີ​ຄຸນ​ນະ​ພາບ​ສູງ,ຍຶດຖື​ຫຼັກ​ການ​ທີ່​ປຶກ​ສາ​ຫາ​ລື​ຮ່ວມ​ກັນ,ການ​​ສ້າງສາ​ຮ່ວມ​ກັນ​ແລະ​ການ​ໃຊ້​ຮ່ວມ​ກັນ,ຍຶດ​ໝັ້ນ​ໃນທັດ​ສະ​ນະ​ທີ່​​ເປີດ​ປະ​ຕູ​,ສີ​ຂຽວແລະ​ປອດ​ໃສ, ບັນ​ລຸ​ເປົ້າ​ໝາຍ​ທີ່​ມີ​ມາດ​ຕະ​ຖານ​ສູງ,ມີ​ຜົນ​ດີ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແລະ​ແບບ​ຍືນ​ຍົງ,ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ມີ​ການ​ເຊື່ອມ​ຕໍ່​ກັນ​ໃນ​ທົ່ວ​ໂລກ,ແລະ​ໃຫ້​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ເຊື່ອມ​ຈອດ​ກັບ​ວາ​ລະ​​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ: ຣັດ​ເຊຍ​ແມ່ນ​ຄູ່​ຮ່ວມ​​ບູ​ລິ​ມະ​ສິດ​ທີ່​ສຳ​ຄັນຂອງ​ຈີນ​ໃນ​ການ​ດຳ​ເນີນ​ການ​ຮ່ວ​ມ​ມື​ໃນ​​ທຸກ​ຂົງ​ເຂດ​.ເຊິ່ງສອງ​ຝ່າຍ​ໄດ້​ຍຶດ​ຖື​ທັດ​ສະ​ນະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ,ຕັ້ງ​ໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ດ້ານ​ອາຍ​ແກັ​ສ​ທຳ​ມະ​ຊາດ​ແລະ​ພະ​ລັງ​ງານ​ສະ​ອາດ​ອື່ນໆ,ການ​ປະ​ສິດ​ສ້າງ​​ດ້ານວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ,ເສດ​ຖະ​ກິດ​ເອ​ເຣັກ​ໂຕຼນິກ​ແລະ​ອື່ນໆ.ສອງ​ຝ່າຍຈີນ​ຣັດ​ເຊຍ​ໄດ້​ບັນ​ລຸ​ຄວາມເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການໃຫ້ການ​ສ້າງສາ“ໜຶ່ງ​ແລ​ວ​ໜຶ່ງ​ເສັ້ນ​ທາງ” ​ເຊື່ອມ​ຈອດ​ກັບ​ສະ​ຫະ​ພັນ​ເສດ​ຖະ​ກິດ​ເອີ​ຣົບ​ອາ​ຊີ. ເຊິ່ງຈະ​​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ດ້ານ​ເສດ​ຖະ​ກິດ​ພາກ​ພື້ນຢ່າງ​ແຂງ​ແຮງ, ແລະ​ມີ​ຜົນ​ດີ​ຕໍ່​ການ​ບັນ​ລຸ​ການ​ພັດ​ທ​ະ​ນາ​ແບບ​ຍືນ​ຍົງ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ການພັດທະນາແບບຍືນຍົງສອດຄ່ອງກັບຄວາມຕ້ອງການຮ່ວມຂອງປະເທດສ່ວນຫຼາຍໃນທົ່ວໂລກ, ແລະຄວາມຄອງຄອຍຕໍ່ຊີວິດອັນດີງາມຂອງປະຊາຊົນປະເທດຕ່າງໆ ໂດຍບໍ່ມີໃຜກີດຂວາງໄດ້. ຈີນຍິນດີສືບຕໍ່ຮ່ວມກັບປະຊາຄົມໂລກ, ຫັນຄ່ຳໝັ້ນສັນຍາທີ່ໜັກແໜ້ນໃຫ້ເປັນການກະທຳຕົວຈິງ, ຮ່ວມກັນບຸກເບີກເສັ້ນທາງພັດທະນາແບບຍືນຍົງທີ່ໃໝ່ອ່ຽມ. ໂດຍຈະຕ້ອງຍຶດໝັ້ນການປຶກສາຫາລືຮ່ວມກັນ ສ້າງສາຮ່ວມກັນ ແລະຊົມໃຊ້ຮ່ວມກັນ, ສຸມກຳລັງເພື່ອສ້າງເສດຖະກິດໂລກທີ່ເປີດປະຕູແລະມີຄວາມຫຼາກຫຼາຍ, ຕ້ອງຍຶດໝັ້ນຖືຄົນເປັນກົກຮາກ, ພະຍາຍາມສ້າງສັງຄົມສີສຸກກວມລວມແລະປະຊາຊົນໄດ້ຮັບຜົນປະໂຫຍດຢ່າງກວ້າງຂວາງ, ຕ້ອງຍຶດໝັ້ນການພັດທະນາແບບສີຂຽວ, ສຸມໃສ່ການສ້າງເປັນບ້ານເມືອງອັນສວຍງາມທີ່ມະນຸດກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ.

ທ່ານ​ສີ​ຈິ້ນ​ຜິງ​ຍັງ​ກ່າວ​ເນັ້ນ​ວ່າ: ສັນຕິພາບແລະການພັດທະນາຍັງແມ່ນຫົວຂໍ້ຫຼັກໃນຍຸກປັດຈຸບັນ. ພ້ອມກັນນັ້ນ, ຄຽງຄູ່ກັບລັດທິມະຫາອຳນາດເງິຍຫົວຂຶ້ນ, ບັນຫາໃໝ່ແລະສິ່ງທ້າທາຍໃໝ່ທີ່ປະຊາຄົມໂລກຕ້ອງຜະເຊີນໜ້ານັ້ນກໍ່ນັບມື້ນັບຫຼາຍຂຶ້ນ. ການພັດທະນາແບບຍືນຍົງແມ່ນ “ລູກກຸນແຈຄຳ” ທີ່ສາມາດແກ້ໄຂບັນຫາລັກສະນະທົ່ວໂລກໃນສະເພາະໜ້ານີ້, ມີເປົ້າໝາຍແລະທັດສະນະຄ້າຍຄືກັນໃນການສ້າງປະຊາຄົມໂລກຮ່ວມຊະຕະກຳມວນມະນຸດ, ເຊິ່ງລ້ວນແຕ່ຈະສ້າງຄວາມສຸກ ແລະນຳເອົາຜົນປະໂຫຍດໃຫ້ແກ່ທົ່ວມວນມະນຸດແລະທົ່ວໂລກ. ຈີນຍິນດີສືບຕໍ່ຮ່ວມກັບຝ່າຍຕ່າງໆ ປະຕິບັດຕາມທັດສະນະການພັດທະນາແບບຍືນຍົງ, ລິເລີ່ມລັດທິຫຼາຍຝ່າຍ, ຮ່ວມກັນຊຸກຍູ້ໃຫ້ໂລກມີສັນຕິພາບແລະຄວາມສະຫງົບສຸກຢ່າງຖາວອນ, ຮ່ວມກັນສ້າງໂລກທີ່ຈະເລີນແລະດີງາມກວ່າເກົ່າ.

圖片默認標題_fororder_xidadafange2

ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ວ່າ: ປັດ​ຈຸ​ບັນ, ສະ​ຖາ​ນະ​ການ​ສາ​ກົນໄດ້​ເກີດ​ມີ​ທ່ວງ​ທ່າ​ທີ່​ໜ້າ​ເປັນ​ຫ່ວງ. ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງໃຊ້​ມາດ​ຕະ​ການຕ່າງໆທີ່ບໍ່​ຖືກ​ຕ້ອງເຊັ່ນ ສ້າງ​ຄວາມ​ຂັດ​ແຍ້ງ​ດ້ານການ​ຄ້າ ເຜີຍ​ແຜ່​ມະ​ຫາ​ອຳ​ນາດ​ດ້ານ​ການ​ທະ​ນາ​ຄານ ປະ​ຕິ​ບັດ​ການ​ຂວ້ຳ​ບາດ​ແຕ່​ຝ່າຍ​ດຽວແລະ​ຄຸ້ມ​ຄອງ​ກາຍ​ຂອບ​ເຂດ​ເລື້ອຍໆ ກີດ​ຂວາງການ​ແລກ​ປ່ຽນດ້ານ​ການ​ສຶກ​ສາ​ແລະ​ວິ​ຊາ​ການ​ທີ່​ເປັນ​ປົກ​ກະ​ຕິ ແລະ​ອື່ນໆ ເພື່ອ​ໃຊ້​ຄວາມ​ກົດ​ດັນ​ຕໍ່​ປະ​ເທດ​ອື່ນ. ບາງ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກໃຊ້​ຄວາມ​ກົດ​ດັນ​ຕໍ່​ບໍ​ລິ​ສັດ​ຮ​ວາ​ເວີຍ​ຂອງ​ຈີນກໍ​ແມ່ນ​ຕົວ​ຢ່າງ​ທີ່​ແທ້​ຈິງ. ທ່ານ​ປູ​ຕິນ​ກ່າວ​ເນັ້ນ​ວ່າ: ໃນ​ໂລກນີ້ບໍ່​ມີ​ຮູບ​ແບບ​ການ​ພັດ​ທະ​ນາ​ທີ່​ໃຊ້​ໄດ້​ຢູ່ໃນ​ທົ່ວ​ໂລກ, ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ມີ​ສິດ​ເລືອກ​ເອົາ​ເສັ້ນ​ທາງ​ພັດ​ທະ​ນາ​ຂອງປະ​ເທດ​ຕົນ, ປະ​ເທດ​ໃດ​ກໍ​ບໍ່​ມີ​ສິດ​ບັງ​ຄັບ​ໃຫ້​ປະ​ເທດ​ອື່ນ​ປະ​ຕິ​ບັດ​ຕາມ​ແນວ​ຄິດ​ຂອງ​ປະ​ເທດ​ຕົນ.

ຜູ້​ນຳ​ປະ​ເທດ​ອື່ນໆ​ທີ່​ຮ່ວມ​ປະ​ຊຸມ​ກໍ​ທະ​ຍອຍ​ກັນ​ກ່າວ​ວ່າ: ໂລ​ກາ​ພິ​ວັດ​ແມ່ນ​ກະ​ແສ​ຂອງ​ຍຸກ​ສະ​ໄໝ​ທີ່​ກັບ​ຄືນບໍ່​ໄດ້, ຢູ່​ຕໍ່​ໜ້າ​ບັນ​ຫາ​ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ສັງ​ຄົມ​ມະ​ນຸດ​ປະ​ເຊີນ​ໜ້າ, ເຮັດ​ດ້ວຍ​ກຳ​ລັງ​ຜູ້​ດຽວ​ມັນ​ເປັນ​ໄປ​ບໍ່​ໄດ້, ປະ​ເທດ​ຕ່າງໆ​ຕ້ອງ​ຮັບ​ມື​ຮ່ວມ​ກັນ. ບັນ​ດາ​ທ່ານ​ຍັງ​ກ່າວ​ວ່າ: ຈີນ​ໄດ້​ກາຍ​ເປັນ​ກຳ​ລັງ​ສຳ​ຄັນ​ທີ່​ປົກ​ປັກ​ຮັກ​ສາ​ລັດ​ທິ​ຫຼາຍ​ຝ່າຍ ກົດ​ລະ​ບຽບ​ສາ​ກົນ ແລະ​ການ​ຄ້າ​ເສ​ລີ. ບັນ​ດາ​ປະ​ເທດ​ຕ້ອງ​ຕໍ່​ຕ້ານ​ລັດ​ທິ​ຝ່າຍ​ດຽວ​ຢ່າງ​ເດັດ​ຂາດ, ປົກ​ປັກ​ຮັກ​ສາ​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ຂະ​ບວນ​ວິ​ວັດ​ຫັນ​ເປັນ​ຫຼາຍ​ຂົ້ວ, ແລະ​ປົກ​ປັກ​ຮັກ​ສາ​ອິດ​ທິ​ພົນ​ແລະ​ບົດ​ບາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ: ຂະ​ບວນ​ການໂລ​ກາ​ພິ​ວັດ​ແມ່ນ​ທ່ວງ​ທ່າ​ໃຫຍ່​ຂອງ​ປະ​ຫວັດ​ສາດ, ຈີນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ລິ​ເລີ່ມ​ແລະ​ຮັກ​ສາ​ໂລ​ກາ​ພິ​ວັດ​ຢ່າງ​ເດັດ​ດ່ຽວ​ທີ່​ສຸດ. ການ​ກະ​ທຳ​ຕ່າງໆທີ່​ຕໍ່​ຕ້ານ​ໂລ​ກາ​ພິ​ວັດ​ໃນ​ໂລກ​ປັດ​ຈຸ​ບັນເປັນ​ພຽງ​ແຕ່​ຂີ້​ຝຸ່ນ​ໃນ​ຂະ​ບວນ​ການ​ໂລ​ກາ​ພິ​ວັດເທົ່າ​ນັ້ນ, ມັນ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ຂະ​ບວນ​ການ​ໂລ​ກາ​ພິ​ວັດ​ໄດ້.

ໃນ​ເວ​ລາ​ແລກ​ປ່ຽນ​ກັນ, ທ່ານ​ປູ​ຕິນ​ໄດ້​ຍ້ອງ​ຍໍ​ມິດ​ຕະ​ພາບ​ແລະການ​ປະ​ສານ​ງານ​ ການ​ຮ່ວ​ມ​ມືຢ່າງ​ໃກ້​ຊິດ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ​ຣັດ​ເຊຍ​ອີກ​ເທື່ອ​ໜຶ່ງ, ທ່ານ​ກ່າວ​ວ່າ: ຣັດ​ເຊຍ​ກັບ​ຈີນ​ແມ່ນ​ຄູ່​ຍຸດ​ທະ​ສາດ, ສອງ​ປະ​ເທດ​ຍຶດ​ໝັ້ນ​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ຕໍ່​ສອງ​ບົນ​ພື້ນ​ຖານ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ແລະ​ສະ​ເໝີ​ພາບ​ກັນ, ມີ​ອະ​ນາ​ຄົດ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຢ່າງກວ້າງ​ຂວາງ, ແລະ​ໃນ​ການ​ປະ​ສານ​ງານ​ໃນ​ວຽກ​ງານ​ສາ​ກົນ​ກໍ​ມີ​ປະ​ສິດ​ທິ​ຜົນ​ສູງ.

ທ່ານ​ປູ​ຕິນ​ຍັງ​ກ່າວ​ຕື່ມ​ວ່າ: ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ທີ່​ສະ​ເໜີ​ໂດຍ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ນຳ​ເອົາ​ໂອ​ກາດ​ມາ​ໃຫ້ປະ​ເທດຕ່າງ​ໆ, ໃນ​ເວ​ລາ​ຈີນ​ເຜີຍ​ແຜ່​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວນີ້ບໍ່​ເຄີຍ​ບັງ​ຄັບ​ປະ​ເທດ​ໃດ​ຈັກ​ເທື່ອ. ຜູ້​ນຳ​ປະ​ເທດ​ອື່ນທີ່​ຮ່ວມ​ປະ​ຊຸມ​ກໍ​ກ່າວ​ວ່າ: ຍິນ​ດີ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້​ນ​ທາງ”ຢ່າງ​ຕັ້ງ​ໜ້າ, ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ບາງ​ປະ​ເທດ​ທີ່​ມີ​ຕໍ່“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ແມ່ນບໍ່​ຈຳ​ເປັນ.

ຄຳ​ເຫັນ

0